ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-06 21:26:37    
ບົດ​ບັນທຶກ​ປະຈຳ​ວັນ​ກ່ຽວ​ກັບ​ກອງ​ປະຊຸມ​ສອງ​ສະພາ​ໃນ​ວັນ​ທີ 6 ມີນາ

cri Author: da
ກອງ​ປະຊຸມສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຄັ້ງທີ 4 ສະ​ໄໝ​ທີ 10 ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 5 ມີນາ,​ໄດ້​ດູດ​ດຶງ​ສາຍຕາ​ຂອງ​ປະຊາຊົນ​ບັນດາ​ຊົນ​ເຜົ່າ​ຢູ່​ເຂດ​ໃນ​ຈີນ ຮົງ​ກົງ ມາ​ກາວ​ແລະ​ໄຕ້​ຫວັນ,ພ້ອມ​ທັງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ໂລກ.ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄຂ​ປະຊຸມ​ປີ​ລະ​ເທື່ອ ​ເວົ້າສຳລັບ​ປະຊາຊົນ​ຈີນ​ແລ້ວ​ແມ່ນ​ວັນ​ເຂົ້າຮ່ວມ​ແລະ​ເປິ​ກສາ​ຫາລື​ວຽກ​ບ້ານ​ການ​ເມືອງ,​ສ່ວນ​ເວົ້າສຳລັບ​ຫາງ​ສຽງ​ຂອງ​ໂລກ​ແລ້ວ,ພັດ​ແມ່ນ​​ໂອກາດ​ທີ່​​ເອົາ​ໃຈ​ໃສ່​ປັກ​ກິ່ງ​ແລະ​ວິຈານ​ຈີນ.​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ​ຢູ່​ອ້ອມ​ຂ້າງ​ປະ​ເທດ​ຈີນ,​ຍິ່ງ​ໄດ້ເອົາ​ໃຈ​ໃສ່​ນຳກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງນີ້.

​ເວັບ​ໄຊ manager on line ທີ່​ມີ​ຊື່​ສຽງ​ຂອງ​ໄທ​ໄດ້​ແຈ້ງ​ຂ່າວ​ແລະ​ວິຈານ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານຂອງ​ທ່ານ​ນາຍົກລັດຖະມົນຕີ​ເວີນ​​ເຈຍ​ປາວ​ກ່ຽວ​ກັບ​ການ​ສ້າງສາ​ຊົນນະບົດ​​ແບບໃໝ່​ຂອງ​ຈີນ ການ​ສຶກສາ​ພາກ​ບັງຄັບ ​ແລະ​​ເນື້ອ​ໃນ​ໃຈຄວາມແຜນ​ພັດທະນາ 5 ປີ​ຄັ້ງທີ 11 ຂອງ​ຈີນ​ເປັນຕົ້ນດ້ວຍ​ຫົວ​ເລື່ອງ"ຈີນ​ເພີ່ມ​ເບີກເງິນ 42 ຕື້​ໂດ​ລາ​ສະຫະລັດ​ອອກ​ແຮງ​ຊຸກຍູ້​ການ​ສ້າງສາ​ຊົນນະບົດ​ແບບ​ໃໝ່ ​ເພື່ອ​ລົບ​ລ້າ​ງຄວາມທຸກ​ຍາກ​ຈາກກົກ​ຮາກ"​,ສຸດ​ທ້າຍ,ບົດ​ຄວາມຊີ້​ອອກ​ວ່າ,ຈີນ​ຍັງ​ຈະ​ເພີ່ມ​ຄ່າ​​ໃຊ້​ຈ່າຍ​ດ້ານ​ການທະຫານ 35 ຕື້​​ໂດ​ລາ​ສະຫະລັດ​ໃຊ້​ເຂົ້າ​ໃນ​ການ​ເຝິກ​ແອບ​ກອງທັບ​ແລະ​ຍົກ​ສູງ​ຄວາມ​ສາມາດ,​ແລະ​ຖື​ເລື່ອງ​ນີ້ກ່າວ​ເຕືອນ​ພວກ​ຕັດ​ແຍກ​ໄຕ້​ຫວັນອອກ​ເປັນ​ເອກ​ະລາດວ່າ:"ຈີນ​​ເດັດຂາດບໍ່​ຫ່ອນປະນີປະນອມ​ຕໍ່​ການ​ກະທຳ​ໃດໆ​ທີ່​ເຈດ​ຕະນາ​ຕັດ​ແຍກ​ປະ​ເທດ​ຊາດ."

​​ເວັບໄຊ​ຂອງ​ວິທະຍຸ​ແຫ່ງ​ຊາດ​ຫວຽດນາມ​ຄື ວິທະຍຸ​ສຽງ​ຂອງ​ຫວຽດນາມ​ໄດ້​ພິມ​ບົດ​ຄວາມ​ໂຮມ​ສູນ​ແຈ້ງ​ຂ່າວ​ກ່ຽວ​ກັບບັນຫາສ້າງສາ​ຊົນນະບົດ​ແບບ​ໃໝ່ໃນ​ບົດ​ລາຍ​ງານ​ຂອງ​ທ່ານ​ເວີນ​ເຈຍ​ປາວ​,ບົດຄວາມ​ຊີ້​ອອກ​ວ່າ:"ການ​ສ້າງສາ​ຊົນນະບົດ​ສັງຄົມ​ນິຍົມ​ແບບໃໝ່​ແມ່ນ​ໜ້າ​ທີ່​ປະຫວັດ​ການຕົ້ນຕໍ​ລາຍ​ໜຶ່ງຂອງ​ຈີນ."

ໜັງສືພິມ​ນານ​ຢາງ​ຊ່າງ​ປ້າວ​ຂອງ​ມາ​ເລ​ເຊຍ​ໄດ້​ແຈ້ງ​ຂ່າວ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງນີ້​ດ້ວຍ​ຫົວ​ຂໍ້​ສະ​ເພາະຢ່າງ​ລະອຽດ.ບົດ​ຄວາມຂຽນ​ວ່າ:"ບົດ​ລາຍ​ງານ​ຂອງ​ທ່ານ​ເວີນ​ເຈຍ​ປາວ ສ່ວນ​ຫຼາຍ​ແມ່ນ​ກ່ຽວ​ພັນ​ກັບ​ບັນຫາ​ສ້າງ​ເຂດ​ຊົນນະບົດ​ສັງຄົມ​ນິຍົມ​ແບບ​ໃໝ່.​ໃນ​ປະຊາກອນ​ຂອງ​ຈີນ 1 ຕື້ 300 ລ້ານ​ຄົນ,ມີ​ຊາວ​ກະສິກອນ 750 ລ້ານ​ຄົນ​ຢູ່​ທີ່​ຊົນນະບົດ,ສະນັ້ນ,ລັດຖະບານ​ວາງ​ແຜນ​​ເບີກເງິນ 339 ຕື້ 700 ລ້ານ​ຢວນ​ເຂົ້າ​ໃນ​ການ​ຍົກ​ສູງ​ການ​ຜະລິດ​ກະສິກຳ,​​ແລະ​ເບີກ​ເງິນ​ອີກ​ຫຼາຍ​ຕື້​ຢວນ​ເຂົ້າ​ໃນ​ການ​ຍົກ​ສູງ​ລະດັບ​ບໍລິການ​ສັງຄົມ​ໃນ​ເຂດ​ຊົນນະບົດ."

ໜັງສືພິມ​ລຽນ​ເຫີ​ຈາວ​ປ້າວຂອງ​ສິງກະ​ໂປ​ຊີ້​ອອກ​ວ່າ:"​ໃນ 5 ປີ​ທີ່​ຜ່ານ​ມາ,​​ໃຕ້​ການປັບປຸງ​ຄວບ​ຄຸມມະຫາ​ພາກ,ເສດຖະກິດ​ຈີນຍັງ​ໄດ້​​ເຕີບ​ໂຕ​ຂຶ້ນ 9,5% ຕໍ່​ປີ,ລັດຖະບານ​ກາງ​ໄດ້​ຕົກລົງ​​ເພີ່ມ​ຄວາມແຮງ​​ໃນ​ການພັດທະນາ​ແບບ​ຍືນ​ຍົງ,​ໄດ້​ວາງເປົ້າໝາຍ GDP ​ເພີ່ມ​ຂຶ້ນ 7,5% ຕໍ່​ປີ​ໃນ 5 ປີ​ຂ້າງ​ໜ້າ,​ເປົ້າໝາຍ​ນີ້​ແມ່ນ​ວາງອອກ​​ຕາມ​ຄວາມ​ຕ້ອງ​ການ​ແລະ​ຄວາມ​ອາດ​ເປັນ​ໄປ​ໄດ້,ຍິ່ງ​​ແມ່ນຢູ່​ບົນ​ພື້ນຖານ​ເຮັດ​​ໃຫ້​ອົງ​ປະກອບ​ດີ​ຂຶ້ນ ຍົກ​ປະສິດທິພາບ​ໃຫ້​ສູງ​ຂຶ້ນ​ແລະ​ຫຼຸດ​ການ​ສິ້ນ​ເບື້ອງໜ້ອຍລົງ.​"

​ຈາກ​ນີ້​​ເຫັນໄດ້​ວ່າ,​ເນື້ອ​ໃນ​ທີ່ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ​ເອົາ​ໃຈ​ໃສ່​ທີ່​ສຸດນຳ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ຂອງ​ທ່ານ​ນາຍົກລັດຖະມົນຕີນັ້ນ ​ແມ່ນ​ໂຮມ​ສູນ​ຢູ່ໃນ​ບັນຫາ​ກະສິກຳ ຊົນນະບົດ​ແລະ​ຊາວ​ກະສິກອນ,ນີ້​​ໄດ້​ສ່ອງ​​ແສງ​ໃຫ້​ເຫັນ​ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ​ມີ​ສະພາບ​ແຫ່ງ​ຊາດ​ຄ້າຍຄື​ກັນ​ກັບປະ​ເທດ​ຈີນ ທັງ​ປະ​ເຊີນ​ບັນຫາ​ຊີ​ວິດການ​ເປັນ​ຢູ່​​ທີ່​ຄື​ກັນ,​ເຊື່ອ​ວ່າ​ໃນ​ວາລະປະຊຸມ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ,ຈະ​ສະໜອງ​ຂ່າວ​ຄາວ​ຫຼາຍ​ກວ່າ​ເກົ່າ​​ໃຫ້​ບັນດາ​ປະ​ເທດ​ອ້ອມ​ຂ້າງ​ຊອກ​ຮູ້​ຈີນ​ແລະ​ການ​ພັດທະນາຂອງ​ຈີນໃນ​ອະນາຄົດ​,ພ້ອມ​ທັງ​ຈະ​ນຳ​ເອົາ​ຄວາມ​ຫວັງ​ແລະຜົນ​ປະ​ໂຫຍ​ດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່ຊີວິດ​ການ​ເປັນ​ຢູ່​ຂອງ​ສາມັນ​ຊົນ​ຂອງ​ຈີນ​.