ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 21:13:11    
ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຜົນ​ປະ​ໂຫຍດ​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ​ທັງ​ໝົດ

cri
ຕາມ​ຂ່າວCRI,​ວັນ​ທີ7ມີນາ,​ໃນ​ງານ​ຊຸມ​ນຸມນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ທ່ານ​ຫຼີ ຈ້າວ​ຊີ່ງ ລັດ​ຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວວ່າ,​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນປະ​ໂຫຍດ​ກັບປະ​ເທດ​ພວມ​ພັດ​ທະນາ​ທັງໝົດ.

ທ່ານ​ຫຼີຈ້າວ​ຊີ່ງ​ເວົ້າ​ວ່າ,​ໃນ​ຖານ​ເປັນ​ປະ​ເທດ​ພວມ​ພັດທະ​ນາ,​ຈີນ​ກັບ​ປະ​ເທດ​ພວມ​ພັດທະ​ນາ​ອື່ນໆ​ອັນ​ໄພສານ​ມີ​ຜົນ​ປະ​ໂຫຍດ​ຮ່ວມ,​ເຖິງ​ວ່າ​ຈີນ​ຍັງ​ບໍ່​ທັນ​ຮັ່ງມີ​ປານ​ໃດ,​ແຕ່​ຝ່າຍ​ຈີນ​ຍິນ​ດີ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ປະ​ເທດ​ພວມ​ພັດ​ທະນາ​ເທົ່າ​ທີ່​ສາມາດ.

ທ່ານ​ຫຼີຈ້າວ​ຊີ່​ງ​ເວົ້າ​ວ່າ,​ໃນ​ວຽກ​ງານ​ລະ​ຫວ່າງ​ຊາດ,​ຝ່າຍ​ຈີນ​ຈະ​ເພີ່ມ​ທະວີ​ການ​ປຶກ​ສາ​ຫາລື​ແລະ​ປະສານ​ງານ​ກັບປະ​ເທດ​ພວມ​ພັດ​ທະນາ,​ພ້ອມ​ກັນ​ປົກ​ປັກ​ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ເທດ​ພວມ​ພັດທະ​ນາ.​ໃນ​ບັນ​ຫາ​ປະຕິ​ຮູບ​ອົງການ​ສະ​ຫະ​ປະຊາ​ຊາດ,​ຝ່າຍ​ຈີນ​ມີ​ເຈດ​ຈຳ​ນົງ​ວ່າ,​ຄວນ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ພັດ​ທະນາ​ກ່ອນ,​ໃນ​ບັນ​ຫາ​ປະຕິ​ຮູບ​ສະພາ​ຄວາມ​ໝັ້ນຄົງ,​ຄວນ​ໃຫ້​ບູລິ​ມະ​ສິດ​ໃນ​ການ​ເພີ່ມ​ທະວີ​ລັກສະ​ນະ​ຕົວ​ແທນ​ຂອງປະ​ເທດ​ພວມ​ພັດ​ທະ​ນາ, ໂດຍ​ສະ​ເພາະ​ແມ່ນປະ​ເທດ​ອາ​ຟຼິກາ.