ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-06 11:17:19    
ຈີນ​ຊ່ວຍ​ຊາວ​ກະ​ສິ​ກອນ​ຂອງ​ປະ​ເທດ​ໃກ້​ຄຽງ​ປູກ​ພືດ​ແທນ​ຝິ່ນ

cri
ປີ2005,​ເຂດ​ສາມຫຼ່ຽມ​ຄຳ​ທີ່​ເປັນ​ໜຶ່ງ​ໃນແຫຼ່ງ​ຜະລິດ​ຢາ​ເສດ​ຕິດ​ໃຫຍ່​ສາມ​ແຫ່ງ​ໃນ​ໂລກ​ເລີ່ມ​ກ້າວ​ເດີນ​ຢູ່​ຕາມ​ເສັ້ນ​ທາງ​ເຊົາ​ປູກ​ຝິ່ນ​ເຊິ່ງ​ມີ​ປະຫວັດ​ຮ້ອຍ​ກວ່າ​ປີ​ແລ້ວ.​ວັນ​ທີ26​ມິຖຸນາ​ປີ​2005​ທີ່​ເປັນ​ວັນ​ປາບ​ປາມ​ຢາ​ເສບ​ຕິດ​ສາກົນ,​ເຂດ​ພິ​ເສດ​ເລກ2ລັດ​ສານ​ມຽນມາ​ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ບານ​ຕົວ,​ປະກາດ​ຫ້າມ​ປູກ​ຝິ່ນ​ຮອບ​ດ້ານ,​ກາຍ​ເປັນ​ເຂດປາ​ສະຈາກ​ຢາ​ເສບ​ຕິດ.​ພາຍ​ຫຼັງ​ໄດ້​ກວດ​ກາ​ຫຼາຍ​ເທື່ອ​ແລ້ວ,​ໃນວັນ​ທີ2​ທັນວາ​ປີ2005,​ຫຼືວັນ​ຊາດ​ສປປລາວ​ຄົບ​ຮອບ30ປີ,​ສປປ​ລາວ​ໄດ້​ປະ​ກາດ​ວ່າ​ໃນ​ທົ່ວ​ປະ​ເທດ​ບໍ່ມີ​ບ່ອນ​ໃດ​ປູກ​ຝິ່ນ.

ຫຼັງຈາກ​ໄດ້​ເຊົາ​ປູກ​ຝິ່ນ​ທີ່​ໄດ້​ມາ​ຮ້ອຍ​ກວ່າ​ປີ​ແລ້ວນັ້ນ,​ຈະ​ດັດ​ແປງ​ເຂດ​ສາມ​ຫຼ່ຽມ​ຄຳ​ແນວ​ໃດ?​ໃນ​ສະ​ເພາະ​ໜ້າ​ນີ້,ການ​ປູກ​ພືດ​ແທນຝິ່ນ​ໄດ້​ຮອດ​ລະດັບ​ໃດ​ແລ້ວ?​ເດືອນ​ທັນວາ​ປີ2005,​ນັກ​ຂ່າວ​ຈີນ​ໄດ້​ໄປ​ເອົາ​ຂ່າວ​ຢູ່​ເຂດ​ພິ​ເສດ​ເລກ1​ແລະ​ເລກ2​ຂອງ​ລັດ​ສານ​ມຽນມ້າ​ນຳ​ໜ່ວຍ​ທັດ​ສະນະ​ສຶກ​ສາພັດ​ທະນາ​ພືດ​ແທນ​ຝິ່ນຂອງ​ພະ​ແນກ​ການ​ຄ້າ​ແຂວງ​ຢຸນ​ນານຈີນ,​ຢູ່​ທົ່ງ​ນາ​ທີ່​ເຄີຍ​ປູກ​ຝິ່ນ​ໃນ​ເມື່ອ​ກ່ອນ,​ນັກ​ຂ່າວ​ໄດ້​ເຫັນ​ຢາງພາລາ​ແລະ​ຕົ້ນ​ອ້ອຍ​ເປັນ​ແຜ່ນໆ.​ທ່ານ​ຮອງ​ຜູ້​ບັນຊາ​ການ​ກອງທະ​ຫານ​ສຳພັນ​ທະ​ມິດ​ພັນ​ປະຊາທິປະ​ໄຕ​ແຫ່ງຊາດ​ມຽນ​ມ້າ​ເວົ້າ​ວ່າ,​ຕົ້ນ​ອ້ອຍ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ໃຫ້​ແກ່ຊາວ​ກະສິ​ກອນ​ປູກ​ໃບ​ຢາຢູ່​ໃນ​ທ້ອງ​ຖິ່ນນັ້ນ.
 
ຕາມ​ສະຖິຕິ​ອັນ​ບໍ່​ຄົບ​ຖ້ວນ,ຮອດ​ທ້າຍ​ເດືອນ​ທັນວາ​ປີ2005,​ວິ​ສາ​ຫະກິດ​ຈີນ​ທີ່​ຖື​ວິ​ສາ​ຫະ​ກິດ​ຢຸນ​ນານ​ເປັນ​ຫຼັກ​ໄດ້​ຊ່ວຍ​ເຂດ​ສາມ​ຫຼ່ຽມ​ຄຳປູກ​ພືດ​ແທນ​ຢາຝິ່ນ,​ເນື້ອ​ທີ່​ໄດ້​ເພີ່ມ​ຈາກ4​ໝື່ນ​1ພັນ​ກວ່າ​ເຮັກຕາ​ຂຶ້ນ​ເປັນ4ໝື່ນ​6ພັນ​600ກວ່າ​ເຮັກຕາ.​ຕົວ​ເລກ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ເນື້ອ​ທີ່​ປູກ​ຝິ່ນ​ຢູ່​ເຂດ​ສາມຫຼ່ຽມ​ຄຳ​ໄດ້​ຫຼຸດ​ໜ້ອຍ​ລົງ​ຕື່ມ​ອີກ,​ແລະ​ຄວາມ​ຫ້າວ​ຫັນ​ຂອງ​ຊາວ​ກະ​ສິກອນ​ປູກ​ໃບ​ຢາຂອງ​ມຽນມ້າ​ໃນ​ການ​ປູກພືດ​ທົດ​ແທນໄດ້​ສູງ​ຂຶ້ນ​ຕື່ມ​ອີກ.
 
ແຕ່​ຊຸມ​ປີ90ສະ​ຕະວັດ​ແລ້ວ​ນີ້​ເປັນ​ຕົ້ນ​ມາ,​ອົງການ​ປົກ​ຄອງ​ທຸກ​ຂັ້ນ​ຂອງ​ແຂວງ​ຢຸນນານ​ໄດ້​ເປັນ​ເຈົ້າ​ການ​ຊ່ວຍ​ເຫຼືອ​ມຽນມ້າ​ແລະ​ພາກ​ເໜືອ​ຂອງ​ລາວຈັດ​ໂຄງການ​ປູກ​ພືດ​ແທນ​ຝິ່ນ​ຢູ່​ເຂດ​ປູກ​ຝິ່ນ​ດັ້ງ​ເດີມດ້ວຍ​ຮູບ​ການ​ຕ່າງໆ,​ຍັງ​ໄດ້​ສະໜອງ​ການ​ຮັບ​ປະ​ກັນ​ໃນ​ດ້ານ​ທຶນຮອນ,​ເຕັກນິກ,​ຕະ​ຫຼາດ​ແລະ​ພາສີ​ອາກອນ​ເປັນ​ຕົ້ນ.
 
ປີ2000,​ລັດຖະ​ບານ​ຈີນ​ໄດ້​ສະ​ໜັບ​ສະໜູນ​ວິ​ສາ​ຫະກິດ​ແຂວງ​ຢຸນນານ​ໄປ​ເຮັດ​ໂຄງ​ການ​ປູກ​ພືດ​ແທນ​ຝິ່ນ​ຢູ່​ເຂດ​ດັ່ງ​ກ່າວ,​ຍົກ​ເວັ້ນພາ​ສີແລະ​ອາກອນ​ມູນ​ຄ່າ​ເພີ່ມ​ໃນ​ຂອດ​ນຳເຂົ້າ​ໃຫ້​ແກ່​ພືດ​ທີ່​ແທນ​ຝິ່ນທີ່​ສົ່ງ​ມາ​ຂາຍ​ຢູ່​ຈີນ.​ພາຍ​ໃຕ້​ສົ່ງ​ເສີມ​ຢ່າງ​ແຂງ​ແຮງ​ຂອງ​ລັດຖະ​ບານ​ຈີນ,​ວິ​ສາ​ຫະກິດ​ແຂວງ​ຢຸນນານ​ງວດ​ໜຶ່ງ​ໄດ້​ອອກ​ໄປ​ຊ່ວຍ​ເຫຼືອ​ຊາວ​ກະສິກອນ​ຂອງ​ປະ​ເທດ​ໃກ້​ຄຽງຫຼຸດ​ພົ້ນ​ອອກ​ຈາກ​ການ​ປູກ​ຝິ່ນ​ທີ່​ເປັນ​ຮີດຄອງ​ປະ​ເພນີ​ໃນປະ​ຫວັດ​ຮ້ອຍ​ກວ່າ​ປີ​ແລ້ວ.
 
ປີ2002,​ເຊິ່ງ​ເປັນປີ​ເຂດ​ພິ​ເສດ​ເລກ1ລັດ​ສານ​ມຽນມ້າ​ໄດ້​ປະກາດ​ລົບ​ລ້າງ​ການ​ປູກຝິ່ນ​ຢ່າງ​ສິ້ນ​ເຊີງ,​ກຸ່ມ​ບໍລິ​ສັດຈິ່ງ​ຢິງ​ນ້ຳຕານ​ເມືອງ​ເຈີນ​ຄ່າງກັບ​ອົງການ​ປົກ​ຄອງ​ເມືອງ​ກົວ​ການ​ຂອງ​ມຽນມ້າ​ໄດ້​ເຊັນ​ສັນຍາ​ປູກ​ຕົ້ນ​ອ້ອຍ​ແທນ​ຝິ່ນ​1ພັນ​ເຮັກຕາ.​ໃນ​ເວລາ​ໃຫ້​ສຳ​ພາດ,​ທ່ານ​ເພີງ​ເຕ​ເຢິນ ຮອງ​ຜູ້​ບັນຊາ​ການ​ກອງ​ທະຫານ​ພັນທະ​ມິດປະ​ຊາທິປະ​ໄຕ​ແຫ່ງຊາດ​ມຽນມ້າ​ເວົ້າ​ວ່າ,​ໂຄງ​ການ​ປູກ​ຕົ້ນ​ອ້ອຍ​ແທນ​ຝິ່ນ​ຫຼາຍ​ພັນ​ເຮັກຕາ​ດັ່ງກ່າວ​ແມ່ນຂໍ​ກະ​ແຈ​ທີ່​ເມືອງ​ກົວ​ການ​ບັນລຸ​ການ​ຫ້າມ​ການ​ປູກ​ຝິ່ນ​ຢ່າງ​ສຳ​ເລັດ​ຜົນ​ໃນ​ປີ2002.
 
ຕົ້ນ​ເດືອນ​ທັນວາ​ປີ2005,​ທ່ານ​ລົວ​ເຈິ້ງ​ກົວ ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ບໍລິ​ສັດ ເຈີ້ນ​ຄ່າງ​ນ້ຳຕານ​ໄດ້​ພາ​ນັກ​ຂ່າວ​ໄປ​ສວນ​ຕົ້ນ​ອ້ອຍ​ຂອງ​ບໍລິ​ສັດ​ດັ່ງ​ກ່າວ​ຢູ່​ເມືອງ​ກົວ​ການ.​ເມື່ອ​ມອງ​ໄປ,​ຂຽວ​ອຸ່ມ​ທຸ່ມ​ເຕັມ​ໄປ​ດ້ວຍຄວາມ​ຊີວິດຊີວາ.​ແຕ່ບໍລິສັດ​ດັ່ງກ່າວ​​​ໄດ້​ເລີ່​ມ​ເຮັດໂຄງການ​ປູກ​ພືດແທນຝິ່ນຢູ່​ມຽນມ້າ​ໃນ​ປີ1996​ເປັນຕົ້ນ​ມາ,​ເນື້ອ​ທີ່​ປູກ​ຕົ້ນ​ອ້ອຍ​ໄດ້​ມີ​ເຖິງ​2668​ເຮັກ​ຕາ,​ກວມ​ເຖິງ​ຄອບ​ຄົວ​ປະ​ຊາ​ກອນ​2ໝື່ນ​ກວ່າ​ຄົນ ປູກຝັງ​1420​ຄອບ​ຄົວ​ໃນ5ຕາ​ແສງ​ຂອງ​3​ເຂດ​.
 
ແຕ່​ປີ2004​ຮອດ​ປີ2005,​ບໍລິ​ສັດ​ຂອງ​ແຂວງ​ຢຸນນານ​ໄດ້​ສະໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ຖະໜົນ​ຫົນ​ທາງ,​ຊົນລະ​ປະທານ,​ວັດ​ສະດຸ​ແລະ​ເງິນສົດ​ຕົກ​ເປັນ​ເງິນ​73ລ້ານ​ກວ່າ​ຢວນ,​ຮັບ​ຊື້​ອ້ອຍ4​ແສນ​5ໝື່ນ​ໂຕນ,​ເຮັດ​ໃຫ້​ຊາວ​ກະສິ​ກອນ​ທີ່ປູກ​ອ້ອຍ​ຂອງ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​6520ຢວນ.
 
ເມືອງ​ເກີງ​ມາ​ແຂວງ​ຢຸນນານ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ມຽນມ້າ​ປູກ​ພືດ​ແທນຝິ່ນ​ໃນ​ປີ1994​ເປັນ​ຕົ້ນ​ມາ,​ໄດ້​ມີ​ວິ​ສາ​ຫະກິດ7​ແຫ່ງ​ໄປ​ເຮັດໂຄງ​ການ​ປູກພືດ​ແທນ​ຝິ່ນ​ຢູ່​ຕ່າງປະ​ເທດ.​ທ່ານ​ລົວ​ຢົງ​ທິງ ຮອງ​ເຈົ້າ​ເມືອງ​ດັ່ງກ່າວ​ແນະນຳ​ວ່າ,​ການ​ປູກ​ພືດແທນ​ຝິ່ນ​ຕົ້ນຕໍ​ແມ່ນ​ໂຄງ​ການ​ປູກຢາງ​ພາລາ,​ໝາກ​ລິ່ນ​ຈີ່,​ໝາກ​ລຳ​ໄຍ,ໝາກ​ຖົ່ວ​ເຫຼືອງ,ໝາກ​ເຜັດ​ເປັນ​ຕົ້ນ,​ເນື້ອ​ທີ່​ປູກຝັງ​ມີ​ເຖິງ​3335​ເຮັກຕາ.
 
ວັນ​ທີ18​ເດືອນ​ກໍລະກົດ​ແລະ​ວັນ​ທີ31​ສິງຫາ​ປີ2005,​ບໍ​ລີ​ສັດ​ຈິ່ງ​ຢິງ​ນ້ຳຕານ​ ເມືອງ​ລິນ​ຊ່າງ​ແຂວງ​ຢຸນນານ​ກັບ​ອົງ​ການ​ປົກຄອງ​ເຂດ​ພິ​ເສດ​ເລກ​1ລັດ​ສານ ມຽນມ້າ​ໄດ້​ເຊັນ​ສັນ​ຍາ​ປູກ​ມັນ​ດ້າງ​ແລະ​ມັນ​ກໍແທນ​ຝິ່ນ​7ພັນ​ເຮັກຕາ​ແລະ​ສັນຍາ​ປູກຕົ້ນ​ອ້ອຍ​3500​ກວ່າ​ເຮັກ​ຕາ​ຢູ່​ເມືອງ​ກົວ​ການ​ມຽນ​ມ້າ.ວັນ​ທີ​16ຕຸລາ​ປີ2005,​ອົງການ​ປົກຄອງ​ແຂວງ​ຫຼວງ​ນ້ຳ​ທາ​ກັບ​ກຸ່ມ​ບໍລິ​ສັດ​ລີ້​ລ້ຽງ​ຜະລິດ​ຕະ​ພັນ​ຊີ​ວະ​ຊາດ​ຈຳ​ກັດ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ເຮັດໂຄງ​ການ​ປູກຝັງ​ຮັບ​ຊື້​ແລະ​ປຸງ​ແຕ່ງ​ຕົ້ນ​ອ້ອຍ​ແລະ​ມັນກໍ,​ໂຄງ​ການ​ດັ່ງ​ກ່າວຈະ​ເຮັດ​ໃຫ້​ລາວ​ຈະ​ປູກ​ຕົ້ນ​ອ້ອຍ​ແລະ​ມັນ​ກໍ 1ໝື່ນ​ກວ່າ​ເຮັກຕາ​ເຂົ້າ​ແທນ​ຝິ່ນ.​ປັດ​ຈຸບັນ,​ໂຄງການ​ຈີນ​ລາວ​ຮ່ວມ​ມື​ປູກ​ຢາງ ພາລາ​ແທນ​ຝິ່ນ​ໄດ້ສ້າງ​ແຫຼ່ງ​ເບ້ຍ​ໄມ້​ຢາງ​ພາ​ລາ​3ລ້ານ​5​ແສນ​ຕົ້ນ.​ພາຍ​ໃນ8ປີ​ຈະ​ປູກ​ຕົ້ນ​ຢາງພາ​ລາ1​ແສນ​ກວ່າ​ເຮັກຕາ​ຢູ່​ລາວ,​ເຮັດ​ໃຫ້​ຊາວ​ກະສິ​ກອນ​ທ້ອງ​ຖິ່ນນັ້ນ​ຈະ​ໄດ້​ຮັບຜົນ​ປະ​ໂຫຍດ​ຈາກ​ການປູກ​ພືດ​ແທນ​ຝິ່ນ.
 
ການ​ປູກ​ພືດແທນ​ຝິ່ນໄດ້​ເຮັດ​ໃຫ້ຊາວ​ກະສິ​ກອນ​ຂອງ​ປະ​ເທດດັ່ງ​ກ່າວ​ສິ້ນ​ສຸດ ປະຫວັດ​ປູກ​ຝິ່ນ​ຮ້ອຍ​ປີ​ມາ​ນີ້,​ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ລົບ​ລ້າງ​ແຫຼ່ງ​ຜະ​ລິດ ຢາ​ເສບຕິດ.​ບຸກ​ຄົນ​ພາຍ​ໃນ​ວົງ​ການ​ຂອງ​ຈີນ​ກວ່າ​ວ່າ,​ພາຍ​ໃຕ້​ການສະ​ໜັບສະ​ໜູນ​ຂອງ​ປະ​ເທດ,​ໂຄງ​ການ​ຮ່ວມ​ມືກັບ​ຕ່າງ​ປະ​ເທດ​ປູກ​ແທນ​ຢາຝິ່ນຈະ​ເປີກ​ກວ້າງ​ອອກ​ໄປ​ສູ່​ຂົງ​ເຂດ​ຕ່າງໆ​ເທື່ອ​ລະ​ກ້າວ,​ເຊັ່ນ​ການ​ດັດ​ສ້າງ​ເສັ້ນ​ທາງ​ຢູ່​ຕ່າງປະ​ເທດ,​ກໍ່ສ້າງ​ສິ່ງ​ກໍ່ສ້າງ​ຊົນລະ​ປະທານ,​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະສິ​ກຳ​ແລະ​ພືດ​ອຸດສາ​ຫະ​ກຳ​ຢ່າງ​ປາ​ນີດ,​ການ​ທ່ອງ​ທ່ຽວ,​ການ​ລ້ຽງສັດ​ນ້ຳ,​ການ​ອົບຮົມ​ເຕັກ​ນິກ​ໃຊ້​ຕົວ​ຈິງ​ຫຼາຍ​ຊະນິດ​ແລະ​ການ​ສຶກສາ​ວັດທະ​ນະທຳ​ເປັນ​ຕົ້ນ,​ຂ້າມ​ຜ່ານ​ຈາ​ກການ​ປູກ​ແທນ​ຢ່າງ​ດຽວ​ໄປ​ສູ່​ການ​ພັດ​ທະນາ​ແທນ,​ເພື່ອ​ປົວ​ແປງ​ພື້ນຖານ​ໂຄງ​ລ່າງ​ແລະ​ສິ່ງ​ແວດ​ລ້ອມ​ຄົງ​ຕົວ​ຂອງ​ພາກ​ພື້ນ​ທີ່​ກ່ຽວ​ຂ້ອງ​ຢູ່​ຕ່າງປະ​ເ​ທດຢ່າງ​ແທ້​ຈິງ,ຍົກ​ຄຸນ​ທາດ​ແລະ​ຄວາມ​ສາ​ມາດ​ຂອງ​ແຮງ​ງານ​ຕ່າງ​ປະ​ເທດ​ໃຫ້​ສູງ​ຂຶ້ນ,​ສະ​ກັດ​ກັ້ນ​ການ​ປູກ​ຢາຝິ່ນ​ຢ່າງ​ບັງ​ເກີດ​ຜົນ,​ສະ​ໜອງ​ຊ່ອງ​ຫວ່າງ​ໃຫ້​ແກ່​ການ​ພັດທະ​ນາ​ແທນ​ຕື່ມ​ອີກ.