ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 17:09:08    
ຄວນ​ຕົ້ມ​ແກງ​​​ແນວ​ໃດຈິ່ງ​ຈະ​ແຊບ

cri
ບໍ່​ວ່າ​ແມ່ນ​ອາຫານ​ຈີນ​ຫຼື​ວ່າ​ອາຫານ​ຝ່າຍ​ຕາ​ເວັນ​ຕົກ, ​ນ້ຳແກງ​​ກໍ​ແມ່ນ​ຂາດ​ບໍ່​ໄດ້. ​ໃນ​ລະດູ​ໜາວ​, ​ກິນແກງ​ຮ້ອນຍິ່ງ​ເຮັດ​ໃຫ້ຄົນ​ຮູ້ສຶກ​ອົບ​ອຸ່ນ. ​ເລື່ອງ​ກິນແມ່ນ​ສັນຊາດ​ຕະຍານ​ຂອງ​ຄົນ​ເຮົາ, ສ່ວນ​ທາດ​ແທ້​ຂອງ​ອາຫານນັ້ນ​ແມ່ນ​ທາດ​ບຳລຸງ. ຢາກກິນ​ນ້ຳແກງ​ເພື່ອ​ບຳລຸງ​ສຸຂະພາບ, ກໍ່ຕ້ອງ​ຕົ້ມ​ແກງ​ຕາມ​ຫຼັກ​ວິທະຍາສາດ, ​ຕ້ອງ​ເອົາ​ໃຈ​ໃສ່​ໃນ​ເຈັດ​ດ້ານດັ່ງ​ລຸ່ມ​ນີ້.

ໜຶ່ງ: ​ເລືອກ​ເອົາ​ວັດຖຸ​ດິບ​ທີ່​ດີ. ການ​ເລືອກ​ວັດຖຸ​ດິບ​ແມ່ນ​ຂໍ​ກະ​ແຈ​ໃນ​ການ​ຕົ້ມ​ແກງ. ຢາກ​ຕົ້ມ​ແກງ​​ແຊບ, ກໍຕ້ອງ​ເລືອກ​ຊີ້ນ​ສັດ​ສົດ, ມີ​ກິ່ນ​ໜ້ອຍ, ບໍ່​ຕິດ​ເລືອດ, ​ເຊັ່ນຊີ້​ນ​​ໄກ່, ຊີ້ນ​ເປັດ, ຊີ້ນລອນ​ໝູ, ຂາ​ໝູ, ກະດູກ​ໝູ, ໝູ​ແຮມ, ​ເປັດ​ຢ້າງ​ແລະ​ປະ​ເພດ​ປາ​ເປັນ​ຕົ້ນ. ອາຫານ​ປະ​ເພດ​ນີ້​ມີ​ວິຕາມິນ​, ອາ​ມີ​ໂນ​ອາ​ສິດ, ຕີຕາ​ນ​ຢ່າງທີ່​ອຸດົມສົມບູນ, ສິ່ງ​ເຫຼົ່າ​ນີ້​ກໍແມ່ນ​ແຫຼ່ງຕົ້ນຕໍ​ທີ່​ພາ​ໃຫ້​ແກງ​ແຊບນົວ.

ສອງ: ຕ້ອງ​ເປັນອາຫານ​ສົດ. ຄື​ເລື​ອກ​ເອົາ​ວັດຖຸ​ດິບ​ທີ່​ສົດ​ແລະ​ບໍ່​ມີ​ກິ່ນສາບ​ກິ່ນ​ຄາວ. ຄຳ​ວ່າສົດ​ບໍ່​ໝາຍ​ຄວາມ​ວ່າສົດໆ​ຮ້ອນ​ໆ​ຄື​ໃນ​ເມື່ອ​ກ່ອນ​ຄື: ກິນ​ຊີ້ນ​ສົດ​ກິນ​ປາ​ເປັນ. ຄຳ​ວ່າ​ສົດ​ໃນ​ປະຈຸ​ບັນ​ແມ່ນ​ໝາຍ​ເຖິງປາ​ຫຼື​ຊີ້ນ​ສັດ​ທີ່​ຕາຍໄດ້3​ຫາ5ຊົ່ວ​ໂມງ​, ​​​ປາ​ຫຼື​ຊີ້ນສັດ​ປະ​ເພດ​ນີ້ແມ່ນ​ເໝາະ​​ແກ່​ການ​ເອົາມາ​ຕົ້ມ​ແກງທີ່​ສຸດ.

ຕ້ອງ​ເລືອກ​ເອົາ​ໝໍ້​ທີ່​ດີ

​ໃຊ້​ໝໍ້​ດິນ​​ເຜົາ​ເກົ່າມາ​ຕົ້ມແກງ​ແມ່ນ​ດີ​ທີ່​ສຸດ. ​ເພາະວ່າ​ໝໍ້​ດິນ​ເຜົາ​ແມ່ນ​ມາ​ຈາກ​ການ​ເຜົາ​ເປັນ​ເວລາ​ດົນ​ນານ, ມີ​ຈຸດ​ພິ​ເສດ​ຫຼາຍ​ຢ່າງ​ເຊັ່ນ: ລະບາຍ​ອາຍ​ໄດ້​ດີ, ​ກະຈາຍຄວາມ​ຮ້ອນ​ຢ່າງສະ​ໝ່ຳສະ​ເໝີ​ແລະ​ລະບາຍ​ຄວາມ​ຮ້ອນ​ຊ້າ​ເປັນ​ຕົ້ນ. ​​ໃນ​ເວລາຕົ້ມ​ແກງ, ໝໍ້​ດິນ​ເຜົາ​ສາມາດ​ກະຈາຍ​ຄວາມ​ຮ້ອນ​ຈາກ​ພາຍ​ນອກ​ໃຫ້​ວັດຖຸ​ດິບ​ໃນ​ໝໍ້​ຢ່າງ​ສະ​ໝ່ຳສະ​ເໝີ​ເປັນ​ເວລາ​ດົນ​ນານ, ສ່ວນ​ຄວາມ​ຮ້ອນ​ທີ່​ກ້ຳ​ເກິ່ງ​ກັນ​ໂດຍ​ທຽບ​ຖານ​ນັ້ນ, ກໍ​ມີ​ຜົນ​ດີ​ຕໍ່​ໂມ​ເລ​ກຸນ​ນ້ຳ​ດູດຊຶມ​ເຂົ້າ​ໃນ​ອາຫານ​ເຊິ່ງກັນ​ແລະ​ກັນ, ​ເວລາ​ດູດຊຶມ​ເຂົ້າກັນ​ດັ່ງກ່າວນີ້​ຮັກສາ​​ໄວ້ໄດ້​ຍິ່ງດົນ​ປານ​ໃດ, ຄວາມ​ຫອມ​ກໍຈະ​ລະບາຍ​ອອກ​ຍິ່ງຫຼາຍ​ເທົ່າ​ນັ້ນ, ​ແກງ​ກໍ​ຍິ່ງ​ແຊບນົວ, ວັດຖຸ​ດິບກໍ​ຍິ່ງ​ເປື່ອຍດີ.

ຕ້ອງ​​ໃຊ້​ໄຟ​ຢ່າງເໝາະ​ສົມ

​ເຄັດ​ລັບ​ໃນ​ການຕົ້ມ​ແກງ​​ແມ່ນ: ​​ໃຊ້ໄຟ​ແຮງ​ຕົ້ມ​ໃຫ້​ຟົດ​ແລ້ວ​ໃຊ້​ໄຟ​ອ່ອນ​ເພື່ອ​ຕົ້ມ​ໃຫ້​​​ເປື່ອຍ. ​ເຮັດ​​ແນວ​ນີ້​ຈິ່ງ​ຈະ​ສາມາດ​ເຮັດ​ໃຫ້​ກິ່ນ​ຫອມ​ໃນ​ວັດຖຸ​ດິບ​​ເຊັ່ນ​ທາດ​ບຳລຸງ​ເປັນ​ຕົ້ນລະລາຍ​ອອກ​ຢ່າງ​ເຕັມທີ່, ​ເຮັດ​ໃຫ້​ແກງ​ຍິ່ງແຊ​ບນົວ. ມີ​ແຕ່​​ໃຊ້ໄຟ​ອ່ອນ​ຈິ່ງ​ສາມາດ​ເຮັດ​ໃຫ້​ທາດ​ບຳລຸງ​ລະລາຍ​ອອກ​ໄດ້​ຍິ່ງຫຼາຍ, ນ້ຳແກງ​ກໍ​​ໃສ​ແລະ​ມີ​ລົດ​ຊາດ​ດີ.

​ໃຊ້​ນ້ຳ​ຕ້ອງເໝາະ​ສົມ: ນ້ຳ​ສາມາດ​​ເຮັດ​ໃຫ້ອາຫານລະລາຍ, ທັງ​ແມ່ນ​ສື່ຄວາມ​ຮ້ອນຂອງອາຫານ​. ການ​ປ່ຽນ​ແປງ​ຂອງອຸນຫະພູມ​​ນ້ຳ​​ແລະ​ການໃຊ້​ນ້ຳຫຼາຍ​ປານ​ໃດ​ນັ້ນ​ມີ​ຜົນ​ສະທ້ອນ​ໂດຍ​ກົງ​ຕໍ່​ທາດ​ບຳລຸງ​ແລະ​ລົດ​ຊາດ​ຂອງນ້ຳ​ແກງ. ທຳ​ມະ​ດາ​ແລ້ວ, ປະລິມານນ້ຳ​ແມ່ນ3​ເທົ່າ​ຂອງ​ນ້ຳ​ໜັກອາຫານ​ຕົນຕໍ​ທີ່​ເອົາ​ມາ​ຕົ້ມ​ແກງ, ທັງຄວນ​ໃຊ້​ນ້ຳ​ເຢັນ, ຖ້າ​ໃຊ້​ນ້ຳ​ຮ້ອນ​ຫຼື​ນ້ຳ​ຟົດ​ມາ​ຕົ້ມ​ແກງ, ຊັ້ນ​ນອກ​ຂອງ​ຊີ້ນ​ພົບ​ອຸນຫະ​ພູມຮ້ອນ​ຢ່າງ​ກະທັນຫັນ, ທາດ​ໂປຼຕິນຊັ້ນ​ນອກ​ຈະ​​ແຂ້ນ​ເຂົ້າ​ໃນ​ທັນທີ, ​ເຮັດ​ໃຫ້​ທາດ​ໂປຼຕິນຊັ້ນ​ໃນ​ລະລາຍ​ອອກ​ໃຫ້​ນ້ຳ​ແກງ​ຢ່າງ​ເຕັມທີ່​ບໍ່​ໄດ້. ນອກ​ນີ້, ຖ້າ​​ຕື່ມ​ນ້ຳ​ເຢັນ​​ໃສ່​ໝໍ້ໃນ​ເວລາ​ຕົ້ມ​ແກງ, ທາດ​ໂປຼຕິນກໍ​ບໍ່​ສາມາດ​ລະລາຍ​ອອກ​​ໃນນ້ຳ​ແກງຢ່າງ​ເຕັມທີ່, ລົດ​ຊາດ​ຂອງ​ນ້ຳແກງ​ກໍ່​ບໍ່​ແຊບນົວ, ສີ​ຂອງ​ນ້ຳ​ແກງ​ກໍ​ບໍ່ໃສ.

ຕ້ອງ​ປະສົມ​ອາຫານ​ຢ່າງ​ເໝາະ​ສົມ: ມີ​ອາຫານ​ບາງ​ຢ່າງ​ມີ​ເບົ້າ​ແບບ​ປະສົມ​ຕາຍ​ຕົວ, ມີ​ທາດ​ບຳລຸງ​ຕາບ​ຈູ​ນກັນ. ສິ່ງ​ທີ່​ຕ້ອງ​ເວົ້າ​ເຖິງ​ນັ້ນ​ແມ່ນ​ເອົາ​ສາຫຼ່າ​ຍທະ​ເລ​ຕົ້ມ​ຊີ້ນ, ຊີ້ນ​ໝູ​ທີ່​ເປັນ​ອາຫານ​ທາດ​ສົ້ມ​ກັບ​ສາຫຼ່າ​ຍທະ​ເລ​ທີ່​ເປັນ​ອາຫານ​ທາດ​ເຄັມ​ພໍດີ​ມີ​ທາດ​ບຳລຸງ​ທີ່​ຕາບ​ຈູນກັນ, ນີ້​ແມ່ນ​ອາຫານ​ອາຍຸ​ຍືນ​ຂອງ​ໂອ​ຄີ​ນາວາ​ ​ເຂດ​ອາຍຸ​ຍືນ​ຂອງ​ຍີ່ປຸ່ນ. ​ເພື່ອ​ເຮັດ​ໃຫ້​ແກງ​ມີ​ລົດ​ຊາດ​ດີ, ທຳມະ​ດາ​ແລ້ວ, ຢ່າ​ໃຊ້​ຊີ້ນ​ສັດ​ຫຼາຍ​ຊະນິດ​ມາ​ຕົ້ມ​ນຳ​ກັນ.

ຕ້ອງ​ມີ​ວິທີ​ແຕ່ງ​ທີ່​ດີ: ​​ໃນ​ເວລາຕົ້ມ​ແກງ​ບໍ່​ຄວນ​ໃສ່​​ເກືອກ່ອນ, ​ເພາະວ່າ​ເກືອ​ສາມາດ​ຊຶມ​ເຂົ້າ​ໃນ​ຊີ້ນ, ເຮັດ​ໃຫ້​ນ້ຳ​ໃນ​ຊີ້ນຖືກ​ລະບາຍ​ອອກ, ທາດ​ໂປຼຕິນລະລາຍ​ອອກ​ບໍ່​ໄດ້, ລົດ​ຊາດ​ບໍ່​ແຊບ. ​ໃນ​ເວລາ​ຕົ້ມ​ແກງ, ອຸນຫະພູມ​ຕ້ອງ​ຮັກສາ​ຢູ່​ລະຫວ່າງ85​ອົງສາ​ຫາ100​ອົງສາ​ເປັນ​ເວລາ​ຍາວ​ນານ, ຖ້າ​ໃສ່​ຜັກ, ຕ້ອງ​ໃສ່​ສຸກ​ແລ້ວ​ກິນ​ໂລດ, ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ວິຕາມິນ​ເຊ​ຖືກ​ທຳລາຍ. ​ໃນ​ນ້ຳແກງຈະ​ໃສ່ເຄື່ອງປຸງ​ແຕ່ງ​ຊະນິດ​ຕ່າງໆ​​ໃຫ້ພໍດີ​ກໍ​ໄດ້ເຊັ່ນ: ​ແປ້ງ​ນົວ, ນ້ຳມັນ​ງາ, ໝາກພິ​ກໄທ, ຂີງ, ຜັກ​ບົ່ວ​ແລະ​ຫົວ​ທຽມ​ເປັນ​ຕົ້ນ, ​ແຕ່​ຢ່າ​ໃສ່​ຫຼາຍ​ເກີນ​ໄປ, ​ເພື່ອ​ຮັກສາ​ລົດ​ຊາດ​​ເດີມຂອງ​ນ້ຳແກງ.