ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 17:43:15    
ນັກ​ປະ​ພັນ​ຊື່​ດັງ​ຂອງ​ຈີນ​ຮຽກ​ຮ້ອງ​ໃຫ້​ສອງ​ຝັ່ງ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝັ່ງ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ກົມ​ກຽວ​ກັນ

cri
ຕາມ​ຂ່າວCRI,​ວັນ​ທີ8​ມີນາ,​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ວາງ​ເມີງ ກຳ​ມະການ​ປະຈຳ​ສະພາ​ປຶກ​ສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ ນັກ​ປະພັນ​ຊື່​ດັງ​ໄດ້​ຮຽກ​ຮ້ອງ​ໃຫ້​ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ,​ຄັດ​ຄ້ານ​ແລະ​ສະ​ກັດ​ກັ້ນ​ການ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະ​ລາດ,​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝັ່ງ​ຂະ​ຫຍາຍ ຕົວ​ຢ່າງ​ກົມກຽວ​ກັນ.

ທ່ານ​ວາງ​ເມີງ​ແມ່ນ​ເວົ້າ​ຄວາມ​ດັ່ງກ່າວ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ກອງ​ປະ​ຊຸມ​ປະຈຳ​ປີ​ຂອງ​ສະ​ພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ.​ທ່ານ​ເວົ້າ​ວ່າ,​ຝ່າຍ​ແຜ່ນດິນ​ໃຫຍ່​ຫວັງ​ໃຫ້​ການ​ພົວ​ພັນ​ສອງ​ຝັ່ງ​ຂະຫຍາຍ​ຕົວ​ຢ່າງ​ກົມກຽວ​ກັນ,​ທ່ານ​ເອງ​ກັບ​ຜູ່​ຮ່ວມ​ຂະ​ແໜງ​ການ​ຂອງ​ໄຕ້​ຫວັນ​ກໍ່​ໄດ້​ໄປມາ​ຫາ​ສູ່​ກັນ​ແລະ​ແລກ​ປ່ຽນ​ເຊິ່ງກັນ​ແລະ​ກັນ​ຢ່າງ​ກົມ​ກຽວ​ກັນທີ່​ສຸດ.​ແຕ່​ໃນ​ສະ​ເພາະ​ໜ້າ​ນີ້,​ຍັງ​ຄົງ​ມີ​ປັດ​ໄຈ​ທີ່​ບໍ່​ກົມ​ກຽວ​ກັນ​ທີ່​ສຸດ​ໃນ​ການ​ພົວ​ພັນ​ສອງ​ຝັ່ງ,​ນັ້ນ​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ.​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະ​ລາດ​ໄດ້​ພາ​ໃຫ້​ເກີດ​ຄວາມ​ບໍ່​ກົມກຽວ​ກັນ​ໃນ​ການ​ພົວ​ພັນ​ສອງ​ຝັ່ງ,​ແລະ​ແມ່ນ​ອັນ​ຕະ​ລາຍ​ທີ່​ສຸດ.