ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Saturday    Apr 19th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 17:17:44    
ທ່າ​ນທັກສິນຮຽກຮ້ອງ​ພັກ​ຝ່າຍຄ້ານ​ເຂົ້າ​ຮ່າ​ມການ​ເລືອກ​ຕັ້ງ​ທົ່ວ​​ໄປທີ່​ຈະ​ຈັດຂຶ້ນ​​ໃນ​ເດືອນ​ເມສາ

cri

ຕາມ​ຂ່າວCRI: ​ໃນຕອນ​ເຊົ້າ​ວັນ​ທີ 7 ມີນາ, ທ່ານ​ທັກສິນ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ, ຫວັງ​ໃຫ້​ພັກຝ່າຍ​ຄ້ານ​ຢ່າ​ຂວ້ຳ​ບາດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ເມສາ​, ຄວນ​ສຳ​​ເລັດ​ການ​ຂຶ້ນ​ທະບຽນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຕາມ​ຂ່າວສານ​ໄທ​ລາຍ​ງານ​ວ່າ, ກ່ອນ​ກອງ​ປະຊຸມ​ລັດຖະບານ​ວັນ​ທີ 7 ມີນາ, ທ່ານ​ທັກສິນ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ, ​ໃນ​ເວລາ​ສ່ຍ​ແດ່​ທ່ານ​ຈະ​​ໄປເຂົ້າ​ຮ່ວມ​ງານ​ຊຸມນຸມ​ແຂ່ງຂັນ​ເລືອກ​ຕັ້ງ​ຂອງ​ພັກ​ໄທ​ຮັກ​ໄທ​ທີ່​ຈັດ​ຂຶ້ນ​ຢູ່​ຈັງຫວັດ​ສຸພັນ​ບຸຣີ, ​ແລະ​ຈັດການ​ພົບ​ປະກັນ​ກັບ​ຜູ່​ນຳ​ພັກ​ຊາດໄທ​ ​ເຊິ່ງ​ເປັນ​ພັກໜຶ່ງ​ໃນ​ພັກຝ່າຍ​ຄ້ານ​ຢູ່​​ແຫ່ງ​, ຊັກຊວນ​ພັກ​ຊາດ​ໄທ​ປະການ​ຂວ້ຳ​ບາດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງດ້ວຍ​ທ່າ​ທີ​ຕັ້ງໜ້າ.

ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ​ເປີດ​ເຜີຍ​ວ່າ, ວຽກ​ຂຶ້ນ​ທະບຽນຂອງ​ການ​ເລືອກຕັ້ງທົ່ວ​ໄປຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 8 ມີນາ. ນັບ​ມາ​ຮອດ​ປັດຈຸບັນ, ພັກຝ່າຍ​ຄ້ານ​ທົ່ວ​ໄປ 3 ພັກ​ຄື: ພັກ​ຊາດ​ໄທ ພັກ​ມາ​ຫາ​ຊົນ​ແລະ​ພັກ​ປະຊາທິປັດ​ຍັງ​ບໍ່​​ທັນໄດ້​​ໄປສະ​ເໜີ​ຊື່.

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040