ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 21:53:08    
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ບັນ​
ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ
​ຈຸດ​ຮ້ອນ​ສາ​ກົນ​ຕ່າງໆ

cri


ຕາມ​ຂ່າວCRI,​ວັນ​ທີ7​ມີນາ,​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ກອງ​ປະ​ຊຸມ​ຄັ້ງ​ທີ4ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ10​ຈັດ​ຂຶ້ນ,​ທ່ານ​ຫຼີ​ຈ້າວ​ຊີ່ງ ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນຫາ ຈຸດຮ້ອນ​ສາ​ກົນ​ຕ່າງໆ​ເຊັ່ນ​ບັນຫາ​ນິວ​ເຄຼຍ​ອີຣານ​ແລະ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ເລັສ​ຕີນ​ກັບ​ອິດສຣາ​ແອນ​ເປັນ​ຕົ້ນ.


ທ່ານ​ຫຼີ​ຈ້າວ​ຊີ່ງ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​CRI


ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ອີຣານ, ທ່ານ​ຫຼີຈ້າວ​ຊີ່ງ​ກ່າວ​ວ່າ,ຍັງ​ມີ​ຊ່ອງ​ຫວ່າງ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ອີຣານ​ໃນ​ຂອບ​ອົງການ​ພະລັງ​ງານ​ປະລະ​ມານູ​ສາ​ກົນ​ຢູ່,ປະ​ຊາ​ຄົມ​ໂລກ​ບໍ່​ຄວນ​ປະ​ລະ​ຄວາມ​ພະຍາ​ຍາມ.​ທ່ານ​ເວົ້າ​ວ່າ,​ໃນ​ຖານ​ເປັນ​ປະ​ເທດ​ເຊັນ​ສົນ​ທິ​ສັນຍາ​ບໍ່​ແຜ່​ຜາຍ​ອາວຸດ​ນິວ​ເຄຼຍ,​ອີຣານ​ມີ​ສິດທິ​ນຳ​ໃຊ້​ພະລັງ​ງານ​ນິວ​ເຄຼຍ​ເຂົ້າ​ໃນ​ທາງ​ສັນ​ຕິ​ພາບ,​ແລະກໍ່​ຄວນ​ປະຕິບັດ​ຕາມ​ພັນທະ​ທີ່​ກ່ຽວ​ຂ້ອງ.​ຝ່າຍ​ຈີນ​ຫວັງ​ໃຫ້​ອີ​ຣານ​ຮ່ວມ​ມືກັບ​ອົງ​ການ​ປະລະ​ມານູ​ສາກົນ​ຢ່າງ​ເຕັມ​ສ່ວນ,​ສືບ​ຕໍ່​ໃຊ້​ມາດ​ຕະ​ການ​ທີ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ.


ທ່ານ​ຫຼີ​ຈ້າວ​ຊີ່ງ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຍີ່​ປຸ່ນ


ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ເລັສຕິນ​ກັບ​ອິດສຣາ​ແອນ,​ທ່ານ​ຫຼີ​ຈ້າວ​ຊີ່ງ​ເວົ້າ​ວ່າ,​ຝ່າຍ​ຈີນ​ມີ​ເຈດ​ຈຳນົງ​ພັດ​ທະນາ​ການ​ພົວພັນ​ກັບປະ​ເທດຕາ​ເວັນ​ອອກ​ກາງ​ບົນ​ພື້ນຖານ​ຕ່າງ​ເຄົາລົບ​ກັນ,​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,​ຝ່າຍ​ຈີນ​ໄດ້​ທຳ​ຄວາມ​ພະຍາ​ຍາມ​ຕະຫຼອດ​ມາ​ເພື່ອ​ຊັກ​ຊວນ​ໃຫ້​ຈັດການ​ເຈ​ລະຈາ​ສັນ​ຕິພາບ.


ທ່ານ​ຫຼີ​ຈ້າວ​ຊີ່ງ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໄຕ້​ຫວັນ


ເມື່ອ​ເວົ້າ​ເຖິງ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ,​ທ່ານ​ຫຼີ​ຈ້າວ​ຊີ່ງ​ເວົ້າ​ວ່າ,​ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃຊ້​ທ່າ​ທີ​ສົນ​ທະນາ​ແລະ​ປຶກ​ສາ​ຫາລື​ກັນ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງ​ກ່າວ,​ທັງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຮັກສາ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ຈົນ​ກະທັ້ງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ,​ແລະກໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ບັນດາ​ຝ່າຍ.