ລັດຖະບານຈີນຈະໃຊ້ມາດຕະການປົກປ້ອງສິດແລະຜົນປະໂຫຍດທີ່ຊອບກົດໝາຍຂອງຊາວກະສິກອນທີ່ເສຍດິນປູກຝັງ
cri
ຕາມຂ່າວCRI,ວັນທີ8ມີນາຢູ່ທີ່ປັກກິ່ງ,ທ່ານຢິນເຊີງເຈ ຮອງລັດຖະມົນຕີກະຊວງກະສິກຳຈີນກ່າວວ່າ,ລັດຖະບານຈີນສຸດທີ່ເອົາໃຈໃສ່ນຳບັນຫາທີ່ຊາວກະສິກອນເສຍດິນປູກຝັງ,ໄດ້ວາງມາດຕະການລະບົບໜຶ່ງອອກມາເພື່ອປົກປ້ອງສິດແລະຜົນປະໂຫຍດທີ່ຊອບກົດໝາຍຂອງຊາວກະສິກອນ.
ທ່ານຢິນເຊີງເຈແມ່ນເວົ້າຄວາມດັ່ງກ່າວໃນງານຊຸມນຸມນັກຂ່າວທີ່ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນຈັດຂຶ້ນ.ທ່ານເວົ້າວ່າ,ຄຽງຄູ່ກັບການພັດທະນາຂອງການຫັນເປັນອຸດສາຫະກຳແລະຫັນເປັນຕົວເມືອງ,ທີ່ດິນທີ່ເກນໃຊ້ຢ່າງເປັນປົກກະຕິຢູ່ຊົນນະບົດຈີນໃນແຕ່ລະປີມີ3ແສນກວ່າເຮັກຕາ,ຊາວກະສິກອນ1ລ້ານກວ່າຄົນອາດຈະເສຍດິນປູກຝັງຍ້ອນ.ສະນັ້ນ,ລັດຖະບານຈີນໄດ້ສະເໜີໃຫ້ປະຕິບັດລະບອບຮັກສາດິນປູກຝັງຢ່າງເຄັ່ງຄັດ,ພິຈາລະນາອະນຸມັດການເກນໃຊ້ດິນປູກຝັງຢ່າງເຄັ່ງຄັດ,ເພື່ອຫຼຸດຈຳນວນຊາວກະສິກອນທີ່ເສຍດິນປູກຝັງໃຫ້ໜ້ອຍລົງເທົ່າທີ່ຈະໜ້ອຍໄດ້.ພ້ອມກັນນັ້ນ,ລັດຖະບານຈີນຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຈ່າຍຄ່າໄຊ້ແທນທີ່ສົມເຫດສົມຜົນແກ່ຊາວກະສິກອນທີ່ຖືກເກນໃຊ້ດິນປູກຝັງ, ສ້າງໂອກາດປະກອບອາຊີບໃຫ້ແກ່ພວກເຂົາເຈົ້າ.
|
|