ທ່ານໂອນເມີດກ່າວວ່າ ຣັດເຊຍເຊີນອົງການຮາມັດສ໌ໄປຢ້ຽມຢາມຣັດເຊຍບໍ່ມີຜົນດີຕໍ່ອົງການຮາມັດສ໌ປ່ຽນຫຼັກໝັ້ນ
cri
Author: cai
ຕາມຂ່າວCRI:ວັນທີ 5 ມີນາ,ທ່ານໂອນເມີດ ຜູ້ວ່າການແທນນາຍົກລັດຖະມົນຕີອິສຣາແອນເວົ້າວ່າ,ຫວ່າງມໍ່ໆນີ້,ຣັດເຊຍໄດ້ເຊີນຄະນະຜູ້ແທນອົງການຮາມັດສ໌ຂອງປາເລັສຕີນໄປຢ້ຽມຢາມມົສກູ,ທັງນີ້ບໍ່ມີຜົນດີຕໍ່ອົງການຮາມັດສ໌ປ່ຽນຫຼັກໝັ້ນຫົວຮຸນແຮງຂອງຕົນ.
ມື້ດຽວກັນ,ໃນເວລາໂທລະສັບລົມກັບທ່ານປູຕີນ ປະທານາທິບໍດີຣັດເຊຍ,ທ່ານໂອນເມີດເວົ້າວ່າ,ກ່ອນອົງການຮາມັດສ໌ຮັບຮອງອິສຣາແອນ ປະລະກຳລັງຮຸນແຮງແລະເຄົາລົບສັນຍາທີ່ປາເລັສຕີນກັບອິສຣາແອນໄດ້ເຊັນກັນ,ຣັດເຊຍເຊີນອົງການຮາມັດສ໌ໄປຢ້ຽມຢາມແມ່ນຜິດພາດ,ນີ້ພຽງແຕ່ຈະຂັດຂວາງອົງການຮາມັດສ໌ປ່ຽນຫຼັກໝັ້ນຫົວຮຸນແຮງຂອງຕົນເທົ່ານັ້ນ.
ທ່ານປູຕີນເວົ້າວ່າ,ຫຼັກໝັ້ນຂອງຣັດເຊຍແມ່ນເຈລະຈາກັບອົງການຮາມັດສ໌,ເຮັດໃຫ້ອົງການດັ່ງກ່າວຮັບເຫັນດີນຳຄວາມຮຽກຮ້ອງຂອງປະຊາຄົມໂລກ.ທ່ານກ່າວເນັ້ນວ່າ,ຣັດເຊຍບໍ່ຫ່ອນຈະເຮັດເລື່ອງໃດໆທີ່ທຳລາຍຜົນປະໂຫຍດແລະຄວາມປອດໄພຂອງອິສຣາແອນ.
|
|