|
![](/images/spacer.gif) |
(GMT+08:00)
2006-03-07 18:14:02
|
ເດືອນມັງກອນປີ2006ການຄ້າຂາອອກຂອງອິນໂດເນເຊຍເພີ່ມຂຶ້ນຢ່າງຫຼວງຫຼາຍ
cri
ຕາມສື່ມວນຊົນທ້ອງຖິ່ນຂອງອິນໂດເນເຊຍລາຍງານວ່າ,ອີງຕາມຕົວເລກສະຖິຕິທີ່ກົມສະຖິຕິສູນກາງຂອງອິນໂດເນເຊຍປະກາດຫຼ້າສຸດ,ໃນເດືອນມັງກອນປີນີ້,ມູນຄ່າການຄ້າຂາອອກຂອງອິນໂດເນເຊຍມີເຖິງ7ຕື້510ລ້ານໂດລາ,ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍນີ້22%,ໃນນັ້ນຜະລິດຕະພັນທີ່ບໍ່ແມ່ນປະເພດນ້ຳມັນເຊື້ອໄຟແລະອາຍແກັສ໌ມີເຖິງ5ຕື້690ລ້ານໂດລາ,ເພີ່ມຂຶ້ນ16%.ການສົ່ງອອກຜະລິດຕະພັນປະເພດນ້ຳມັນເຊື້ອໄຟແລະອາຍແກັສ໌ມີເຖິງ1ຕື້820ລ້ານໂດລາ,ເພີ່ມຂຶ້ນ48%.ມູນຄ່າຂາເຂົ້າມີ4ຕື້270ລ້ານໂດລາ,ໄດ້ປຽບດຸນການຄ້າ3ຕື້240ລ້ານໂດລາ.
ຕົ້ນເຫດທີ່ການຄ້າຂາອອກຂອງອິນໂດເນເຊຍເພີ່ມຂຶ້ນແມ່ນຍ້ອນຕະຫຼາດສາກົນມີຄວາມຕ້ອງການນ້ຳມັນປາມແລະຜະລິດຕະພັນຢາງພາລາຢ່າງແຂງແຮງແລະລາຄາຖີບສູງຂຶ້ນຢ່າງບໍ່ຢຸດຢັ້ງ.
|
|
|