ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 14:43:09    
ບາງ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ກ່າວ​ລື້ມ​ຍຶດ​ໝັ້ນ​ຫຼັກ​ການ​ຈີນ​ດຽວ

cri Author: shuo
ຕາມ​ຂ່າວCRI:ຫວ່າງ​ມໍ່​ໆ​ນີ້,ລັດຖະບານຂອງກູບາ ມຽນມາ​ແລະ​ຊອກ​ດາ​ນີພ້ອມ​ດ້ວຍ​ສະ​ຫະ ພາບ​ອາ​ຟະ​ລິ​ກາ​ໄດ້​ອອກ​ຖະ​ແຫຼງການຫຼືກ່າວ​ຄຳ​ປາ​ໄສ​ໂດ​ຍກ່າວ​ລື້​ມວ່າ,​ຍຶດ​ໝັ້ນ​ຫຼັກ​ການ​ຈີນ​ດຽວ,ຕິຕຽນທ່ານ​ເຊິ​ນສຸຍ​ປຽນ ຜູ້ນຳ​ເຈົ້າໜ້າ​ທີ່​ໄຕ້​ຫວັນທີ່​ກໍ່​ການ​ແບ່ງ​ແຍກ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະລາດ ຄື ​ຢຸດຕິ​ການ​ໝູນ​ເດີນຂອງ​ຄະ​ນະ​ກຳ​ມະ​ການ​ທ້ອນ​ໂຮມ​ປະ​ເທດ​ແລະ​ເຊົາ​ໃຊ້​ໂຄງ​ການ​ທ້ອນ​ໂຮມ​ປະ​ເທດ.

ວັນ​ທີ5​ມີນາ,​ລັດ​ຖະ​ບານ​ກູ​ບາ​ແລະ​ມຽນມາ​ຕ່າງ​ໄດ້​ອອກ​ຖະ​ແຫຼງການ​ແລະ​ປະກາດ​ແຈ້ງ​ຂ່າວ​ໂດຍກ່າວ​ລື້ມ​ຫຼັກ​ໝັ້ນ​ຂອງ​ຕົນ​ທີ່​ສະໜັບສະໜູນ​​ຈີນ​ດຽວ,​ແລະ​ກ່າວ​ປະນາມ​ກົນ​ອຸ​ບາຍ​ຂອງ​ທ່ານ​ເຊິນ​ສຸຍ​ປຽນ​ທີ່​ກີດ​ຂວາງ​ການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບກັນ ທຳ​ລາຍ​ສິດ​ແລະ​ຜົນ​ປະ​ໂຫຍດ​ອັນ​ຊອບ​ກົ​ດໝາຍ​ຂອງ​ປະຊາຊົນ​ຈີນ​ແລະ​ທຳລາຍ​ສະຖຽນ​ລະພາບ​ຂອງ​ພາກ​ພື້ນ.

ວັນ​ທີ5​ມີນາ,​ໃນ​ເວລາ​ພົບ​ປະ​ຄະນະ​ຜູ້ແທນ​ຂອງສະມາຄົມ​ແລກປ່ຽນ​ສາ​ກົນ​​ຈີນ​ທີ່​ໄປ​ຢ້ຽມ​ຢາມ,​ທ່ານ​ຟາ​ເຢັສ ຮອງ​ປະທານ​ສະພາ​ສູງ ປະທານ​ຄະນະ​ກຳມາທິການ​ການ​ຕ່າງປະ​ເທດຂອງສະພາ​ສູງ​ ອະດີດ​ນາຍົກລັດຖະມົນຕີຂອງ​ຊອກ​ດາ​ນີ​ເວົ້າວ່າ,ຊອກ​ດາ​ນີຈະ​ສືບ​ຕໍ່​​ໂຄລົບ​ຫຼັກໝັ້ນຫຼັກກນ​ຈີນ​ດຽວ​ຢ່າງ​ເດັດດ່ຽວ,ສະໜັບສະ​ໜູນ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນໂດຍ​ສັນຕິ.

ວັນ​ທີ4​ມີນາ,ທ່ານ​ໂຄ​ນາ​ເລ ປະທານ​ຄະນະ​ກຳມະການ​ສະຫະພາບ​ອາ​ຟະລິ​ກາ​ເວົ້າຕໍ່​ທ່ານນາງ​ລີນ​ລີນ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະຈຳ​ເອຕີ​ໂອ​ປີ​ທັງ​ເປັນ​ຜູ້ຕາງໜ້າປະຈຳ​ສະ​ຫະ​ພາບ​ອາ​ຟະ​ລິ​ກາ​ວ່າ,​ສະ​ຫະ​ພາບ​ອາ​ຟະ​ລິ​ກາ​ຍຶດ​ໝັ້ນ​ຫຼັກ​ໝັ້ນ​ຈີນ​ດຽວຢ່າ​ງຄັກ​ແນ່,ມີ​ຄວາມ​ເຫັນ​ໂດຍ​ຕະຫຼອດ​ວ່າ​ໄຕ້​ຫວັນ​ແມ່ນ​ພາກສ່ວນ​ໜຶ່ງຂອງ​ຈີນ,ສະຫະພາບ​ອາ​ຟະລິ​ກາກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ແບ່ງ​ແຍກຈີນ​ຂອງ​ທ່ານ​ເຊິ​ນສຸຍ​ປຽນ.