ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 17:46:45    
ຈຳ​ນວນ​ຄົນ​ໄຕ້​ຫວັນ​ທີ່​ຢາກ​ມາ​ຫາ​ວຽກ​ເຮັດ​ຢູ່​ແຜ່ນ​ດິນ​ໄຫ​ຍູ່​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ​ພະ​ລັນ

cri Author: shuo
ຕາມ​ຂ່າວ​ຂອງ​ໜັງສືພິມ​ເຢິນມີນຢື້​ປ້າວ​ຂອງ​ຈີນ​ສະບັບ​ພົ້ນທະ​ເລ:​ເຖິງ​ວ່າ​ເຈົ້າໜ້າ​ທີ່​​ໄຕ້ ຫວັນ​ກີດ​ຂວາງ​ການ​ແລກປ່ຽນ​ລະຫວ່າງ​ສອງ​ຝັ່ງ​ເທື່ອ​ແລ້ວ​ເທື່ອ​ອີກກໍ​ຕາມ,​ແຕ່​ຄວາມ​ປາຖະ​ໜາ​ຂອງ​ຊາວ​ໜຸ່ມ​ໄຕ້​ຫວັນ​ທີ່​ຢາກ​ມາ​ຫາ​ວຽກ​ເຮັດ​ຢູ່​ແຜ່ນດິນ​ໃຫຍ່​ພັດ​ມີ​ທ່ວງທ່າ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ພະລັນ.

ຕາມ​ການ​ສຳ​ຫຼວດລາຍ​ໜຶ່ງ​ຂອງ​ໄຕ້​ຫວັນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນສອງ​ເດືອນ​ຕົ້ນປີ2005,​ໃນ​ຜູ້​​ມາ​ຫາ​ວຽກ​ເຮັດ​ຂອງ​ໄຕ້​ຫວັນ,ມີ​ພຽງ​ແຕ່10%ຍິນ​ດີ​ມາ​ຫາ​ວຽກ​ເຮັດ​ຢູ່​ແຜ່ນດິນ​ໃຫຍ່.​ແຕ່​ພາຍຫຼັງທ່ານ​ເຊິ​ນສຸຍ​ປຽນກ່າວ​ວ່າຈະ​ຢຸດຕິ​ການ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ທ້ອນ​ໂຮມ​ປະ​ເທດ​ແລະ​ການ​ນຳ​ໃຊ້​ໂຄງການ​ທ້ອນ​ໂຮມ​ປະ​ເທດ​ໃນ​ເດືອນ​ມັງກອນ​ປີ2006​ແລ້ວ,​ມວນ​ຊົນ​ໃນ​ເກາະ​ໄຕ້​ຫວັນ​ທີ່​ຢາກ​ມາ​ຫາ​ວຽກ​ເຮັດຢູ່​ແຜ່ນດິນ​ໃຫຍ່​ນັ້ນ​ໄດ້​ຖີບ​ສູງ​ຂຶ້ນ​ຮອດ​16%ຢ່າງ​ໄວ​ພະລັນ,​ໃນ​ເດືອນກຸມພາ,ຈຳນວນ​ຄົນ​ທີ່​ຢາກ​ມາ​ຫາ​ວຽກ​ເຮັດ​ຢູ່​ແຜ່ນດິນ​ໃຫຍ່​ໄດ້​ເພີ່ມ​ຂຶ້ນ​ຮອດ20%.

ຕາມ​ຊາບ​ວ່າ,ປະຈຸ​ບັບນີ້,ຊາວ​ໜຸ່ມ​ໄຕ້​ຫວັນຢາກ​​ມາ​ຫາ​ວຽກ​ເຮັດຢູ່​ແຜ່ນດິນ​ໃຫຍ່ຕົ້ນຕໍ​ແມ່ນ​ດຳ​ເນີນກິດຈະການ​ຂໍ້​ມູນ​ຂ່າວສານ ​ກິດຈະການ​ເຄື່ອງ​ຈັກ​ເອ​ເລັກ​ໂຕຼນິກ​​ແລະ​ວຽກ​ງານຈຳ​ໜ່າຍ​ແລະ​ຄຸ້ມ​ຄອງ​,​ໃນ​ດ້ານ​ປະຫວັດ​ການ​ສຶກສາຕົ້ນຕໍ​ແມ່ນ​​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະຍາ​ໄລ.