ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 21:23:29    
ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ເອົາ​ໃຈ​ໃສ່​ນຳ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ກະ​ສິ​ກຳ ຊົນ​ນະ​ບົດ​ແລະ​ກະ​ສິ​ກອນ

cri
ຕາມ​ຂ່າວCRI,​ໃນ​ຫຼາຍ​ມື້​ມາ​ນີ້,​ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ໄດ້​ລາຍ​ງານ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະ​ບານ​ທີ່ທ່ານ​ນາ​ຍົກ​ເວິ່ນ​ເຈ່ຍ​ປາວ​ໄດ້​ອ່ານ​ໃນ​ກອງ​ປະຊຸມ​ຄັ້ງ​ທີ​ສີ່​ຂອງ​ສະ​ພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ10​ນັ້ນ​ຢ່າງ​ຕັ້ງໜ້າ,​ໄດ້​ເອົາ​ໃຈ​ໃສ່​ແລະ​ຢືນ​ຢັນນະ​ໂຍບາຍ​ສ້າງ​ສາ​ຊົນ​ນະ​ບົດ​ສັງຄົມ​ນິຍົມ​ແບບ​ໃໝ່ທີ່​ລັດຖະ​ບານ​ຈີນ​ສະ​ເໜີ​ອອກ​ມາ​ຢ່າງ​ຈະ​ແຈ້ງ.

ວັນ​ທີ7​ມີນາ ໜັງ​ສືພິມ ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ​ໄດ້ພິມ​ບົດ​ນຳ​ໂດຍ​ຊີ້​ອອກ​ວ່າ​ຈຸດ​ໜັກ​ໃນ​ການ​ປະຕິ​ບັດ​ງານ​ຂອງ​ລັດຖະ​ບານ​ຈີນໃນ​ປີ​ນີ້​ແມ່ນ​ບັນ​ຫາ​ຊີວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ,​ເຮັດ​ແນວ​ໃດ​ຫຼຸດ​ຄວາມ​ຜິດ​ໂຕນ​ກັນ​ແຫ່ງ​ການພັດ​ທະ​ນາ​ລະ​ຫວ່າງ​ຕົວ​ເມືອງ​ກັບ​ຊົນ​ລະ​ບົດ,​ລະຫວ່າງ​ພາກ​ພື້ນ​ແລະ​ລາຍ​ໄດ້​ຂອງ​ຂອງ​ສະມາ​ຊິກ​ສັງຄົມ​ໃຫ້​ໜ້ອຍ​ລົງ​ນັ້ນໄດ້​ກາຍ​ເປັນ​ໜ້າ​ທີ່​ລຳ​ບາກ​ຂອງ​ລັດຖະ​ບານ​ຊຸດ​ນີ້.

ວັນ​ທີ6ມີນາ,​ໜັງສື​ພິມ ວົນ ສຕຼີດ​ ເຈີ​ນານ​ຂອງ​ອາ​ເມ​ລິ​ກາ ພິມ​ບົດ​ຄວາມ​ຊີ້​ອອກ​ວ່າ,​ລັດ​ຖະ​ບານ​ຈີນ​ເລີ່ມ​ອ່ຽງ​ຈຸດ​ໜັກ​ວຽກ​ງານ​ໄປ​ສູ່​ຊົນ​ນະ​ບົດ​ທີ່​ມີ​ລາຍ​ໄດ້​ບໍ່​ທໍ່​ໜຶ່ງ​ສ່ວນ​ສາມ​ຂອງ​ຕົວ​​ເມືອງ.

ວັນ​ທີ6ມີນາ ໜັງ​ສືພິມ​ເອ​ໂປກ​ແລະ​ໜັງ​ສືພິມ​ເວທີ​ປາ​ໄສ​ເຊີ​ແນວ​ໄດ້​ພິມ​ບົດ​ຄວາມ​ຊີ້​ອອກ​ວ່າ,ນະ​ໂຍບາຍ​ສ້າງ​ສາຊົນ​ນະບົດ​ແບບ​ໃໝ່​ຂອງ​ລັດຖະ​ບານ​ຈີນໄດ້​ຊອກ​ພົບ​ຊ່ອງ​ທາງ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ແກ່​ເສດ​ຖະກິດ​ຈີນ.