ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 20:34:12    
ທ່ານ​ຫຼີ​ຈ້າວ​ຊີ່ງ​ກ່າວ​ວ່າ​ຜູ່​ນຳ​ຍີ່​ປຸ່ນ​ບໍ່​ຄວນ​ເຮັດ​ເລື່ອງ​ທີ່​ບາດ​ໃຈ​ປະ​ຊາ​ຊົນ​ຈີນ​ນັ້ນ​ອີກ

cri

ຕາມ​ຂ່າວCRI,​ວັນ​ທີ7ມີນາ,​ທ່ານ​ຫຼີຈ້າວ​ຊີ່ງ ລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ເວົ້າ​ວ່າ,​ຜູ່​ນຳ​ຍີ່ປຸ່ນ​ບໍ່​ຄວນ​ເຮັດ​ເລື່ອງທີ່​ບາດ​ໃຈ​ປະຊາ​ຊົນ​ຈີນ​ກໍ​ຄື​ປະຊາ​ຊົນ​ຂອງ​ປະ​ເທດ​ທີ່​ປະ​ສົບ​ເຄາະ​ຮ້າຍ​ຍ້ອນ​ສົງ​ຄາມ​ຮຸກ​ຮານ​ນັ້ນ​ອີກ.

ໃນມື້​ດຽວ​ກັນ,ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່ກອງ​ປະຊຸມ​ຄັ້ງ​ທີ4ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ10​ຈັດ​ຂຶ້ນ,​ທ່ານຫຼີ​ຈ້າວ​ຊີ່ງ​ເວົ້າ​ວ່າ,​ຂໍ​ກະ​ແຈ​ທີ່​ການ​ພົວພັນ​ການ​ເມືອງ​ຈີນ​ຍີ່ປຸ່ນ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ແມ່ນຈົນ​ຮອດ​ຊູ່​ມື້​ນີ້,​ຜູ່​ນຳ​ຍີ່ປຸ່ນ​ບາງ​ຄົນຍັງ​ດື້​ດ້ານ​ໄປ​ນະມັດ​ສະການ​ອາ​ຊະ​ຍາກອນ​ສົງຄາມ​ຂັ້ນ​ກ.ທີ່​ກໍ່​ແລະ​ບັນ​ຊາ​ສົງຄາມ​ຮຸກ​ຮານ,​ທັງ​ນີ້​ບໍ່ພຽງ​ແຕ່​ແມ່ນ​ປະຊາ​ຊົນ​ຈີນ​ຮັບ​ເອົາບໍ່​ໄດ້​ເທົ່າ​ນັ້ນປະ​ຊາຊົນ​ຂອງ​ຫຼາຍ​ປະ​ເທດ​ອື່ນ​ກໍ່​ລ້ວນ​ແຕ່​ຮັບ​ເອົາ​ບໍ່​ໄດ້ຄື​ກັນ.

ທ່ານ​ຫຼີຈ້າວ​ຊີ່​ງກ່າວ​ເນັ້ນ​ວ່າ,​ປັດ​ຈຸ​ບັນ,ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ແມ່ນ​ໃຫ້​ຜູ່​ນຳ​ຍີ່​ປຸ່ນ​ບາງ​ຄົນ​ສະ​ແດງ​ຄວາມ​ຈິງ​ໃຈ​ແລະ​ຄວາມ​ກ້າຫານ​ຢ່າງ​ພຽງ​ພໍ,​ເພື່ອ​ດັດແກ້​ການ​ກະທຳ​ອັນ​ຜິດ​ພາດ​ຂອງ​ຕົນ.
ທ່ານ​ເວົ້າ​ວ່າ,​ທິດ​ທາງ​ພື້ນຖານ​ຂອງ​ຝ່າຍ​ຈີນ​ທີ່​ພັດ​ທະນາ​ການ​ພົວພັນ​ຮ່ວມ​ມື​ດ້ວຍໄມ​ຕິ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງກັບ​ຍີ່ປຸ່ນ​ບໍ່​ໄດ້​ປ່ຽນ​​ແປງ.