ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 19:03:03    
ແຜນ​ພັດ​ທະ​ນາ 5 ປີ​ສະ​ບັບ​ໃໝ່​ຈະ​ສ້າງ​ໂອ​ກາດ​ການ​ຄ້າ​ຢ່າງ​ຫຼວງ​ຫຼາຍ​​ໃຫ້​ແກ່​ເສດ​ຖະ​ກິດ​ຂອງ​ຮົງ​ກົງ​ແລະ​ມາ​ກາວ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້ ຜູ້​ແທນ​ແລະກຳມະການ​ຂອງຮົງ​ກົງ​ແລະ​ມາ​ກາວທີ່​ມາ​ເຂົ້າຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ແລະ​ສະພາ​ປຶກສາ​ການ​ເມືອງ​ຢູ່​ປັກ​ກິ່ງ​ພາກັນ​ເວົ້າວ່າ,​ແຜນ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ແລະ​ສັງຄົມ​ຂອງຈີນ​ໃນ 5 ປີ​ຂ້າງ​ໜ້າ​ນີ້​ຈະ​ສ້າງໂອກາດ​ການ​ຄ້າ​ຢ່າງ​ຫຼວງຫຼາຍ​​ໃຫ້​ແກ່​ເສດຖະກິດ​ຂອງ​ຮົງ​ກົງ​ແລະ​ມາ​ກາວ.​ເນື້ອ​ໃນ​ກ່ຽວ​ກັບ​ຮົງ​ກົງ​ແລະ​ມາ​ກາວ​ໃນຮ່າງ​​ເນື້ອ​ໃນ​ໃຈຄວາມ​ແຜນ​ພັດທະນາ​ໄດ້​ເນັ້ນໜັກ​ເຖິງ​ການ​ພົວພັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ເຂດ​ໃນ​ກັບ​ຮົງ​ກົງ​ມາ​ກາວ​ເປັນ​ພິ​ເສດ,ນີ້​ຈະ​ຊຸກຍູ້​ໃຫ້​ເຂດ​​ໃນ​ກັບ​ຮົງ​ກົງ​​ແລະມາ​ກາວຮ່ວມ​ມື​ກັນ​ຕື່ມ​ອີກ,ບັນລຸ​​ເບົ້າແບບ​ພັດທະນາ​ທີ່​ຕາບ​ຈູ​ນກັນ​ແລະ​​ໄດ້​ຮັບ​ຜົນ​ທັງ​ສອງ​ຝ່າຍ.

ທ່ານ​ຢາງ​ຊຸ່ນສີ່ ຜູ້​ປະຈຳການ​ສະພາ​ປຶກສາ​ການ​ເມືອງ ປະທານກຸ່ມ​ບໍລິສັດ ຊ່ຽງ​ຈ່ຽງຮົງ​ກົງ​ເວົ້າວ່າ,ເນື້ອ​ໃນ​ກ່ຽວ​ກັບ​ຮົງ​ກົງ​ແລະ​ມາ​ກາວ​ໃນຮ່າງ​​ແຜນ​ພັດທະນາ​ດັ່ງກ່າວ​​ເປັນ​ການ​ເຊີດ​ຊູ​ກຳລັງ​ໃຈ​ຕໍ່​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຮົງ​ກົງ,ຫຼາຍ​ເນື້ອ​ໃນ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ເຂດ​ໃນ​ກໍ​ຈະ​ມີ​ຜົນ​ສະທ້ອນ​ທີ່​ດີຕໍ່​ເສດຖະກິດ​ຮົງ​ກົງ.

ທ່ານ​ຊຸ່ຍ​ຊື້​ພິງ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ສັງກັດ​ເຂດ​ພິ​ເສດ​ມາ​ກາວ​ເຫັນ​ວ່າ,ນະ​ໂຍບາຍ​ແລະມາດ​ຕະການກ່ຽວ​ກັບ​ຮົງ​ກົງ​ແລະ​ມາ​ກາວ​ໃນ​ຮ່າງ​​ເນື້ອ​ໃນ​ໃຈຄວາມດັ່ງກ່າວ​ແມ່ນ​​ເປັນ​ຮູບ​ປະ​ທຳ​ຫຼາຍ,​ເຊື່ອ​ວ່າ ​ໃນ 5 ປີ​ຂ້າງ​ໜ້າ ຮົງ​ກົງ​ແລະ​ມາ​ກາວ​ຍ່ອມ​ຈະ​ມີ​​ໂອກາດ​ພັດທະນາຫຼາຍກວ່າ​ເກົ່າ.