ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 19:13:41    
ຈີນ​ຕັ້ງໜ້າ​ຊຸກຍູ້​ຄູຕົວ​​ເມືອງຊ່ອຍ​ເຫຼືອ​ວຽກ​ງານ​ສຶກສາ​ຂອງ​ຊົນນະບົດ

cri

ຕາມ​ຂ່າວcri:ຈີນ​ຈະ​ໃຊ້​ມາດ​ຕະການ​ຕື່ມ​ອີກ​,ລະດົມ​ແລະ​ສະໜັບສະໜູນ​ຄູ​ ​ມັດທະຍົມ​ແລະ​ປະຖົມຂອງ​ຕົວ​ເມືອງ​ໄປ​ຊ່ອຍ​ເຫຼື​ອວຽກ​ງານ​ສື​ກສາຊົນ​ນະ​ບົດ​,​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບສິດສອນ​ຂອງ​ເຂດຊົນ​ນະ​ບົດ.

ນີ້​ແມ່ນ​ນັກ​ຂ່າວ​ຊາບ​ຈາກ​ງານ​ຖະ​ແຫຼ​ງຂ່າວ​ທີ່​ກະຊວງ​ການ​ສຶກສາທິການ​ຈີນ​​ຈັດ​ຂຶ້ນ​ໃນ​ວັນ​ທີ7ມີນາ.ຕາມ​ແນະນຳ​ວ່າ,ພາກສ່ວນ​ການ​ສື​ກສາ​ແຂວງຢູ່ທ້ອງ​ຖິ່ນຕ່າງໆຂອງ​ຈີນ​ຈະ​ສ້າງ​ແຜນການ​ຄູມັດທະຍົມ​ແລ​ະ​ປະຖົມ​ຂອງ​ຕົວ​ເມືອງ​ໄປ​ສະໜັບສະໜູນຊົນນະບົບ,ຈຸດ​ໜັກ​​ແມ່ນ​ເພີ່ມ​ຕື່ມຄູໂຮງຮຽນ​ເຂດທຸກ​ຍາກ​​ທີ່​ກວງ​ໄກ​ສອກຫຼີກ,ສ່ວນ​ໂຮງຮຽນ​ຊົນນະບົດທີ່​ຂາດ​ຄູ,ຈະປະກາດ​ຮັບ​ສະໝັກ​ນັກ​ສຶກສາ,ປ່ຽນ​ແປງອົງ​ປະກອບ​ຄູຊົນນະບົດ​​ເປັນ​ກ້າວໆ.ຂະນະ​ດຽວ​ກັນ,​ແຫ່ງ​ຕ່າງໆ​ຍັງ​ຈະ​ຈັດ​ຕັ້ງ​ການ​​ເຄື່ອນ​ໄຫວ​ສະຫນັບສະ​ໜູນການ​ສຶກສາ​ຊົນນະບົດດ້ວຍ​ຫຼາຍຮູບ​ການ​ຄື​​ໄປຊ່ອຍ​ການ​ສຶກສາ​ໄລຍະ​ສັນ,​ເປັນ​ອາຊີບ​ສຳຮອງ​ໄປ​ສີດ​ສອນເປັນ​ຕົ້ນ​.