ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 20:38:28    
ລັດ​ຖະ​ບານ​ກາງ​ຂອງ​ຈີນ​ຈະ​ເພີ່ມ​ການ​ລົງ​ທຶນ​ຕໍ່​ຊົນ​ນະ​ບົດ

cri
ຕາມ​ຂ່າວCRI,​ທ່ານ​ຈູ​ຈື້​ກ່າງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນ​ເວົ້າ​ວ່າ,​ຈີນ​ຈະ​ເພີ່ມ​ການ​ລົງທຶນ​ຕໍ່ຊົນ​ນະບົດ​ແລະ​ກະ​ສິກຳ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເພື່ອ​ໃຫ້​ຊາວ​ກະສິ​ກອນ​ໄດ້ສະ​ເຫວີຍ​ໝາກ​ຜົນ​ແຫ່ງ​ການ​ພັດທະ​ນາ​ແລະ​ການ​ປະຕິ​ຮູບ​ຂອງ​ຈີນ​ຫຼາຍ​ກວ່າ​ເກົ່າ.

ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ກອງ​ປະຊຸມ​ປະ​ຈຳ​ປີ​ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ8ມີນາ,​ທ່ານ​ຈູ່ຈື້​ກ່າງ​ເວົ້າ​ວ່າ,​ປີ​ນີ້,​ງົບປະ​ມານ​ການ​ເງິນ​ສູນ​ກາງ​ຂອງ​ຈີນ​ໄດ້ຈັດ​ວາງ​ລາຍ​ຈ່າຍໃນ​ດ້ານ​ຊົນນະ​ບົດ​ມີ​ເກືອບ​340​ຕື້​ຢວນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກາຍ​ນີ້14,2%.

ທ່ານ​ແນະນຳ​ວ່າ,​ປີ​ນີ້​ຈີນ​ຈະ​ຍົກ​ເລີກ​ອາ​ກອນ​ກະສິ​ກຳ​ຢ່າງຮອບ​ດ້ານ,​ສືບ​ຕໍ່​ບູລະ​ນະ​ເງິນ​ເກື້ອ​ກູນ​ເພື່ອ​ສົ່ງ​ເສີມ​ຊາວ​ກະສິ​ກອນ​ປູກ​ທັນ​ຍາ​ຫານ,​ເພີ່ມ​ການ​ລົງທຶນ​ເຂົ້າ​ໃນ​ການ​ສືກ​ສາ​ພາກ​ບັງ​ຄັບ​ຂອງ​ຊົນ​ນະບົດ,​ຍົກ​ເວັ້ນ​ຄ່າ​ຮຽນ​ແລະ​ຄ່າ​ອື່ນໆ​ໃນ​ໂຮງຮຽນ​ມັດທະ​ຍົມ​ແລະ​ປະ​ຖົມຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ກ່ອນ,​ພ້ອມ​ກັນ​ນັ້ນ​ເພີ່ມ​ການ​ລົງ​ທຶນ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ຊາວ​ກະ​ສິກ​ອນມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ປົວ​ພະຍາດ.