ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 21:36:11    
ກຳ​ມະ​ການ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ​ຢຸນ​ນານ​ທີ່​ນັກ​ຂ່າວ​ຮູ້​ຈັກ--ບົດ​ບັນ​ທຶກ​ປະຈຳ​ວັນ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສອງ​ສະ​ພາ​ໃນ​ວັນ​ທີ 7 ມີນາ

cri Author: da
ອາດ​ຈະ​ແມ່ນ​ຍ້ອນ​ວ່າ​ຮັກຫອມພູຜາ​ແມ່ນ້ຳ​ແລະ​ຮີດຄອງ​ປະ​ເພນີ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ແຂວງ​ຢຸນນານ,ອາດ​ຈະ​ແມ່ນ​ຍ້ອນ​ວ່າ​ເຄີຍ​ໄປ​ສຳພາດ​ຢູ່​ແຂວງ​ຢຸນນານ​ຫຼາຍ​ເທື່ອ,​ເວົ້າສຳລັບ​ນັກ​ຂ່າວ​ແລ້ວ,​ແຂວງ​ຢຸນນານ​ແມ່ນ​ຄວາມ​​ໄຝ່ຝັນ​ທີ່ອັດສະຈັນ.​ເມື່ອ​ໄດ້​ຍິນ​ວ່າ​ຈະ​ໄປ​ສຳພາດ​ກຳມະການ​ສະພາ​ປຶກສາ​ການ​ເມືອງ,ນັກ​ຂ່າວ​ກໍ​ມັກ​ໄປ​ໂຮງ​ແຮມ​ທີ່​ກຳມະການ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ພັກ,ປີ​ກ່ອນ ປີ​ກາຍ​ແລະ​ປີ​ນີ້,ພາຍຫຼັງສຳພາດ​ຫຼາຍ​​ເທື່ອ​ແລ້ວ,ກຳມະການ​ຈຳນວນ​ໜຶ່ງທີ່​ເຄີຍ​ສຳພາດ​ນັ້ນ​ກໍ​ຄຸ້ນ​ເຄີຍກັນ​ດີ​ແລ້ວ.

ທ່ານນາງ​ຢາງ​ອີ່​ເປິ່ນ ກຳມະການ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ນັກ​ຂ່າວຄຸ້ນເຄີຍ​ທີ່​ສຸດ​ນັ້ນແມ່ນ​ຄົນ​ເຜົ່າ​ນ້າ​ຊີ່,​ເປັນ​ຮອງ​ເຈົ້າຄອງ​ເມືອງ​ລີ້​ຈ່ຽງ​ແຂວງ​ຢຸນນານ.ປີ 2004,ນັກ​ຂ່າວຂໍ​ໃຫ້​​ເພິ່ນລົມ​ການອະນຸລັກດົນຕີ​ບູຮານ​ຂອງ​ເຜົ່ານ້າ​ຊີ່,​​ໄດ້​ສ້າງພາບ​ປະທັດ​​ໃຈ​ອັນ​ເລິກ​ເຊິ່ງ​ໄວ້​ໃຫ້​ແກ່​ນັກ​ຂ່າວ,ດຽວ​ນີ້​ຍັງ​ຈື່​ຄຳ​ເວົ້າຂອງ​ທ່ານ​ນາງ​ທີ່​ວ່າ:"ການອະນຸລັກ​ມໍລະດົກ​ວັດທະນະທຳ​ຊົນ​ເຜົ່າ​ແມ່ນ​ຊ້າບໍ່​ໄດ້,ດຽວ​ນີ້​ລົງທຶນໜຶ່ງ​ເຟິ່ນ,​ແຕ່​ໃນ​ອະນາຄົດ​ອາດ​ຈະ​ກາຍ​ເປັນ​ຮ້ອຍ​ຢວນ ພັນ​ຢວນ ໝື່ນ​ຢວນ,ຈົນກະທັ້ງ​ມີຄຸນ​ຄ່າທີ່​​ນັບ​ບໍ່​ຖ້ວນ​".​

ໃນ​ໄລຍະ​ກອງ​ປະຊຸມ​ສອງ​ສະພາປີ​ກາຍ​ນີ້,ທ່ານ​ນາງ​ໄດ້ພົບກັບ​ນັກ​ຂ່າວ​ຫຼາຍ​​ເທື່ອອີກ,​ເຖິງ​ວ່າ​ສອງ​ຄົນ​ພວກ​ເຮົາລ້ວນ​ແຕ່​ຄາ​ວຽກ​ຫຼາຍກໍ​ຕາມ,​ແຕ່​ຍັງ​​ໄດ້​ທັກ​ທາຍກັນ.​ໃນ​ກອງ​ປະຊຸມ​ປີ​ນີ້,ທ່ານ​ນາງ​ຢາງ​ອີ່​ເປິ່ນ​ບອກ​ນັກ​ຂ່າວ​ວ່າ,​ເພິ່ນ​ໄດ້​ນຳ​ເອົາ​ຍັດຕິ​ສອງ​ສະບັບ,​ແມ່ນ​ກ່ຽວ​ພັນ​ກັບ​ການ​ສຶກສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກ.ນັກ​ຂ່າວ​ໄດ້​ນັດ​​ກັບ​​ເພິ່ນ​ວ່າ,ຈະ​ໄປ​ສຳພາດ​ເພິ່ນ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ.

ຜູ້​ທີ່​ຄຸ້ນ​ເຄີຍ​ຕໍ່​ມາກໍ​ແມ່ນ​ທ່ານສາດສະດາຈານວັງ​ຊື້​ຕ້າຍ ​ກຳມະການ​ສະພາ​ປຶກສາ​ການ​ເມືອງ,ທ່ານ​ເປັນ​ອະທິການ​ບໍດີສະ​ຖາ​ບັນ​ສິລະ​ປະ​ມະຫາວິທະຍາ​ໄລ​ຢຸນນານ,ທັງ​ເປັນ​ຮອງ​ປະທານ​ສະມາຄົມ​ສິລະ​ປິນພື້ນ​ເມືອງ​ແຂວງ​ຢຸນນານ.ທ່ານ​ວັງ​ແມ່ນ​ຄົນ​ເຜົ່າ​ອີ,​ມັກຄົ້ນຄວ້າ​ວັດທະນະທຳ​ຊົນເຜົ່າ,ຍັດຕິ​ທີ່​ທ່ານ​ນຳ​ເອົາ​ມາ​ແຕ່ລະ​ປີ​ລ້ວນ​ແຕ່​ກ່ຽວ​ພັນ​ກັບ​ວັດທະນະທການ​ສຶກສຶກ.ທ່ານວັງ​ມີ​ຄວາມ​ຮູ້ຫຼາຍ,ນັກ​ຂ່າວ​ມັກ​ຟັງ​ເພິ່ນ​ເລົ່າ​ວັດທະນະທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ,​ເຮັດ​ໃຫ້​ນັກ​ຂ່າວ​ລືມ​ວ່າ,ຕົນ​ເອງເປັນ​ນັກ​ຂ່າວ​​ໃນ​ເວລາ​ສຳພາດ​ເພິ່ນ,ຮູ້ສຶກ​ວ່າ​ໄດ້​ຄືນເມືອ​ຫ້ອງ​ຮຽນ,​ຄື​ກັນ​ກັບ​ໄປ​ທ່ຽວ​ຫຼິ້ນ​ໃນ​ວັດ​ທະນະ​ທຳ​ຊົນ​ເຜົ່າ​ແຂວງ​ຢຸນນານ​ທີ່​ມີ​ຫຼາຍ​ສີ​ຫຼາຍ​ສັນ​ນຳ​ທ່ານ​ວັງ.​ລາງ​ເທື່ອ ໃນ​ເວລາ​​ໄປ​ເອົາ​ຂ່າວຢູ່​ໂຮງ​ແຮມທີ່​ທ່ານ​ວັງ​ເຂົ້າພັກ,ນັກ​ຂ່າວ​ມັກ​ລົມ​ກັບ​ເພິ່ນ​ໃນ​ເວລາ​ຫວ່າງ.

ກຳມະການ​ແຂວງ​ຢຸນນານ​ຜູ້​ອື່ນທີ່​ນັກ​ຂ່າວ​ຮູ້ຈັກ​ຍັງ​ມີ​ທ່ານ​ເຈີ່ງ​ເພີງ​ເຜົ່າ​​ໄທ​ລື້ ທ່ານ​ວັງ​ຈ່າງ​ພິງ ​ເຜົ່າ​ປູ້​ຫຼາງ​ທີ່​ອາຍຸ​ພຽງ 35 ປີ​ກໍ່​ໄດ້​ເປັນກຳມະການ​ສະພາ​ປຶກສາ​ການ​ເມືອງ​ມາ 7 ປີ​ແລ້ວ​​ແລະ​ທ່ານ​ອື່ນໆ.ຄວາມ​ກະຕືລືລົ້ນ ຄວາມຊື່ສັດ​ ຄວາມ​ຮັກ​ແພງ​ວັດທະນະທຳ​ຊົນ​ເຜົ່າ ຄວາມ​ສົນ​ໃຈຕໍ່​ວຽກ​ງານ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເພິ່ນ,ລ້ວນ​ແຕ່​​ໄດ້ສ້າງ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ນັກ​ຂ່າວ,​ເໝືອນ​ກັບ​ພູຜາ​ປ່າ​ໄມ້ແມ່ນ້ຳລຳ​ເຊ ມັກ​ເຮັດ​ໃຫ້​ຄົນ​ລືມ​ຍາກ.