ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-06 15:45:58    
CD ແຜ່ນໃໝ່ຂອງທ່ານ​ເຫີ​ຈູງ

cri Author: da


ທ່ານ​ເຫີ​ຈູງ​​ ເປັນ​ອາຈານສອນຢູ່ມະຫາວິທະຍາ​ໄລພາສາ​ຕ່າງປະ​ເທດ​ປັກ​ກິ່ງ, ພ້ອມ​ກັນນັ້ນຍັງ​ເປັນ​ພິທີ​ກອນ​ຂອງ​ວິທະຍຸ​ແລະ​ໂທລະພາບ​ຫຼາຍ​ຊ່ອງ.​ເອກະລັກ​ອັນ​ເບີກບານ ຂອງ​ທ່ານ​​ໃນ​ເວລາຈັດ​ລາຍການ​,​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຊາວ​ໜຸ່ມທັງຫຼາຍ.  ທ່ານ​ເຫີ​ຈູງ​ຍັງ​​ເປັນ​ນັກ​ປະພັນ​ ​ເຄີຍ​ແຕ່ງ​ໜັງສື ພິມ​ຈຳໜ່າຍ, ​ເຄີຍ​ສະ​ແດງ​ຮູບ​ເງົາ ​​​​​ສະ​ແດງເປັນ​ພະ​ເອກໃນ​ລະຄອນ​ເວົ້າ,​​ ຜູ້​ຊົມ​ທັງຫຼາຍຈຶ່ງ​ຖືທ່ານ​ເຫີ​ຈູງ​​ເປັນ​ສິລະ​ປິນຜູ້​ເກັ່ງ​ຮອບດ້ານ.

ປີ 2004,ທ່ານ​ໄດ້​ອັດຈຳໜ່າຍ CD​ແຜ່ນທຳ​ອິດ ທີ່​ໃຫ້ຊື່ວ່າ ke yi ai "ຮັກ​ກັນ​ໄດ້" ​ແລ້ວ​ໄດ້​ເຂົ້າສູ່​ເວທີ​​ເພງ​​ຢ່າງ​ເປັນ​ທາງ​ການ,​ ໃຊ້ເວລາ​ບໍ່​ດົນ, CD ​ແຜ່ນ​ນີ້ກໍໄດ້​ຂາຍ​ຮອດ 4 ​ແສນ 2 ໝື່ນ​ກວ່າແຜ່ນ​​,​ ເພງ zhi zi hua kai "​ດອກ​ຈື່​ຈຶບານ"​ ຄືເພງ​​ເອກ​ໃນ CD ທີ່​ມີ​ເອກະລັກ​​ປະ​ເພດເພງ​ເດີ່ນໂຮງຮຽນ​​ ໄດ້​ນິຍົມ​ກັນຫຼາຍ​​ໃນ​ທົ່ວ​ປະ​ເທດຈີນ,ອັນ​ໄດ້​ເບີ​ກ ທາງໃຫ້​ທ່ານ​ເຫີ​ຈູງວິວັດ​ພັດທະນາ​​ເທິງ​ເວທີ​ເພງ​, ກາຍ​ເປັນ​ນັກ​ຮ້ອງ​ໃໝ່​ຜູ້ດີ​ເດັ່ນ​ຂອງເວທີ​​ເພງ​ຈີນ.ໃນ​CD​ແຜ່ນ​ໃໝ່ນີ້,ທ່ານ​ເຫີ​ຈູງ​ໄດ້​ລອງ​ໃຊ້​​ດົນຕີ​​ຫຼາຍ​ປະ​ເພດ​ທີ່​ທັນ​ສະ​ໄໝ​ກວ່າ​ເກົ່າ .

(ປ່ອຍ​ເພງ yi lu zou guo ​​ "ຕະຫຼອດທາງ​ທີ່ເດີນຜ່ານ​ມາ")

"ບໍ່​ວ່າ​ເຈົ້າປາຖະໜາ​ສິ່ງ​ໃດ, ຈົ່ງ​ໄປສະ​ແຫວ​ງຢ່າງ​ສົມ​ໃຈ,​​ ຕະຫຼອດທາງ​ທີ່
​ເດີນຜ່ານ​ມາ,​ເລື່ອງ​ຫຍັງ​ກໍ​ເຄີຍປະສົບ​​ແລ້ວ, ຄວາມ​ຮັກ​ແຕ່ລະ​​ໄລຍະ ລ້ວນ​ແຕ່​ມີ​ຈຸດ​ຄື​ກັນ,ຢາກ​ຮັກ​​ກໍ​ຮັກ​​ໂລດ,ຢ່າ​ສູ່​ເວົ້າຫຍັງ​ຫຼາຍ​.​ເຈົ້າ​ກຽ​ມພ້ອມ​​ແລ້ວ​ບໍ່?"

ທີ່​ຟັງ​ມານັ້ນ​ແມ່ນ​ເພງ yi lu zou guo ​​ "ຕະຫຼອດທາງ​ທີ່ເດີນຜ່ານ​ມາ" ​ເພງ​ທຳ​ອິດ​ໃນ​ CD ແຜ່ນ​ໃໝ່​ຂອງ​ທ່ານ​ເຫີ​ຈູງ,​ເພງ​ນີ້​ແຕ່ງ​ໂດຍ​ທ່ານ​ລິ​ນອີ່​ເຟີ່ງ ສິລະ​ປິນດົນຕີ​ຜູ້​ໜຸ່ມນ້ອຍ​ທີ່​ມີ​ຄວາມ​ສາມາດ​ຂອງ​ຮົງ​ກົງ​,​ເນື້ອ​ເພງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຈິດໃຈ​ກວ້າງຂວາງ ​ແລະ​ທ່າ​ທີ​ສຸຂະ​ທັດ​ຂອງ​ຊາວ​ໜຸ່ມ.

(ປ່ອຍເພງzao chen "ຍາມ​ເຊົ້າ")

​ເພງzao chen "ຍາມ​ເຊົ້າ" ທີ່​ມີ​ທຳນອງ​ເພງ​ບຼຸສຢ່າງເຂັ້ມຂຸ້ນ,​ໄດ້​ບັນ​ລະ​ຍາຍ​ຄວາມ​ສຸກ​ຂອງ​ຄູ່​ຮັກ​ຄູ່ໜຶ່ງ​ທີ່​ເຟືອ​ກັນ​​ໃນ​​ບ່ອນ​ຫວ່າງ​ທີ່​ບໍ່​ກວ້າງ​ປານ​ໃດ.​ເພງ​ນີ້​ມີ​ເນື້ອ​ຮ້ອງ​ວ່າ:"​ຮູ້ສຶກ​ວ່າ​ແສງ​ຕາ​ເວັນອັນ​ອົບ​ອຸ່ນສາດສ່ອງ​ໃສ່​ຂາ,​​ໃນຫ້ອງ​​ເຈືອ​ຈານ​ໄປ​ດ້ວຍບັນຍາກາດ ກຽດຄ້ານ​, ບຶດໜຶ່ງ​ພວກ​ເຮົາກໍ​ຈະໄປ​ຊົງ​ກາ​ເຟກິນ, ຫຼື​ດື່ມ​ນ້ຳຊາ ຈາງໆ​ກໍ່​ໄດ້.​ໃນ​ຫ້ອງ​ນ້ອຍ​​ມີ​ແຕ່​ເຈົ້າກັບ​ຂ້ອຍ​,​​ເຮົາ​​ມາສະ​ແດງເປັນ​ທ້າວ​ໂລ​ມີ​ໂອ​ກັບ​ນາງ​ຈູ​ລີ​ເອ,​ ​ເທື່ອ​ນີ້ຕ່າງແຕ່​ວ່າ​,ພວກ​ເຮົາ​​ບໍ່ຕ້ອງ​ພັດ​ພາກ​ຈາ​ກກັນ,​ ຕໍ່​ໄປພາຍ​ໜ້າ,ແຕ່​ລະ​​ເຊົ້າຄ່ຳ ​ເຈົ້າກັບຂ້ອຍ​ກໍ​ຈະ​ໄດ້ຢູ່​ນຳ​ກັນ.

​ທີ່​ຈິງ​ແລ້ວ,​ໃນ​CD ແຜ່ນທຳ​ອິດ,ທ່ານ​ເຫີ​ຈູງ​​ກໍເຄີຍຮ້ອງ​ເພງບຼຸສ ທີ່​ຊື່ວ່າ ping fan xin "​ຈິດໃຈ​​ທຳ​ມະ​ດາ"​ໄດ້​ຢ່າງ​ດີ.  ເທື່ອ​ນີ້,ທ່ານຮ້ອງ​ເພງ"ຍາມ​ເຊົ້າ"​ກໍແຮ່ງ​ມ່ວນ.  ​ເບິ່ງຊົງ, ດົນຕີ​ສີ​ເມື່ອຍໆ​ຄ້ານໆ​ແບບນີ້,ອາດ​ຈະ​​ເໝາະ​ກັບລັກສະນະ​ຂອງ​ທ່ານ​ເຫີ​ຈູງ.

(ປ່ອຍເພງ man you "ທ່ຽວ​ຫຼິ້ນ")

"ບິນ​ໄປ​ສູ່ທະ​ເລ, ຕໍ່ໜ້າ​ແມ່ນ​ໂລກ​ສີຄາມ,​ ໃນ​ໃຈພວມ​ມີ​ຄວາມ​ຝັນ​ເກີດ​ຂຶ້ນ,  ວາ​ແຂນ​ອອກ ກອດ​ເອົາ​​ທຸກ​ຢ່າງ​ໃຕ້​ແສງຕາ​ເວັນ,​ ຟ້າ​ແຈ້ງຫຼາຍ ຮີບມືນ​ຕາຂຶ້ນ,​ຟຶດ​ຄວາມ​ອິດ​ເມື່ອຍມື້ວານ​ນີ້​ຖິ້ມ, ຍາມ​ໃດ​ກໍ​ມີ​ເ​ລື່ອງ​ໃໝ່​ອ່ຽມທີ່​ເປັນ​ໜ້າ​ດີ​ໃຈ​ເກີດ​ຂຶ້ນ. ປ່ຽນ​​ເຄື່ອງ​​ນຸ່ງໂຕຫຼົມໆ,​ ເພາະ​ຍາມນີ້​ແມ່ນ​ລະດູ​ຢ່ອນ​ອາລົມ. ບໍ່​ເມືອ​ບ້ານ,​​ ກໍບໍ່​ມີ​ສິ່ງ​ເປັນ​ຫ່ວງ."

ທີ່​​ທ່ານ​ພວມຟັງ​ຢູ່​ນີ້​ແມ່ນ​ເພງ man you "ທ່ຽວ​ຫຼິ້ນ"​ເພງ​ເອກ​ໃນ CD ​ແຜ່ນ​ໃໝ່ຂອງ​ທ່ານ​ເຫີ​ຈູງ,ເອກະລັກ"ລັອກ​ແອນ​ໂລ​ນ​"ແບບ​ອັງກິດ​ແລະ​ທຳນອງ​​ເຕັ້ນດີດ​ເບົາໆ ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ໄວ​ຄະນອງ​ແລະ​ເສລີ . ​ເພງ"ທ່ຽວ​ຫຼິ້ນ"ກໍແມ່ນ​ຂອງ​ຂວັນ​ອັນ​ຈິງ​ໃຈ​ທີ່​ທ່ານ​ເຫີ​ຈູງ​ມອບ​ໃຫ້​ຊາວ​ໜຸ່ມ​ໝົດ​ທຸ​ກຄົນ,ທ່ານ​ຫວັງ​ໃຫ້​ເພງ​ນີ້​ເປັນ ​ເພື່ອນ​ຊາວ​ໜຸ່ມທັງຫຼາຍ, ຢ່ວງ​ບາດກ້າວ​ອັນ​ເສລີ,ມຸ່ງໄປ​ສູ່​ໂລກ​ທີ່ກວ້າງຂວາງ​ກວ່າ​ເກົ່າ.

CDແຜ່ນ​ໃໝ່ຂອງ​ທ່ານ​ເຫີ​ຈູງ ມີ​ນັກ​ດົນຕີ​ຜູ້ດີ​ເລີດຫຼາຍ​ຄົນ​ເປັນ​ກຳລັງ​ສະໜັບ ສະໜູນ​ ເຊັ່ນ:ທ່ານ​ລິນ​ອີ່​ເຟີ່ງ ທ່ານ​ຫູ​ຢຽນປິ່ນ​ແລະ​ທ່ານ​ອູ​ເຄິ້ຊຸນ​ເປັນຕົ້ນ,ນັກ​ດົນ​ຕີ​ຮຸ້ນ​ໃໝ່​ທີ່​ມາ​ຈາກ​ເຂດ​ໃນ​ຈີນຮົງ​ກົງ​ແລະ​​ໄຕ້​ຫວັນ​ເຫຼົ່າ​ນີ້​ໄດ້​ເປັນອົງປະກອບສຳຄັນ​​ໃນ​ການ​ແຕ່ງ CD​ ​ແຜ່ນ​ໃໝ່​ນີ້,ພູມ​ປັນຍາ​ການ​ປະດິດຄິດ​ແຕ່ງອັນ​ພິ​ເສດ​ຂອງ​ພວກ​ເຂົາ​ເຈົ້າ,​ເຮັດ​ໃຫ້ CD​ ​ແຜ່ນນີ້ມີບັນຍາກາດໂຣມັງຕິກທີ່​ຕ່າງ​ໝູ່ແລະມີຄວາມ​ຫ້າວຫັນຟົດ​ຟື້ນ​ຂອງ​ຊາວ​ໜູ່ມ.


(ປ່ອຍ​ເພງ"​ຄຶດ")

"ຢາກ​​​ໃຊ້ຫາງຕາແຕ້ມ​ຮູບ​​ເຈົ້າ​,ຢາກ​​ໃຫ້​ເຈົ້າຟັງນິທານ​ຫຼາຍ​ໆເລື່ອງ,ຢາກ​ຢູ່​ໃນ​ສະຫວັນ​ນ້ອຍທີ່​ກວ້າງ​ພຽງ​ 10 ​ຕາແມັດ,ລໍຖ້າ​​ໃຫ້ຟ້າ​ແຈ້ງ,ພຽງ​ແຕ່​​ຢາກ​ໃຫ້​ເຈົ້າຢູ່ຄຽງ​ຂ້າງຂ້ອຍ." ນີ້​ແມ່ນ​ເພງທີ່​ໃຫ້​ຊື່ວ່າ xiang ​ແປ​ວ່າ "​ຄຶດ" ຊຶ່ງ​ເປັນ​ເພງ​ລູກ​ທຸ້ງ​​ຂອງ​ໄທ​ເມືອງ​ທີ່ທ່ານ​ອູ​ເຄິ້ຊຸນ ນັກ​ຮ້ອງ​ໄຕ້​ຫວັນ​ແຕ່ງ​ສຳລັບທ່ານ​ເຫີ​ຈູງ​ໂດຍ​ສະ​ເພາະ.

ມ້ວນ​ທ້າຍ​ລາຍການ​ມື້ນີ້,​ເຊີນ​ຟັງ​ເພງ li zhan "ອອກ​ຈາກສະຖານີ​" ​ເພງ​ຮັກ​ທີ່​ໂສກ​ເສົ້າ​ເພງ​ໜຶ່ງ​ໃນ CD​ ​ແຜ່ນ​ໃໝ່​ຂອງ​ທ່ານ​ເຫີ​ຈູງ.​ເພງ​ນີ້​ມີ​ເນື້ອ​ຮ້ອງ​ວ່າ:"​ເຈົ້າ​​​ສັ່ງ​ຄວາມໄວ້ວ່າ,​ໃຫ້​ຂ້ອຍ​ຄອຍ​ຖ້າ​​ຕະຫຼອດ​ຊີວິດ,​ ຂ້ອຍກໍມີ​ແຕ່​​ຄຶດ​ຮອດ​​ເຈົ້າທຸກ​ເຊົ້າຄ່ຳ, ຢ່າ​ສູ່​ເວົ້າຄຳ​ສັ່ງລາ, ຢ່າ​ສູ່​ວ່າຂໍ​ໂທດ,​​ເຈົ້າວ່າ​ຈະຢູ່​ຄຽງ​ຂ້າງ​ຂ້ອຍຊົ່ວ​ກາລະ​ນານ,ແຕ່​ພັດ​ໄປ​ໄກ​ໂດຍ​ບໍ່​ກັບຄືນ,ແຮ່ງຮັກ​​ເຈົ້າຫຼາຍ,​ກໍ​ແຮ່ງ​ເຫງົາ​ໃຈ,ຂ້ອຍ​ມີແຕ່​ໃຊ້​ນ້ຳ​ຕາ​ຫຼໍ່ລ້ຽງຄວາມ​ຝັນ​ທີ່​ຫ່ຽວແຫ້ງ​."