ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 16:10:01    
ຈີນ​ສ້າງສາ​ຊົນນະ​ບົດ​ໃໝ່​ມີ​ຄວາມ​ໝາຍ​ຕໍ່​ສປປ​ລາວ​ໃນ​ການ​ຖອດ​ຖອນ​ບົດ​ຮຽນ(ສຽງ)

cri Author: mo


ວັນ​ທີ 5 ມີນາ, ​ໃນ​ບົດ​ລາຍ​ງານ​ວຽກ​ງານລັດຖະບານ​ທີ່​ທ່ານ​ເວີນ​​ເຈຍ​ປາວ ນາຍົກລັດຖະມົນຕີຈີນລາຍ​ງານ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ໄດ້​ສະ​ເໜີ​ ​ເອົາ​ການ​ສ້າງສາ​ຊົນນະບົດ​ໃໝ່​ສັງຄົມ​ນິຍົມ​ໄວ້​ຢູ່​ໃນ​ຖານະ​ອັນ​ດັບ​ໜຶ່ງ​ຂອງ​ວຽກ​ງານ​ລັດຖະບານ​ໃນ​ປີ​ນີ້​ແລະຫຼາຍປີ​ຂ້າງ​ໜ້າ. ຫຼັງຈາກ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຂ່າວ​ຂອງ​ພວກ​ເຮົາ​ແລ້ວ, ມີ​ຜູ້​ຟັງ​ຫຼາຍ​ຄົນໄດ້​ໂທລະສັບ​ມາຍັງ​ພວກ​ເຮົາ, ຕີ​ລາຄາ​ສູງ​ຕໍ່ບົດ​ລາຍ​ງານ​ວຽກ​ງານ​ຂອງ​ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ, ​ແລະ​ເວົ້າວ່າ, ການ​ສ້າງ​ຊົນນະບົດ​​ໃໝ່ສັງຄົມ​ນິຍົມ​ຂອງ​ຈີນ​ມີ​ຄວາມ​ໝາຍ​ສຳຄັນສົມຄວນ​ຕໍ່​ລາວ​ໃນ​ການຖ​ອດຖອນ​ບົດຮຽນ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມຂອງ​ຕົນ.
ຈີນ​​ແລະ​ລາວ​ລ້ວນ​ແຕ່ແມ່ນ​ປະ​ເທດ​ກະສິກຳ, ມີ​ບ່ອນ​ຄ້າຍຄື​ກັນຫຼາຍ​ໃນ​ດ້ານ​ ​ພັດທະນາ​ກະສິກຳ​ແລະ​ສ້າງສາ​ຊົນ​ນະ​ບົດ. ທ່ານ​ຄຳ​ແພງ ອ່ອນ​ສາ​ແມ່ນ​ຜູ້​ຟັງ​ມິດ​ລາຍ​ການ​ຂອງ​ວິທະຍຸ​ພວກ​ເຮົາ, ປັດຈຸບັນ, ທ່ານ​​ເປັນ​ຫົວໜ້າ​ຫ້ອງການ​ກໍ່​ສ້າງຮາກ​ຖານ​ການ​ເມືອງ​ແລະ​ພັດທະນາ​ຊົນນະບົດ​ຮອບດ້ານ​ຂອງ​ແຂວງ​ຜົ້ງສາລີ. ທ່ານ​ເວົ້າວ່າ, ​ແຂວງ​ຜົ້ງສາລີ​ແມ່ນ​ແຂວງພູດ​ອຍທີ່​ຖື​ກະສິກຳ​ເປັນຫຼັກ, ​ແລະ​ຂ້ອນ​ຂ້າງ​ທຸກ​ຍາກ, ຈີນ​ສະ​ເໜີ​​ໃຫ້​ສ້າງ​ຊົນນະບົດ​​ແບບ​ໃໝ່​, ມີ​ຄວາມໝາຍ​ຕໍ່ລາວຖອດ​ຖອນ​ບົດຮຽນ.
(ອັດສຽງຂອງ​ທ່ານ​ຄຳ​ແພງ)
ລາວ​ແມ່ນ​ປະ​ເທດ​ດ້ອຍ​ພັດທະນາ​ປະ​ເທດ​ໜຶ່ງທີ່​ອົງການ​ສະຫະ​ປະຊາ​ຊາດ​ກຳນົດ, ປັດຈຸບັນ, ລັດຖະບານລາວ​ພວມພະຍາຍາມ​ເພື່ອ​ບັນລຸ​"ຄາດໝາຍ​ສະຫັດ​ສະວັດ​ດ້ານ​ການ​ພັດທະນາ"ຂອງ​ອົງການ​ສະຫະ​ປະຊາ​ຊາດ, ຍາດ​ແຍ່ງ​ໃຫ້​ຫຼຸດພົ້ນອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ​ໃນ​ປີ 2020 ຢ່າງ​ມີ​ໄຊ. ທ່ານ​ພັນ​ຄຳ ວິພາ​ວັນ ​ເຈົ້າ​ແຂວງ​ແຂວງ​ຫົວພັນຂອງ​ສປປລາວ​ເວົ້າວ່າ, ຖ້າ​ໝູນ​ໃຊ້​ທັດສະນະ​ຄະຕິແລະ​ບົດຮຽນ​ຂອງ​ຈີນ​ໃນ​ການ​ສ້າງສາ​ຊົນນະບົດ​​ໃໝ່ສັງຄົມ​ນິຍົມ​​ຢູ່​ສປປລາວ, ຈະ​ເຮັດ​ໃຫ້​ລາວ​ຫຼົບຫຼີກຫຼາຍ​ບັນຫາໃນ​ດ້ານ​ສ້າງສາ​ຊົນນະບົດ.
(ອັດ​ສຽງຂອງ​ທ່ານ​ພັນ​ຄຳ)
                                             (ຈົບ)