ທ່ານຫຼີຈ້າວຊິງເວົ້າວ່າ,ຫວັງໃຫ້ອາເມລິກາຢ່າຖືສິດຊັບສິນທາງປັນຍາເປັນຂໍ້ອ້າງ ແລ້ວຈຳກັດການຄ້າຈີນອາເມລິກາ
cri
Author: da
![]( /mmsource/images/2006/03/07/li1.jpg)
ຕາມຂ່າວCRI:ວັນທີ 7 ມີນາ ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ ທ່ານຫຼີຈ້າວຊິງ ລັດຖະມົນຕີການຕ່າງປະເທດຈີນເວົ້າວ່າ,ຫວັງໃຫ້ຝ່າຍອາເມລິກາຕັ້ງໜ້າປະຕິບັດຕໍ່ຄວາມເອົາໃຈໃສ່ຂອງຝ່າຍຈີນ,ຜ່ອນຍານການຈຳກັດການສົ່ງອອກເຕັກນິກໃຫ້ຈີນ,ພ້ອມກັນຊຸກຍູ້ໃຫ້ການພົວພັນເສດຖະກິດການຄ້າລະຫວ່າງຈີນກັບອາເມລິກາຂະຫຍາຍຕົວຢ່າງປອດໄສ.
ທ່ານຫຼີຈ້າວຊິງເວົ້າວ່າ,ຂຸມງົບປະມານຂອງອາເມລິກາໃນດ້ານການຄ້າຕໍ່ຈີນ ມີສາເຫດສັບສົນທີ່ສຸດ,ຕົວຢ່າງຄືຝ່າຍອາເມລິກາຖືບັນຫາຕ່າງໆເປັນຂໍ້ອ້າງເຊັ່ນ:ໃນສະເພາະໜ້ານີ້ ຈີນປົກປັກຮັກສາສິດຊັບສິນທາງປັນຍາບໍ່ດີ ແລະບໍ່ໃຫ້ຂາຍສິນຄ້າໃຊ້ທາງການທະຫານ,ແລ້ວປະຕິເສດຂາຍສິນຄ້າໄຮເທັກນອກຈາກຍົນໂບອີງໃຫ້ຈີນ.ທ່ານກ່າວເນັ້ນວ່າ,ຝ່າຍຈີນບໍ່ແມ່ນສະແຫວງຫາການໄດ້ປຽບດຸນການຄ້າ,ຝ່າຍຈີນຍິນດີສືບຕໍ່ໃຊ້ມາດຕະການອັນຕັ້ງໜ້າ,ແກ້ໄຂບັນຫາການຄ້າບໍ່ດຸນດຽງກັນເທື່ອລະກ້າວ.
![]( /mmsource/images/2006/03/07/li2.jpg)
ທ່ານຫຼີຈ້າວຊິງຊີ້ອອກວ່າ,ລັດຖະບານຈີນໄດ້ເພີ່ມທະວີການປົກປັກຮັກສາສິດຊັບສິນທາງປັນຍາຈາກດ້ານນິຕິບັນຍັດ ຍຸດຕິທຳ ການປະຕິບັດກົດໝາຍແລະການສຶກສາເປັນຕົ້ນ.
|
|