ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 21:12:34    
ປະ​ເທດ​ຜະ​ລິດ​ຢາງ​ພາ​ລາ​ຂອງ​ອາ​ຊຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຢາງ​ພາ​ລາ​ສາ​ກົນ​ຊິ່ງ​ຕາວ​ຢ່າງ​ຫ້າວ​ຫັນ

cri Author: shuo
ຕາມ​ຂ່າວ​ຈາກ​ໜັງສືພິມ​ການ​ຄ້າ​ສາກົນຂອງ​ຈີນ:ງານ​ວາງສະ​​ແດງ​ອຸດສາຫະກຳ​ຢາງ​ພາ ລາແລະ​ຕີນລົດ​ສາກົນ​ຈີນ​ຄັ້ງທີ3​ໄດ້​ໄຂ​ຂຶ້ນຢູ່​ທີ່​ຊິ່ງຕາວ​ແຂວງ​ຊ່ານ​ຕົ່ງ​ຂອງ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້.ງານ​ວາງສະ​ແດງ​ເທື່ອ​ນີ້​ຈັດ​ຂຶ້ນ​ໂດຍ​ສະມາ​ຄົມ​ຢາ​ງພາລາ​ແຂວງຊ່ານຕົ່ງ,​ໄດ້​ດູດ​ດຶງ ວິ​ສາ​ຫະກິດ​ທີ່​ມາ​ຈາກ20​ກວ່າ​ປະ​ເທດ​ແລະ​ເຂດ​ແຄ້ວນ​ໃນ​​ໂລກ​ມາ​ເຂົ້າຮ່ວມ.ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ບັນດາ​ປະ​ເທດ​ຜະລິດ​ຢາງ​ພາລາອາ​ຊຽນ,​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຫຼາຍ​ຫົວ​ໜ່ວຍ ​ເຊັ່ນ ສະມາຄົມ​ອຸດສາຫະກຳ​ຢາງ​ອິນ​ໂດ​ເນ​ເຊຍ ​ເວັບ​ໄຊ​ສະມາຄົມ​ຢາງ​ພາ​ລາ​ຂອງໄທ​ແລະ​ສະມາຄົມ​ຢາງພາລາ​ຂອງມາ​ເລ​ເຊຍ​ເປັນ​ຕົ້ນ,​ກົມ​ພັດະນາ​ວິ​ສາ​ຫະ​ກິດ​ສາ​ກົນ​ຂອງ​ສິງກະ​ໂປ​ໄດ້​ນຳພາ​ຫຼາຍວິ​ສາ​ຫະກິດ​ຢາງ​ພາລາທີ່​ມີ​ຊື່​ສຽງ​ຂອງ​ສິງກະ​ໂປ​ມາ​ຮອດ​ຊິ່ງຕາວ.

ປະຈຸ​ບັນນີ້,ຈີນ​ແມ່ນ​ປະ​ເທດ​ທີ່​ຜະລິດ​ແລະ​ຕ້ອງການ​ຢາງ​ພາລາແລະ​ຕີນລົດ​ຫຼາຍ​ກວ່າ​ໝູ່​​ເວົ້າ​ສຳ​ລັບ​ບັນ​ດາ​ປະ​ເທດ​ຜະລິດ​ຢາງ​ພາລາຢູ່ອາຊີ​ອາຄະ​ເນ ​ເຊັ່ນ ​ໄທ ອິນ​ໂດ​ເນ​ເຊຍ​ແລະ​ມາ​ເລ​ເຊຍ​ເປັນ​ຕົ້ນ​ແລ້ວ,​ແຂວງ​ຊ່າ​ຍຕົ່ງ​ເຕັມ​ໄປ​ດ້ວຍ​ໂອກາດ​ການ​ຄ້າ.