ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 17:27:17    
ຮີດຄອງປະເພນີສະຫຼອງປີໃໝ່ຂອງບັນດາປະເທດ(2)

cri

ປີໃໝ່ສອງເທ່ືອຂອງອູກັນດາ. ປີໃໝ່ຂອງອູກັນດາແມ່ນເລ່ີແຕ່ລະດູຝົນ. ບາ 6
ເດືອນ
ກໍມີລະດູຝົນເທ່ືອນ່ືງ.ສະນັ້ນ ອູກັນດາມີປີໃໝ່ສອງເທ່ືອ.

 

ປີໃໝ່ມອບລູກສາວ. ຢູ່ຊົນນະບົດແມັກຊິກ ໃນໂອກາດປີໃໝ່ວຽນມາຮອດຄັນລູກ
ສາວຂອງຕົນກາຍອາຍຸ 17 ປີແລ້ວ ກໍຍັງບ່ໍມີຄູ່ຮັກ.ກໍຈະບ່ໍມີສິດຫາຄູ່ຫາແຟນເອົາເອງ.
ຜູ່
ເປັນພ່ໍເປັນແມ່ກໍຈະມີສິດມອບລູກສາວຂອງຕົນໃຫ້ຜູ່ຊາຍໃດນ່ືງ.ເພ່ືອເປັນຂອງຂວັນ
ໃນຍາມຂຶ້ນປີໃໝ່.ລູກສາວຈະປະຕິເສດບ່ໍໄດ້.

 

ຢູ່ປາລາກວຍ,ປີໃໝ່ຕ້ອງກິນຂອງເຢັນ. ຊາວປາລາກວຍໄດ້ຈັດເອົາ 5 ມື້ສຸດທ້າຍ
ຂອງທຸກປີເປັນວັນກິນຂອງເຢັນ.ໃນ 5 ມື້ນີ້ ຕັ້ງແຕ່ປະມຸກລັດລົງຮອດສາມັນຊົນໃຜກໍດັງ
ໄຟຫຸງເຂົ້າບ່ໍໄດ້. ສະນັ້ນຈະຕ້ອງກິນແຕ່ຂອງເຢັນຈົນຮອດວັນຂຶ້ນປີໃໝ່ຈ່ິງດັງໄຟຄົວກິນ
ໄດ້ພ່ືອສະຫຼອງວັນຂຶ້ນປີໃໝ່.

 

ການຟ້ອນລຳທຳເພງໃນບຸນປີໃໝ່ຂອງອີຕາລີ. ຊາວອີຕາລີທ່ີຊ່າງຟ້ອນລຳທຳເພງ
ຄັນ
ຮອດຕອນຄ່ຳວັນຂຶ້ນປີໃໝ່,ກໍມັກພາກັນອອກໄປສູ່ຖະໜົນຫົນທາງຟ້ອນລຳທຳເພງສະ
ຫຼອງປີ
ໃໝ່ຢ່າງມ່ວນຊ່ືນ.

 

ອາບນ້ຳໃນຍາມຂຶ້ນປີໃໝ່ຂອງອັກຊັງຕິນ. ຊາວອັກຊັງຕິນເຫັນວ່ານ້ຳແມ່ນສ່ິງສະ
ອາດ
ສັກສິດກວ່າໝູ່. ໃນຍາມວັນຂຶ້ນປີໃໝ່ ແຕ່ລະປີ ຍິງຊາຍນ້ອຍໃຫ່ຍທຸກຄອບຄົວ ກໍ
ເປັນໝູ່ເປັນຝູງ ລົງອາບນ້ຳປີໃໝ່ຢູ່ຕາມແມ່ນ້ຳລຳເຊ ເພ່ືອສະສາງລ້າງສ່ວຍສ່ິງໂສໂຄກ
ອອກຕົນໂຕຂອງຕົນ.

 

ປີໃໝ່ຍາດແກະ ຢູ່ອັຟການິສຖານ. ໄທບ້ານຢູ່ເຂດພາກເໜືອ ຂອງອັຟກນິສຖານ
ຄັນ
ຮອດວັນຂຶ້ນປີໃໝ່, ຈະຕ້ອງຈັດການແຂ່ງຂັນຍາດແກະຢ່າງດຸເດືອດ.  ແບ່ງກັນອອກ
ເປັນສອງກອງໄປຍາດແກະ. ການແຂ່ງຂັນດ່ັງກ່າວ ດຳເນີນໄປຢ່າງເຄ່ັງຕຶງແລະດຸເດືອດ
ທັງ
ມ່ວນຊ່ືນແລະເບີກບານ.

 

ອາການຈາມປີໃໝ່ຂອງບຸນກາລີ.ເວລາກິນເຂົ້າໃນວັນຂຶ້ນປີໃໝ່, ຊາວບຸນກາລີ
ເຫັນວ່າຖ້າຜູ່ໃດຈາມ,ຜູ່ນັ້ນກໍຈະນຳເອົາຄວາມສຸກມາໃຫ້ໝົດຄອບຄົວ. ເຈົ້າເຮືອນກໍຈະ
ມອບແກະຫືຼງົວມ້າໂຕທຳອິດໃຫ້ແກ່ຜູ່ຈາມ.ເພ່ືອອວຍພອນໃຫ້ຜູ່ກ່ຽວທ່ີໄດ້ນຳເອົາຄວາມ
ສຸກ
ມາໃຫ້ຄອບຄົວ.

 

ຢູ່ປາກີສະຖານ,ປີໃໝ່ຕ້ອງທາເຂົ້າແປ້ງແດງ, ໃນວັນຂຶ້ນປີໃໝ່, ຊາວປາກີສະຖານ
ມັກເອົາຫ່ໍເຂົ້າແປ້ງແດງອອກເຮືອນໄປ,  ເມ່ືອພົບໝູ່ເພ່ືອນແລ້ວ ກໍອວຍໄຊໃຫ້ພອນແກ່
ກັນ,ແລ້ວເອົາເຂົ້າແປ້ງແດງທາໃສ່ໜ້າຜາກຂອງກັນ. ເພ່ືອສະແດງສິລິມຸງຄຸງໃນປີໃໝ່.

 

ກິນເຫົ້ຼາຄ້າງແກ້ວໃຫ້ໝົດ, ກ່ອນວັນຂຶ້ນປີໃໝ່ຈະມາຮອດ, ຊາວຝ່ັຼງຄອບຄົວໃດກໍ
ຈະກິນເຫົ້ຼາຄ້າງແກ້ວນັ້ນໃຫ້ໝົດ.ບາງຄົນກໍກິນຈົນເມົາແປະເມົາແປັດ,ພວກເຂົາເຈົ້າເຫັນ
ວ່າ,ໃນວັນຂຶ້ນປີໃໝ່,ຄັນຄອບຄົວໃດຍັງມີເຫົ້ຼາຄ້າງແກ້ວຢູ່,ໃນປີນັ້ນຄອບຄົວດ່ັງກ່າວກໍຈະ
ປະສົບເຄາະຮ້າຍແນ່ນອນ.

 

     ກິນໝາກອະງຸ່ນໃນຍາມທ່ຽງຄືນ.ໃນຕອນຄ່ຳວັນສ່ົງທ້າຍປີເກົ່າ,ຊາວແອສປາຍມັກ
ມາໂຮມກັນໝົດຄອບຄົວ,ເມ່ືອຮອດຕອນທ່ຽງຄືນ 12 ໂມງ, ພໍໄດ້ຍິນສຽງລະຄັງຢູ່ໂບດ
ຄຸນພ່ໍດັງຂຶ້ນບາດນ່ືງ, ກໍຍາດກັນກິນໝາກອະງຸ່ນໜ່ວຍນ່ືງຕ່ໍໆກັນ, ກິນຮອດ 12 ໜ່ວຍ
ເພ່ືອສະແດງວ່າ ໃນປີໃໝ່ຈະມີໂຊກມີໄຊມີສິລິມຸງຄຸນຕະຫຼອດໄປ.