ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Friday    Apr 18th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 14:27:54    
ກຳປູ​ເຈຍ​ແລະ​ຫວຽດ​ນາມ​ກ່າວ​ວ່າ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​​ການ​ຮ່ວມ​ມື​

cri Author: lm

ຕາມຂ່າວສານຊິນຮວາ: ວັນທີ 6 ມີນາຢູ່ທີ່ພະນົມເປັນ, ທ່ານຮຸນແຊນ ນາຍົກລັດ​ຖະ​ມົນ ຕີກຳປູເຈຍໄດ້ເຈລະຈາກັບທ່ານຟານວັນຄາຍ ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມທີ່​ໄປຢ້ຽມຢາມ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ການ​ພົວ​ພັນ​ລະ​ຫວ່າງ​ທັງ​ສອງ​ປະ​ເທດໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ແລະໄດ້ລົງນາມໃນສັນຍາ​ຫຼາຍ​ສະ​ບັບ, ​ເພື່ອ​ເພີ່ມ​ທະວີ​ການ​ພົວ​ພັນ​ໄມຕີ​ຈິດ​ແລະ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ.

​ໃນ​ການ​ເຈລະ​ຈາ, ທ່ານ​ຮຸນ​ແຊນ​ແລະ​ທ່ານ​ຟານ​ວັນ​ຄາຍ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ, ຈະ​ສືບ​ຕໍ່​ສຸມ​ກຳລັງ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​​ແລະ​ເປີດ​ກວ້າງການ​ພົວພັນ​​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​​ແລະ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ, ​ຕ່າງໂຄລົບ​ຄວາມ​ເປັນ​ເອ​ກະ​ລາດ​ແຫ່ງ​ຊາດ​ ອະທິ​ປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຕ່າງບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງກັນ, ບໍ່​ໃຊ້​ກຳລັງ​ອາວຸດຫຼື​ໃຊ້​ດິນ​ແດນ​ຝ່າຍ​ກົງກັນຂ້າມ​ທຳລາຍສັນຕິພາບ ຄວາມ​ໝັ້ນຄົງແລະ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ອື່ນ. ທັງສອງ​ປະ​ເທດ​ຍັງ​ຈະ​ເພີ່ມ​ທະວີ​ການສະ​ໜັບສະ​ໜູນ​ເຊິ່ງກັນ​ແລະ​ກັນ​ແລະ​ການຮ່ວມ​ມື​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ.

ຫຼັງຈາກ​ເຈລະຈາກັນ​ແລ້ວ, ກຳປູ​ເຈຍກັບ​ຫວຽດນາມ​ໄດ້​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ດ້ານ​ສາ​ທາ​ລະນະ​ສຸກ ການ​ຂ່າວ ການ​ຂົນ​ສົ່ງ​ເຄື່ອງ​ຂອງ​ຂ້າມ​ຊາຍ​ແດນ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ຂອງ​ຜູ່​ຄົນ​ເປັນຕົ້ນ.

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040