ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-06 20:52:15    
ຈີນ​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ຕົວ​ເລກ​ຄາດ​ໝາຍ​ດ້ານ​ສິວິ​ໄລ​ມະ​ນຸດ ສັງ​ຄົມ​ແລະ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ​ໃນ​ການ​ວາງ​ແຜນ​ພັດ​ທະ​ນາ

cri

ຕາມ​ຂ່າວCRI,​ໃນ​ເວລາ​ກ່າວ​ເຖິງ​ຈຸດ​ພິ​ເສດ​ຂອງ​ແຜນ​ພັດທະ​ນາຂອງ​ຈີນ​ໃນ5ປີ​ຂ້າງ​ໜ້າ,​ທ່ານ​ມາ​ໄຂ ຫົວ​ໜ້າ​ຄະນະ​ກຳມະ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ເວົ້າ​ວ່າ,​ເມື່ອ​ທຽບ​ໃສ່​ແຜນ​ໄລຍະ​ກາງ​ແລະ​ໄລຍະ​ຍາວ​ທີ່​ລັດ​ຖະບານ​ຈີນ​ໄດ້​ວາງ​ອອກ​ໃນ​ເມື່ອ​ກ່ອນ,​ແຜນ​ດັ່ງກ່າວ​ຍິ່ງ​ເອົາ​ໃຈ​ໃສ່ນຳ​ຕົວ​ເລກ​ຄາດ​ໝາຍ​ແຫ່ງ​ການ​ພັດ​ທະນາ​ໃນ​ຂົງ​ເຂດ​ສິວິ​ໄລ​ມະ​ນຸດ ສັງ​ຄົມ ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ.

ທ່ານ​ມາ​ໄຂ​ແມ່ນ​ໃຫ້​ທັດສະ​ນະ​ດັ່ງກ່າ​ວ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ6ມີນາ.​ຕາມ​ທ່ານ​ແນະນຳ​ວ່າ,​ໃນ​ເນື້ອ​ໃນ​ໃຈ​ຄວາມ​ແຜນ​ພັດ​ທະນາ​ໃນ​ຫ້າ​ປີ​ຂ້າງ​ໜ້າ​ທີ່​ໄດ້​ສະ​ເໜີ​ໃຫ້​ກອງ​ປະ​ຊຸມ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ພິຈາລະ ນາ​ນັ້ນ,​ມີ​ບົດ​ໜຶ່ງ​ໄດ້​ບັນ​ລະ​ຍາຍ​ຕົວ​ເລກ​ຄາດ​ໝາຍ​ຕົ້ນຕໍ​22ລາຍ​ໃນ​ການພັດ​ທະນາ​ເສດຖະ​ກິດ​ສັງຄົມ​ຈີນ​ຢ່າງ​ຮອບ​ດ້ານ,​ໃນ​ນັ້ນ​ຕົວ​ເລກ​ຄາດ​ໝາຍ​ໃນ​ດ້ານ​ກ່ຽວ​ກັບ​ປະຊາ​ກອນ ຊັບພະ​ຍາ​ກອນ ສິ່ງ​ແວດ​ລ້ອມ ການ​ບໍລິ​ການ​ສາ​ທາ​ລະນະ​ເປັນ​ຕົ້ນ​ໄດ້​ກວມ​70%​ຂຶ້ນ​ໄປ.