ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 21:04:04    
ຈີນ​ພັດ​ທະ​ນາ​ລົດ​​ເກັ໋ງ​ທີ່​ມີ​ຄວາມ​ແຮງ​ຕ່ຳ​ຈະ​ກ້າວ​ຂຶ້ນ​ສູ່​ທາງ​ດ່ວນ

cri Author: da


ໂດຍພິຈາລະນາ​​ເຖິງການ​ປະ​ຢັດພະລັງງານ,ລັດຖະບານ​ຈີນ​ໄດ້​ທວງ​ໃຫ້​ແຫ່ງ​ຕ່າງໆ​ຍົກ​ເລີກ​ຂໍ້ຈຳກັດທຸກ​ຂໍ້​ຕໍ່​ລົດເກັ໋ງ​ທີ່​ມີ​ຄວາມ​ແຮງ​ຕ່ຳ​ແບບ​ອະນຸລັກ​ສິ່ງ​ແວດ​ລ້ອມກ່ອນ​ເດືອນ​ມີນາ,​ແລະ​ກ່າວ​ວ່າ​ຈະ​ປະກາດ​ໃຊ້​ນະ​ໂຍບາຍ​​ທີ່​ສົ່ງ​ເສີມ​ການ​ຜະລິດ​ແລະ​ບໍລິ​ໂພ​ກລົດເກັ໋ງທີ່​ມີ​ຄວາມ​ແຮງ​ຕ່ຳ.ຜູ້​ຊ່ຽວຊານ​ເວົ້າວ່າ,ຕາມ​ການຄາດ​ຄະ​ເນ,ການ​ກະທຳ​ດັ່ງກ່າວຈະ​ເຮັດ​ໃຫ້ການ​ພັດທະນາ​ລົດ​​ເກັ໋ງ​ທີ່​ມີຄວາມ​ແຮງ​ຕ່ຳຂອງ​ຈີນ​ກ້າວ​ຂຶ້ນ​ສູ່​ທາງ​ດ່ວນ,ລົດ​ເຫຼົ່າ​ນີ້ມີ​ຫວັງ​ກາຍ​ເປັນ​ມ້າ​ມືດໃນ​ຕະຫຼາດ​ຈຳໜ່າຍລົດຍົນ​ປີ​ນີ້.

ຢູ່​ຕະຫຼາດ​ຈຳໜ່າຍ​ລົດຍົນ​ແຫ່ງ​ໜຶ່ງ​ຂອງປັກ​ກິ່ງ,ທ່ານ​ໂອ່ວ​ຊິ້ງກຳລັງ​ເລືອກ​ລົດ​ເກັ໋ງ​ທີ່​ມີ​ຄວາມ​ແຮງ​ຕ່ຳຢ່າງ​ລະອຽດ.ທ່ານ​ເວົ້າຕໍ່ນັກ​ຂ່າວ​ວ່າ,ລັດ​ປະກາດ​ໃຊ້​ນະ​ໂຍບາຍ​ຍົກ​ເລີກ​ຂໍ້ຈຳກັດຜະລິດ​ແລະ​ຂາຍ​ລົດ​​ເກັ໋ງ​ທີ່​ມີ​ຄວາມ​​ແຮງ​ຕ່ຳ​ແລະລາຄາ​ນ້ຳມັນ​ທີ່​​ແພງຂຶ້ນ​ຢ່າງ​ບໍ່​ຂາດ​ສາຍ​ໃນ​ສະ​ເພາະ​ໜ້າ​ນີ້,​ແມ່ນ​ມູນ​ເຫດ​ຕົ້ນຕໍ​ທີ່​​ເຮັດ​ໃຫ້​ທ່ານ​ຕົກລົງຊື້​ລົດເກັ໋ງ​ທີ່​ມີ​ຄວາມ​ແຮງ​ຕ່ຳ.

"ລົດ​ໃຫຍ່​ລາຄາ​ແພງ,ຖ້າຊື້​​ຈະ​ຫາບ​ແບກ​ໜັກ.ພາຍຫຼັງ​ລັດ​ຍົກ​ເລີກ​ການ​ຈຳກັດ​ດັ່ງກ່າວ​ນີ້​ແລ້ວ,ລົດເກັ໋ງ​ທີ່​ມີ​ຄວາມ​ແຮງ​ຕ່ຳ​ຈະ​ບໍ່​ຖືກ​ຈຳກັດໃນ​ເວລາ​ເດີນທາງ,ລາຄາ​ລົດ​ກໍ່​ຫາບ​ແບກໄດ້.ອີກອັນ​ໜຶ່ງ,ຍ້ອນ​ລົດ​ນ້ອຍ​ໃຊ້​ນ້ຳມັນ​ໜ້ອຍ​ເຖິງ​ວ່າ​ລາຄາ​ແພງ​ຂຶ້ນ​ຈັກໜ້ອຍ​​ແລ້ວ,​ກໍ່ຫາບ​ແບກ​​ໄດ້."

ຢູ່​ຈີນ,ຜູ້​ບໍລິ​ໂພ​ກທີ່​ຫວັງ​ຢສກຊື້​ລົດເກັ໋ງ​ທີ່​ລາຄາຖືກ​ແລະ​ເໝາະ​​ໃຊ້​​ເໝືອນທ່ານ​ໂອ່​ວຊິ້ງນັ້ນຍັງ​ມີ​ຫຼາຍໆຄົນ,ຕາມ​ສະຖິຕິ​ຂອງ​ສະມາຄົມ​ອຸດສາຫະກຳ​ລົດຍົນ​ຈີນ,​ໃນ​ປີ 2005,ຈຳນວນ​ລົດ​ເກັ໋ງ​ທີ່​ມີ​ຄວາມ​ແຮງ​ຕ່ຳ​ທີ່​ຈຳ​ໜ້າຍ​ນັ້ນໄດ້​ກວມ​ຍອດ​ຈຳນວນລົດຍົນ​ທີ່​ຈຳ​ໜ່າຍ 50% ​ແລ້ວ.

ຕາມ​ການ​ສຳ​ຫຼວດ​ຂອງ​ເວັບ​​ໄຊ​ໜຶ່ງ​ຂອງ​ຈີນ,ພາຍຫຼັງ​ຍົກ​ເລີກ​ການ​ຈຳກັດ​ລົດ​​ເກັ໋ງທີ່​ມີຄວາມ​ແຮງ​ຕ່ຳແລ້ວ,ຜູ້​ບໍລິ​ໂພ​ກ 39,2% ​ເວົ້າວ່າ​ຈະ​ຊື້​ຢ່າງ​​ແນ່ນອນ,ຜູ້​ບໍລິ​ໂພ​ກ 30,5% ອາດ​ຈະ​ຊື້​.ພ້ອມ​ກັນນັ້ນ ການ​ສຳ​ຫຼວດປະກົດ​ເຫັນ​ວ່າ,ຜູ້​ບໍລິ​​ໂພ​ກ​ເຫັນ​ວ່າ ຈຸດ​ເດັ່ນກວ່າ​ໝູ່​ຂອງ​ລົດ​​ເກັ໋ງນ້ອຍ​ແມ່ນ​ລາຄາ​ຖືກແລະ​ປະ​ຢັດ​ພະລັງງານ,ສ່ວນ​ຈຸດ​ອ່ອນ​ຕົ້ນຕໍ​ແມ່ນຄວາມ​ແຮງບໍ່​ສູງ ລັກສະນະຄວາມ​ປອດ​ໄພ​ຕ່ຳ ​ແລະຂັ້ນລະດັບຕ່ຳ.

​ແຕ່​ວ່າ,ຕໍ່ທັດສະນະ​ຂອງ​ສາທາລະນະຊົນກ່ຽວ​ກັບລົດ​​​ເກັ໋ງ​ທີ່​ມີ​ຄວາມ​ແຮງ​ຕ່ຳແມ່ນ​ລົດ​ຂັ້ນລະດັບຕ່ຳ,ບຸກຄົນ​ໃນຂະ​ແໜງ​ການ​ພັດມີ​ຄວາມ​ເຫັນ​ຕ່າງ​ກັນ.ທ່ານ​ຖາງ​​ເຖີງ ຮອງ​ຜູ້ອຳນວຍ​ການ​ໃຫຍ່​​ບໍລິສັດ​ຜະລິດລົດຍົນ​ຕົ່ງ​ເຟີ່ງ​ເປີ​ໂຊ ຊຶ່ງ​ເປັນ 1 ​ໃນ​ບັນດາ​ບໍລິສັດ​ໃຫຍ່​ຂອງຈີນເວົ້າວ່າ:

"ອາດ​ເວົ້າ​ໄດ້​ວ່າ ປະຈຸ​ບັນ ຄົນ​ທັງຫຼາຍ​ຍັງ​ມີ​ອະຄະຕິ​ຕໍ່​ລົດ​​ເກັ໋ງ​ທີ່​ມີ​ຄວາມ​ແຮງ​ຕ່ຳ​ຢູ່,​ເພາະວ່າ ບາງ​ຄົນ​ຄຶດ​ວ່າ​ ​ລົດເກັ໋ງ​ຄວາມ​ແຮງ​ຕ່ຳແມ່ນ​ຜະລິດ​ຕະພັນທີ່​ຂ້ອນ​ຂ້າງ​ກະທັດ​ຮັດແລະ​ມີ​ເຕັກນິກ​ຂ້ອນ​ຂ້າງ​ຫຼ້າ​ຫຼັງ.ທີ່​ຈິງ​ແລ້ວ,​ໃນຕະຫຼາດ​ລົດຍົນ​ສາກົນປະຈຸ​ບັນ,ລົດ​​ເກັ໋ງຄວາມ​ແຮງ​ຕ່ຳ​ແມ່ນ​ຕ່າງ​ເກົ່າ​ແລ້ວ."

ທ່ານ​ຖາງ​ເຖີງ​ເວົ້າວ່າ,ປະຈຸ​ບັນ ວິ​ສາ​ຫະກິດຜະລິດ​ລົດຍົນ​ຂອງ​ຈີນ​ລ້ວນ​ແຕ່​ສຸດ​ທີ່ເອົາ​ໃຈ​ໃສ່​ນຳ​ຄຸນ​ນະພາ​ບຂອງ​ລົດ​ເກັ໋ງຄວາມ​ແຮງ​ຕ່ຳ​ໃນ​ດ້ານ​ເຄື່ອງ​ປະກອບ,​ໂຮງງານ​ຜະລິດລົດຍົນ​ໄດ້​​ເອົາອຸປະກອນ​ສ່ວນ​ໜຶ່ງທີ່​ແຕ່​ກ່ອນ​ມີ​ແຕ່​ປະກອບລົດ​ຂັ້ນສູງ​ນັ້ນມາ​ປະ​ກອບຢູ່​ໃນ​ລົດເກັ໋ງ​ຄວາມ​ແຮງ​ຕ່ຳ​,​ເຊັ່ນ:​ອາ​ໄຫຼ່ຮັກສາແບບ​ມີ​ປັນຍາ​ ຕາ​ລົດອັດຕະ​ໂນ​ມັດ​ແລະ​​ແອ​ອັດຕະ​ໂນ​ມັດ​​​ເຫຼົ່າ​ນີ້ເປັນຕົ້ນ,ທີ່​ຈິງ​ແລ້ວ ນີ້​ກໍ​ແມ່ນ​ທ່ວງທ່າ​ພັດທະນາຂອງ​ລົດເກັ໋ງ​ຄວາມ​ແຮງ​ຕ່ຳຂອງ​ຈີນ​ໃນ​ອະນາຄົດ.

ບໍລິສັດຜະລິດລົດຍົນອີ່​ຊີ້​ທຽນ​ສິນ​ຫຸ້ນ​ສ່ວນ​ຈຳກັດແມ່ນ​ວິ​ສາ​ຫະກິດ​ທີ່​ຜະລິດ​ລົດ​ເກັ໋ງຄວາມ​ແຮງຕ່ຳຫຼາຍ​ກວ່າ​ໝູ່.ປີ​ກາຍ​ນີ້,ລົດ​​ເກັ໋ງນ້ອຍ​ລະບົບ​ເຊ້ຍລີ້​ຂອງ​ບໍລິສັດ​ນີ້​ຂາຍ​ໄດ້​ຫຼາຍ​ກວ່າ 2 ​ແສນ​ຄັນ,ກວມ​ຕະຫຼາດລົດ​ລະດັບ​ດຽວ​ກັນ 30%.ທ່ານ​ວັງ​ກ່າງ ຜູ້ອຳນວຍການ​ໃຫຍ່​​ບໍລິສັດ​ອີ່​ຊີ້​ທຽນ​ສິນ​ເວົ້າວ່າ,ຍ້ອນ​ລັດ​​ໄດ້ປະກາດ​ໃຊ້ນະ​ໂຍບາຍ​ສົ່ງ​ເສີມ​ຜະລິດ​ລົດ​​ເກັ໋ງຄວາມ​ແຮງ​ຕ່ຳ,​ຕໍ່​ໄປ​ພາຍ​ໜ້າ ພວກ​ເຂົາ​ເຈົ້າຈະ​ຍົກ​ຄຸນ​ນະພາ​ບຂອງ​ ລົດ​​ເກັ໋ງຄວາມ​ແຮງ​ຕ່ຳໃຫ້​ສູງ​ຂຶ້ນ​ຕື່ມ​ອີກ,​ເຮັດ​ໃຫ້​ຄົນ​ຍິ່ງ​ຫຼາຍ​ສົນ​ໃຈ​ນຳ​ລົດ​ຊະນິດ​ນີ້:

"ພວກ​ເຮົາ​ຈະຜະລິດ​ລົດ​ຊະນິດ​ນີ້​ທີ່ມີຄຸນ​ລັກສະນະ​ຂອງ​ລົດຂັ້ນສູງ​ເທື່ອ​ລະ​ກ້າວ,ເຮັດ​ໃຫ້​ລູກ​ຄ້າ​ພວກ​ເຮົາ​ເມື່ອ​ໄດ້ຊື້​ລົດ​​ເກັ໋ງຄວາມ​ແຮງ​ຕ່ຳແລ້ວ​ກໍ​ສາມາດ​​ບັນລຸ​ຄວາມ​ມຸ່ງ​ຫວັງ​ຂອງ​ຕົນ,ນີ້​ກໍ່​ແມ່ນ​ບໍ່​ເສຍ​ເງິນ​ຫຼາຍ,ທັງ​ປະ​ຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ.​ເມື່ອ​ເປັນ​ແນວ​ນີ້​ແລ້ວ,​ກໍ່​ໄດ້ໂຄສະນາມະ​ໂນ​ພາບຂອງ​ລົດ​​ເກັ໋ງຄວາມ​ແຮງ​ຕ່ຳ​ໃຫ້​ຮູ້​​ໂດຍທົ່ວ​ໄປ,​ຄົນທັງຫຼາຍ​ກໍ​ຈະມັກ​ຊື້​ລົດ​ເກັ໋ງນ້ອຍ."

ທ່ານ​ຢົງ​ຮຸ້ຍຄ່າງ ຮອງປະທານ​ປະຈຳ​ການ​ຄະນະ​ກຳມະການ​ຜູ້​ຊ່ຽວຊານ​ສະມາຄົມ​ອຸດສາຫະກຳ​ລົດຍົນ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,ປີ​ນີ້ ຈີນ​ຈະ​ປັບປຸງ​ວິທີ​ເກັບ​ອາກອນບໍລິ​ໂພ​ກລົດຍົນ,ອັດຕາ​ອາກອນ​ບໍລິ​ໂພ​ກລົດ​​ເກັ໋ງຄວາມ​ແຮງ​ຕ່ຳມີ​ຫວັງ​ຈະຫຼຸດ​ລົງ,​ນີ້​ຈະກະຕຸກ​ການ​ບໍລິ​ໂພ​ກລົດ​​ເກັ໋ງ​ເຫຼົ່າ​ນີ້ຕື່ມ​ອີກ:

"ປີ​ນີ້​ຍັງ​ຈະປະກາດ​ໃຊ້ນະ​ໂຍບາຍ​ຫຼາຍ​ລາຍ​ເພື່ອ​ສະໜັບສະໜູນ​ແລະ​ຊັກ​ນຳ​ການ​ຜະລິດ​ລົດລົດ​​ເກັ໋ງຄວາມ​ແຮງ​ຕ່ຳ.​ເຊັ່ນ:ອາກອນ​ບໍລິ​ໂພ​ກ​ໃນ​ປະຈຸ​ບັນ​ແມ່ນຄື​ກັນ.​ໃນ​ອະນາຄົດ ພວກ​ເຮົາ​ອາດ​ຈະ​​ແບ່ງອາກອນ​ບໍລິ​ໂພ​ກ​ເປັນ​ຫຼາຍລະດັບ,ລົດ​ແຮ່ງນ້ອຍ,​ຄວາມ​ແຮງ​ແຮ່ງ​ຕ່ຳ,ອາກອນ​ກໍ​ແຮ່ງ​ຕ່ຳ,ກົງກັນຂ້າມ ລົດ​ທີ່​ມີ​ຄວາມ​ແຮງ​ສູງຈະ​ເສຍ​ອາກອນ​ຫຼາຍກວ່າ."

ຕາມ​ການ​ແນະນຳ​,ປະຈຸ​ບັນ ປະລິມານລົດ​​ເກັ໋ງຄວາມ​ແຮງ​ຕ່ຳ​ທີ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ພຽງ​ແຕ່​ກວມ​ຍອດປະລິມານຈຳໜ່າຍ​ລົດຍົນ​ຢູ່​​ໃນລະຫວ່າງ 20%,ຕ່ຳ​ກວ່າອັດຕາ​ສະ​ເລ່ຍຂອງປະ​ເທດ​ເອີ​ລົບຄື70%.​ເມື່ອ​ເວົ້າ​ໃນ​ດ້ານ​ນີ້​ແລ້ວ,ການ​ພັດທະນາ​ລົດ​​ເກັ໋ງຄວາມ​ແຮງ​ຕ່ຳ​ຂອງ​ຈີນ​ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ຢູ່.ທ່ານ​ຢົງ​ຮຸ້ຍຄ່າງ​ຫັນ​ວ່າ,ລົດ​​ເກັ໋ງຄວາມ​ແຮງ​ຕ່ຳມີ​ຫວັງຈະ​ເປັນ​ລົດ​ຕົ້ນຕໍ​​ໃນຕະຫຼາດ​ລົດຍົນ​ຂອງ​ຈີນ​ໃນ​ປີ​ນີ້:

"ປີ​ກາຍ​ນີ້ ລົດຍົນ​ທີ່​ພວກ​ເຮົາ​ຂາຍ​ໄດ້​ດີ ສ່ວນ​ຫຼາຍ​ແມ່ນຍີ່ຫໍ້​ເຊ້ຍລີ້.ລົດ​ນີ້​ໄດ້​ດັດ​ແປງ​ມາ​ຫຼາຍ​ເທື່ອ​ແລ້ວ,ມີ​ຄວາມ​ແຮງ​ຕ່ຳ​ຫຼາຍ,ສ່ວນ​ຫຼາຍຕ່ຳ​ກວ່າໜຶ່ງ​ລິດ.​ປີ​ກາຍ​ນີ້,ລົດQQ,​ຂະໜາດ 800 CC, ຂະໜາດ1,1 CC ກໍ່ຂາຍ​ໄດ້​ດີ​ຫຼາຍ.ນີ້​ຈະ​ແມ່ນ​ທ່ວງທ່າ​ຂອງ​ປະ​ເທດ​ພວກ​​ເຮົາ."

ຕາມ​ການ​ຄາດ​ຄະ​ເນ,ຍອດ​ປະລິມານຈຳໜ່າຍ​ລົດຍົນ​ຂອງ​ຈີນ​ໃນ​ປີ​ນີ້​ຈະ​ເພີ່ມ​ຂຶ້ນ 12%,ຄືຈະ​ລື່ນ​ກາຍ  6 ລ້ານ 4 ​ແສນ​ຄັນ.​ໃຕ້​ເບື້ອງ​ຫຼັງ​ທີ່ຈີນ​ຍົກ​ເລີກ​ການ​ຈຳກັດລົດ​​ເກັ໋ງຄວາມ​ແຮງ​ຕ່ຳ,ລົດ​ປະ​ເພດ​ນີ້ຈະ​ກວມ​ໂກຕາ​ຫຼາຍກວ່າ​ເກົ່າ​ໃນ​ຕະຫຼາດ​ລົດຍົນຈີນ.