ຜູ້ນຳອົງການຮາມາສຮຽກຮ້ອງພັກຝ່າຍການເມືອງຕ່າງໆຂອງປາເລັດສະຕິນເຂົ້າຮ່ວມການປະກອບລັດຖະບານຊຸດໃໝ່
cri
Author: shuo
ຕາມຂ່າວCRI:ວັນທີ6ມີນາ,ຢູ່ເມືອງດາມາສ ນະຄອນຫຼວງຊີເລຍ,ທ່ານຮາລິດ ມາຊາອານ ຜູ້ນຳອົງການຮາມາສໄດ້ຮຽກຮ້ອງພັກຝ່າຍການເມືອງທັງໝົດຂອງປາເລັດສະຕິນເຂົ້າຮ່ວມການປະກອບລັດຖະບານຊຸດໃໝ່,ເພື່ອເພີ່ມທະວີຄວາມສາມັກຄີພາຍໃນປາເລັດສະຕິນ.
ວັນທີ6ມີນາ,ສະພານິຕິບັນຍັດປາເລັດສະຕິນຊຸດໃໝ່ໄດ້ໄຂກອງປະຊຸມຄັ້ງທຳອິດ,ອົງການຮາມາສກັບອົງການອານຟາຕາໄດ້ໂຕ້ຖຽງກັນກ່ຽວກັບຍັດຕິກົດໝາຍທີ່ກ່ຽວຂ້ອງ.ທ່ານອາ ຊິສ ເດີວີກ ປະທານໃໝ່ຂອງສະພານິຕິບັນຍັດທີ່ຂຶ້ນກັບອົງການຮາມາສປະກາດຍົກເລີກຍັດຕິກົດໝາຍທັງໝົດທີ່ຜ່ານໃນກອງປະຊຸມເທື່ອສຸດທ້າຍຂອງສະພານິຕິບັນຍັດຊຸດກ່ອນ,ໃນນັ້ນລວມທັງອຳນາດສ່ວນໜຶ່ງທີ່ມອບໃຫ້ປະທານອົງການອຳນາດແຫ່ງຊາດປາເລັດສະ ຕິນ.
ນອກນີ້ຂ່າວແຈ້ງວ່າ,ໃນມື້ດຽວກັນ,ຢູ່ທີ່ລີຢັດ,ທ່ານຊີລັກ ປະທານາທິບໍດີຝະຣັ່ງທີ່ພວມຢ້ຽມຢາມອາລາບີຊາອູດິດກ່າວວ່າ,ຝະຣັ່ງໂຄລົບການເລືອກເອົາດ້ານການເມືອງຂອງປະຊາຊົນປາເລັດສະຕິນ,ບໍ່ເຫັນດີລົງໂທດອົງການຮາມາສ.
ມື້ດຽວກັນ,ຢູ່ທີ່ອົດຕາວາ,ທ່ານລາວຼົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍທີ່ພວມຢ້ຽມຢາມການາດາເວົ້າວ່າ,ອົງການຮາມາສບໍ່ໄດ້ປັດປ່າຍຄວາມອາດເປັນໄປໄດ້ທີ່ຈະຈັດການເຈລະຈາສັນຕິພາບກັບອິສຣາແອນບົນພື້ນຖານແຜນການສັນຕິພາບຕາເວັນອອກກາງ.
|
|