ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-05 22:31:37    
ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ເອົາ​ໃຈ​ໃສ່​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ​4​ສະ​ໄໝ​ທີ່​10​ແລະ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຂອງ​ທ່ານ​ນາ​ຍົກ​ເວີ່ນ​ເຈ່ຍ​ປາວ

cri

ຕາມ​ຂ່າວcri:ວັນ​ທີ5 ມີນາ,ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ່4ສະ​ໄໝ​ທີ10​ໄຂຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນ​ຕີ​ຈີນ​ອ່ານ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ໃນ​ກອງ​ປະຊຸມ.ສື່​ມວນ​ຊົນ​ຕ່າງປະ​ເທດ​ເອົາ​ໃຈ​ໃສ່ນຳກ​ອງປະຊຸມ​ຢ່າງ​ໃກ້ຊິດ,​ໄດ້​ຕິດຕາມ​ລາຍ​ງານ​ຂ່າວ.

ສື່​ມວນ​ຊົນ​ຄືຂ່າວສານ​ອາ​ແອັຟ​ເປ,ຂ່າວສານ​ລອຍ​ເຕີ,ຂ່າວສານອາ​ເປ,ຂ່າວສານ​ບຼຸມ​ເບີກ,​ແລະ​CNN​ເປັນ​ຕົ້ນ​ໄດ້​ອອກຂ່າວ​ໄວ​ກ່ຽວ​ກັບ​ການ​ໄຂ​ກອ​ງປະຊຸມ​,ຈາກ​ນັ້ນ​ແຈ້ງ​ຕອນສຳຄັນ​ຂອງ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ແບບ​ໝູນ​ແລ່ນ,​ແລະໃສ່​ໃຈ​ຫົວ​ຂໍ້​ຄືການ​ພັດທະນາ​ເສ​ດຖະກິດ​ຈີນ,ບັນຫາ​ໄຕ້​ຫວັນ,ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ແລະການ​ສ້າງສາ​ຊົນນະບົດ​ສັງຄົມ​ນິຍົມ​ແບບ​ໃໝ່​ເປັນ​ພິ​ເສດ.ຂ່າວສານ​ອີ​ຕາຣ-ຕາສຂ່າວສານ​ຣັດ​ເຊຍ​ແລະ​ຂ່າວສານ​ເອ​ເຟ​ເຣຍຂອງ​ແອດ​ສະ​ປາຍ​ກໍ່​ໄດ້ແຈ້ງ​ຂ່າວກອງ​ປະຊຸມ​ຄັ້ງ​ນີ້​​ຢ່າງ​ທັນ​ການ.

ສື່​ມວນ​ຊົນ​ຂອງ​ປະ​ເທດ​ອາຊີ​ຄືສິງກະ​ໂປ,ຍີ່ປຸ່ນ,ສ.​ເກົາຫຼີ,ອິນ​ເດຍ,​ແລະປະກິ​ສະຖານ​ເປັນ​ຕົ້ນ​ໃສ່​​ໃຈກອງ​ປະຊຸມສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ່4ສະ​ໄໝທີ່10​ໃນ​ລະດັບ​ສູງ,ລ້ວນ​ແຕ່ແຈ້ງຂ່າວ​ພິທີ​ໄຂພິທີ​ໄຂກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ່4ສະ​ໄໝ​ທີ10ແລະ​ເນື້ອ​ໃນຂອງ​ບົດ​ລາຍ​ງານ​ລັດຖະບານຂອງ​ທ່ານນາຍົກເວິ່ນ​ເຈ່ຍ​ປາວ.ບັນຫາ​ຊົນ​ນະ​ບົດ,"​ແຜນ​ກຳນົດ5ປີ​ເທື່ອ​ທີ11",ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ​ລ້ວນ​ແຕ່ເປັນ​ຫົວຂໍ້​ຈຸດ​ຮ້ອນ.