ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 13:25:48    
ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ຈີນ​ລົມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄຂ​ປະ​ຊຸມ​ແລະ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ(ສຽງ)

cri

ຕອນ​ເຊົ້າ​ວັນ​ທີ5​ມີນາ,ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ4​ສະ​ໄໝ​ທີ10ໄດ້​ໄຂ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ,​ໃນ​ພິທີ​ໄຂ​ປະ​ຊຸມ,ທ່ານ​​ເວີນ​ເຈ​ຍປາວ ນາຍົກ​ລັດຖະ​ມົນ​ຕີຈີນ​ໄດ້​ອ່ານ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະບານ,​ໃນ​​ເວລາ​ນັ້ນ,​ໃນ​ກອງ​ປະຊຸມ​ໄດ້​ມີສຽງ​ຕົບມື​​ໄດ້​ດັງ​ຂຶ້ນຢ່າງ​ຟົດ​ຟື້ນ​ເທື່ອ​ແລ້ວ​ເທື່ອ​ອີກ.ບັນດາ​ຜູ້​ແທນ​ກຳມະ​ການ​ພາກັນກ່າວ​ວ່າ,ບົດ​ລາຍ​ງານ​​ແມ່ນ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ທີ່ສະ​ແຫວ​ງຫາ​ຄວາມ​ຈິງ​ແລະ​ຕິດ​ແທດ​ຕົວ​ຈິງ,​ແມ່ນ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ທີ່​​ເຊີດ​ຊູ​ກຳລັງ​ໃຈ​ຄົນ.ກ່ຽວ​ກັບບັນຫາ​ດັ່ງ​ກ່າວ​,ນັກ​ຂ່າວcri​ພວກ​ເຮົາໄດ້​ສຳ​ພາດ​ທ່ານ​ວິຈິດ.ຊີ​ນດາ​ວົງ ​ເອກ​ອັກຄະ​ລັດຖະ​ທູດ​ລາວ​ປະຈຳ​ຈີນ​ທີ່​ເຂົ້າ​ນັ່ງ​ຟັງ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​​ໂດຍ​ຈຳ​ເພາະ,​ໃນ​ລາຍ​ການ​ຂົວ​ອາກາດ​ມື້​ນີ້,ພວກ​ເຮົາ​ມາ​ຟັງ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ທີ່​ມີຕໍ່​​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄຂ​ປະຊຸມ​ແລະ​ການ​ຕີ​ລາຄາ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ.

ເຖິງ​ວ່າ​ ທ່ານ​ໄດ້​ເຂົ້າ​ນັ່ງ​ຟັງກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ເທື່ອ​ທີ​ສອງ​ແລ້ວ​ກໍ່ຕາມ,​ແຕ່​​ທ່ານ​ວິຈິດ​ຍັງ​ຮູ້ສຶກກະ​ຕຸ້ນ​ໃຈ​ຫຼາຍ,ທ່ານເວົ້າວ່າ:(ອັດສຽງ ທ່ານວິຈິດ)

ໃນ​ເວລາ​ລົມ​ເຖິງບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ທີ່​ທ່ານ​ເວີນ​ເຈ​ຍປາວ​ ນາຍົກ​ລັດ​ຖະ​ມົນ​ຕີ​ຈີນ​ອ່ານ​ນັ້ນ,ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ບອກ​ນັກ​ຂ່າວ​ວ່າ,ທ່ານ​ເຫັນ​ວ່າ​ຮ່າງຫົວ​ຂໍ້​ສຳ​ຄັນ​ແຜນ5​ປີ​ຄັ້ງ​ທີ11​ທີ່​ລັດ​ຖະບານ​ຈີນວາງ​ອອກ​ນັ້ນ​ສອດ​ຄ່ອງ​ກັບ​ສະ​ພາບ​ແຫ່ງ​ຊາດຂອງ​ຈີນ​ຫຼາຍ,ທ່ານ​ເອົາ​ໃຈ​ໃສ່​ຫຼາຍ​ນຳ​ບັນ​ຫາກ່ຽວ​ກັບ​ຊົນ​ນະບົດ,ກະ​ສິກຳ​ແລະ​ຊາວ​ກະສິກອນ​ທີ່​ກ​ອງປະ​ຊຸມກ່າວ​ເຖິງ​ນັ້ນ,ທ່ານເວົ້າວ່າ:(ອັດສຽງ ທ່ານວິຈິດ)

ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ,ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດ​ຖະ​ມົນຕີ​ຈີນ​ກ່າວ​ວ່າ,"ພວກ​ເຮົາ​ຈະ​ປັບ​ປຸງ​ແລະ​​ເພິ່ມທະວີ​​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ກັບປະ​ເທດ​ພວມ​ພັດ​ທະ​ນາ​ອັນ​​ໄພ​ສານ.ຍຶດ​ໝັ້ນ​ທິດ​ທາງ​ການ​ຕ່າງ​ປະ​ເທ​ດກັບປະ​ເທດ​ອ້ອມ​ຂ້າງ​ທີ່​ມີ​ໄມຕີ​ຈິດ​ຕໍ່​ປະ​ເທ​ດ​ໃກ້​ຄຽງ,ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ,ຊຸກ​ຍູ້​ການ​ກໍ່ສ້າງກົນ​ໄກ​ຮ່ວມ​ມື​​ພາກ​ພື້ນ,​ເຮັດ​ໃຫ້ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ຂຶ້ນ​ສູ່​ລະ​ດັບ​ໃໝ່."​ໂດຍ​ປະ​ສານ​ສົມ​ທົບ​ກັບ​ການຂະ​ຫຍາຍ​ຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ລາວ,ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້​ຕີ​ລາຄາ​ສູງ​ຕໍ່​ນະ​ໂຍ​ບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ,ຮັ່ງມີ​ນຳ​ກັນ​ກັບປະ​ເທດ​ໃກ້​ຄຽງ,ທ່ານເວົ້າວ່າ:(ອັດສຽງ ທ່ານວິຈິດ)