ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 14:21:35    
ສື່​ມວນ​ຊົນ​ບັນດາ​ປະ​ເທດ​ຕັ້ງ​ໜ້າ​ແຈ້ງ​ຂ່າວ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ທີ່​ລາຍ​ງານ​ໂດຍ​ທ່ານ​ເວີ່ນ​ເຈ່ຍ​ປາວ

cri Author: cai
ຕາມ​ຂ່າວ CRI:​ໃນ​ຫຼາຍ​ມື້​ມາ​ນີ້,ສື່​ມວນ​ຊົນ​ບັນດາ​ປະ​ເທດ​ໃນໂລກ​ໄດ້​ທະຍອຍ​ກັນ​ເອົາ​ໃຈ​ໃສ່​ນຳກອງ​ປະຊຸມ​ສອງ​ສະ​ພາ​ຂອງ​ຈີນ,​ໄດ້​ຕັ້ງ​ໜ້າ​ແຈ້ງ​ຂ່າວກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະ​ບານ​ທີ່​ທ່ານ​ເວີ່ນ​​​ເຈ່ຍ​ປາວ ນາ​ຍົກ​ລັດຖະ​ມົນຕີ​ຈີນອ່ານ​ໃນ​ກອງ​ປະຊຸມ​ສະ​ພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 4 ສະ​ໄໝ​ທີ 10.

ວັນ​ທີ 5 ​ແລະ​ວັນ​ທີ 6 ມີນາ,ສື່​ມວນ​ຊົນ​ຕົ້ນຕໍ​ຂອງຣັດ​ເຊຍ​ຄື​ໂທລະພາບຣັດ​ເຊຍ ຂ່າວສານ​ອີ​ຕາຣ-​ຕາສ໌​ແລະ​ໜັງສືພິມ"​​​ໂຄ​ເມີ​ຊານ​ດ໌"​ເປັນ​ຕົ້ນ​ໄດ້​ແຈ້​ງຂ່າວ​ກ່ຽວ​ກັບກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ຢ່າງ​ຫຼວງ​ຫຼາຍ,ບົດ​ລາຍ​ງານ​ຂອງ​ທ່ານ​ນາຍົກລັດ​ຖະມົນຕີ​ເວີ່ນ​ເຈ່ຍ​ປາວ​ແມ່ນ​ຈຸດ​ສຸມ​ທີ່​ພວກ​ເຂົາ​ເຈົ້າ​ເອົາ​ໃຈ​ໃສ່,​ແລະ​​ເຫັນ​ວ່າ,ລັດຖະບານ​ຈີນ​ໄດ້​ສະ​ເໜີ​ເປົ້າ​ໝາຍທີ່​ສ້າງ"ຊົນນະບົດ​ໃໝ່ສັງຄົມ​ນິຍົມ"ຢ່າງ​​ແຈ່ມ​ແຈ້ງນັ້ນ,​ແມ່ນ"ບາດ​ລ້ຽວ​ຄັ້ງປະ​ຫວັດ​ສາດ".

ໜັງສືພິມ"​ໄຟ​ແນນ​ໂຊແທມສ໌"​ຂອງ​ອັງກິດສະບັບ​ວັນ​ທີ 6 ມີນາ​ໄດ້​ພິມ​ບົດ​ຄວາມ​ທີ່ພາດ​ຫົວ​ເລື່ອງ​ວ່າ"ຈີນ​ຕັ້ງ​ໃຈ​​ເຮັດ​ໃຫ້ຊາວ​ກະສິ​ກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ"​ໂດຍ​ຂຽນ​ວ່າ,ຈີນ​ຫວັງ​​​ໃຫ້ນຳ​ໃຊ້​​ເງິນທຶນ​ທີ່​​ໄດ້​ຮັບ​ຈາກ​ການ​ພັດທະ​ນາ​ເສດຖະ​ກິດ​ຢ່າງ​ວ່ອງ​ໄວ​ໃນ​ຫຼາຍ​ປີ​ມາ​ນີ້ມາ​ແກ້​ໄຂ​ບັນ​ຫາ​ຄວາມຜິດ​ໂຕນ​ກັນ​ລະ​ຫວ່າງ​ຜູ້ທຸກ​ຍາກ​ກັບຜູ້​ຮັ່ງມີ​​ແລະລະ​ຫວ່າງ​ຕົວ​ເມືອງ​ກັບ​ຊົນ​ນະບົດ,​ບົດ​ຄວາມ​ຍັງ​ໄດ້​ນຳ​ເອົາ​ຄຳ​ປາ​ໄສ​ຂອງ​ທ່ານ​ເວີ່ນ​​ເຈ່ຍ​ປາວ​ທີ່​ວ່າ"ທົ່ວ​ສັງຄົມ​ລ້ວນ​ແຕ່​ຕ້ອງ​ສະໜັບ​ສະໜູນ​ການ​ພັດທະນາ​ຂອງ​ຊົນນະບົດຢ່າງ​ແຂງ​ແຮງ".

ໜັງສືພິມ《ອານ ອາ​ຮ໌ລາມ》ຂອງ​ເອຢິບ​ແຈ້ງ​ຂ່າວ​ວ່າ,​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ,ທ່ານ​ເວີ່ນ​ເຈ່ຍ​ປາວກ່າວເນັ້ນວ່າ,ການ​ສ້າງ​ຊົນນະບົດ​ໃໝ່​ສັງຄົມ​ນິຍົມແມ່ນ​ໜ້າ​ທີ່​ສຳຄັນຄັ້ງປະຫວັດສາດ.