ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 15:29:18    
ຈີນ​ເຮັດ​ໃຫ້​ມາດ​ຖານ​ຕັດສິນ​ຄະ​ດີ​ທີ່​ກ່ຽວ​ພັນ​ເຖິງ​ຕ່າງ​ປະ​ເທດ​ນັ້ນເປັນ​ແບບ​ສະບັບ​ຕື່ມ​ອີກ

cri Author: cai
ຕາມໜັງ​ສືພິມ"​ເຢີ​ນມີນຢື້​ປ້າວ":ວັນ​ທີ 7 ມີນາ,ທ່ານ​ວ້ານ​ເອີ້​ຊ່ຽງ ຮອງປະທານ​ສານ​ປະຊາຊົນ​ສູງ​ສຸດ​ຂອງ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,ສານ​ປະຊາຊົນ​ສູງ​ສຸດ​ພວມ​ຮ່າງ​ການຕີ​ຄວາມ​ໝາຍ​ຂອງ​ກົດໝາຍກ່ຽວ​ກັບ​ວຽກ​ງານ​ການ​ຄ້າ​ແລະ​ທະ​ເລ​ທີ່ກ່ຽວ​ພັນ​ເຖິງຕ່າງປະ​ເທດ​ງວດ​ໜຶ່ງ,​ເຮັດ​ໃຫ້​ມາດຖານ​ຕັດສິນຄະດີ​ເປັນ​ແບບ​ສະບັບ,​ເພື່ອ​ເຮັດ​ໃຫ້​ຕຸລາ​ການ​ເປັນ​ເອກະພາບ​ກັນ.

ທ່ານ​ວ້ານ​ເອີ້​ຊ່ຽງ​ເວົ້າ​ວ່າ,ຄຽງ​ຄູ່​ກັບ​ເສດຖະກິດໂລກາ​ວິວັດ​ແລະ​ຈີນ​ໄຂ​ປະຕູ​ສູ່ພາຍ​ນອກຢ່າງ​ກວ້າງ​ອອກ,ການ​ລົງທຶນ​ຢູ່​ຈີນ​ໄດ້​ປະກົດ​ມີ​ຈຸດ​ພິ​ເສດຕ່າງໆ​​ເຊັ່ນ ມີ​ຜູ້​ລົງທຶນ​ຫັນ​ເປັນ​ຫຼາຍ​ເຄົ້າ​ແລະ​ການ​ພົວ​ພັນ​ດ້ານ​ກົດໝາຍ​ສັບສົນ​ຂຶ້ນ​ເປັນ​ຕົ້ນ,​ໄດ້​ເກີດ​ມີ​ການ​ວິວາດ​ກັນ​ດ້ານວຽກ​ງານການ​ຄ້າ​ແລະ​ທະ​ເລທີ່​ກ່ຽວ​ພັນ​ເຖິງ​ຕ່າງປະ​ເທດ​ຢ່າງ​ຫຼວງ​ຫຼາຍພ້ອມ​ດ້ວຍການ​ວິວາດ​ກັນ​ດ້ານການ​ຄ້າ​ການ​ລົງທຶນ​ລະ​ຫວ່າງ​ຊາດປະ​ເພດ​ໃໝ່,​ອັນ​ໄດ້​ເຮັດ​ໃຫ້​ການ​ສືບສວນ​ແລະ​ຕັດສິນ​ຄະດີ​ຍາກຂຶ້ນ.​ດ້ວຍ​ເຫດ​ນີ້,ຈີນ​ຈະ​ປະກາດ​ໃຊ້​ການ​ຕີ​ຄວາມ​ໝາຍ​ຂອງ​ກົດໝາຍ​ທາງ​ການ​ຄ້າ​ແລະ​ທະ​ເລທີ່​ພົວ​ພັນ​ເຖິງ​ຕ່າງ​ປະ​ເທດ​ງ​ວດໜຶ່ງ​ໂດຍ​ໄວ,​ເພື່ອ​ເຮັດ​ໃຫ້​ມາດຖານ​ຕັດສິນ​ຄະດີ​ເປັນ​ແບບ​ສະບັບ.

ທ່ານ​ເຜີຍ​ໃຫ້​ຮູ້​ວ່າ,ປະຈຸ​ບັນ,ຈີນ​ໄດ້​ອະນຸມັດ​ຫຼື​​ເຂົ້າຮ່ວມ​ສົນທິ​ສັນຍາ​ສາກົນ​ແລະ​ສົນທິ​ສັນ​ຍາ​ສອງຝ່າຍ​ກ່ຽວ​ກັບ​ວຽກ​ງານການ​ຄ້າ​ແລະ​ທະ​ເລ 40 ກວ່າ​ສະ​ບັບ.