ການເງິນທ້ອງຖິ່ນຂອງຈີນບໍ່ມີຂຸມການເງິນ
cri
ຕາມຂ່າວCRI, ວັນທີ7ມີນາ, ຢູ່ທີ່ປັກກິ່ງ, ທ່ານສິວສຽວຮວາ ຮອງຫົວໜ້າກົມສະຖິຕິແຫ່ງຊາດຈີນກ່າວວ່າ, ລາຍຮັບການເງິນຂອງອົງການປົກຄອງທ້ອງຖິ່ນຈີນໃນປີກາຍນີ້ຫຼາຍກວ່າລາຍຈ່າຍ97ຕື້ກວ່າຢວນ, ບໍ່ມີຂຸມການເງິນ.
ໃນຖານເປັນກຳມະການສະພາປຶກສາການເມືອງແຫ່ງຊາດຈີນ, ທ່ານສິວສຽວຮວາແມ່ນກ່າວຄວາມດັ່ງກ່າວໃນງານຊຸມນຸມນັກຂ່າວທີ່ກອງປະຊຸມປະຈຳປີຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນທີ່ຈັດຂຶ້ນໃນວັນທີ7ມີນາ. ໃນເວລາທ່ານຕອບຄຳເວົ້າຂອງສື່ພາຍນອກກ່ຽວກັບການເງິນທ້ອງຖິ່ນຈີນມີຂຸມການເງິນໃຫຍ່ໃນສອງປີມານີ້, ທ່ານຊີ້ອອກວ່າ, ອີງຕາມກົດໝາຍວ່າດ້ວຍການງົບປະມານຂອງຈີນ, ແມ່ນບໍ່ອະນຸຍາດໃຫ້ທ້ອງຖິ່ນມີຂຸມການເງິນ, ມີແຕ່ການເງິນສູນກາງທໍ່ນັ້ນຈິ່ງໃຫ້ມີຂຸມການເງິນ.
ທ່ານກ່າວວ່າ, ໃນສອງປີມານີ້ຈີນໄດ້ປະຕິບັດນະໂຍບາຍການເງິນທີ່ໜັກແໜ້ນ, ຫຼຸດປະລິມານໜີ້ສິນແຫ່ງລັດໄລຍະຍາວໃຫ້ພໍດ້າມພໍດີ, ຄວບຄຸມບໍລິມາດຂຸມການເງິນໃຫ້ພໍດ້າມພໍດີ, ໄດ້ຮັບໝາກຜົນຢ່າງຈະແຈ້ງແລ້ວ, ປີກາຍນີ້ຂຸມການເງິນສູນກາງຈີນມີພຽງ208ຕື້ຢວນເທົ່ານັ້ນ.
|
|