ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-06 16:04:10    
ແຜນ​ກຳ​ນົດ​5​ປີ​ຄັ້ງ​ທີ່11ຈະ​ສະ​ໜອງ​ຊ່ອງ​ຫວ່າງ​ອັນ​ໃຫຍ່​ຫຼວງ​ໃຫ້​ການ​ພັດ​ທະ​ນາ​ຮົງ​ກົງ​ແລະ​ມາ​ກາວ

cri

ຕາມ​ຂ່າວສານ​ຊິນ​ຮວາ:ຂ່າວ​ໄຂ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກາຍ​ເປັນ​ຂ່າວຮ້ອນ​ຂອງບັນດາໜັງ​ສື​ພິມ​ໃຫຍ່​ຂອງ​ຮົງ​ກົງ​ແລະ​ມາ​ກາວ​ສະບັບວັນ​ທີ6 ມີນາ,​ສ່ວນ​ເສດຖະກິດ​ຮົງ​ກົງ​ແລະ​ມາ​ກາວ​ຖືກ​ຈັດ​ເຂົ້າ​ແຜນ​ກຳນົດ5ປີ​ຄັ້ງທີ່11ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ແລະ​ກາຍ​ເປັນ​ຈຸດ​ຮ້ອນ​ກວ່າ​ເພິ່ນ.

ໜັງ​ສື​ພິມ​ເວີນ​ຮຸ້ຍປ້າວ​ຮົງ​ກົງ​ພິມ​ບົດ​ນຳ​ຊີ້​ອອກ​ວ່າ,ຮ່າງຫຼັກ​ໃຫຍ່​ໃຈຄວາມແຜນ​ກຳນົດ​ກ່າວ​ເນັ້ນ​ຮັກສາ​ຖານະສູນ​ການ​ທະນາຄານ,ການ​ຄ້າ,ການ​​ເດີນ​ທະ​ເລສາກົນ​ຂອງ​ຮົງ​ກົງ,​ເພີ່ມຄວາມ​ແຮງ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຮົງ​ກົງ​ກັບ​ເຂດ​ໃນ,ທັງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຖານະ​ສຳຄັນ​ຂອງ​ຮົງ​ກົງ​ໃນ​ຍຸດ​ທະ​ສາດ​ພັດທະນາ​​ແຫ່ງ​ຊາດ,​ແລະ​ສູນ​ກາງ​ເອົາ​ໃຈ​​ໃສ່​ໃນ​ລະດັບ​ສູງ​ແລະສະ​ໜັບສະ​ໜູນ​ຮົງ​ກົງຈົນ​ສຸດຂີດ.

ໜັງສືພິມ​ມາ​ກາວ​ຢື້​ປ້າວ​ໄດ້​ລົງ​ພິມ​ບົດ​ຄວາມ​ຂຽນ​ວ່າ,ຮ່າງ​ຫຼັກ​ໃຫຍ່​ໃນ​ຄວາມແຜນ​ກຳນົດ​5ປີ​ຄັ້ງທີ່11ທີ່ພິຈາລະນາ​ຢູ່ກອງ​ປະຊຸມປະຈຳ​ປີຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເຮັດ​ໃຫ້​ຕົວ​ສະ​ແດງ​ຂອງ​ຮົງ​ກົງ​ແລະມາ​ກາວ​ ​ເປັນ​ຮູບ​ປະ​ທຳ​ທັງ​ນີ້​ໄດ້,ສະ​ແດງ​​ໃຫ້​ເຫັນ​ວ່າສູ​ນກາງພິຈາລະນາບັນຫາ​ຮົງ​ກົງ​ມາ​ກາວ​ໃນ​ລະດັບ"ປົກຄອງປະ​ເທດ​ແລະ​ຄຸ້ມ​ຄອງ​ການ​ເມືອງ"ຢ່າງ​​ແທ້​ຈິງ.