|
 |
(GMT+08:00)
2006-03-08 21:18:37
|
 |
ກຳປູເຈຍແລະຫວຽດນາມກ່າວເນັ້ນຈະເພີ່ມທະວີການຮ່ວມມືສອງຕໍ່ສອງແລະພາກພື້ນ
cri
Author: shuo
ຕາມຂ່າວສານຊິນຮວາ:ວັນທີ7ມີນາ,ກຳປູເຈຍແລະຫວຽດນາມໄດ້ອອກປະກາດແຈ້ງການຮ່ວມກ່ຽວກັບທ່ານຟານວັນຄາຍ ນາຍົກລັດຖະມົນຕີຫວຽດນາມຢ້ຽມຢາມກຳປູເຈຍ,ໂດຍກ່າວເນັ້ນວ່າ,ສອງປະເທດຈະເພີ່ມທະວີການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະ ໂຫຍດສອງຕໍ່ສອງແລະໃນອາຊຽນແລະອະນຸພາກພື້ນແມ່ນ້ຳຂອງ.
ທ່ານຟານວັນຄາຍແລະທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍລ້ວນແຕ່ກ່າວວ່າ,ຈະເພີ່ມທະວີການຮ່ວມມືໃນເຂດຊາຍແດນກຳປູເຈຍ ລາວແລະຫວຽດນາມ,ລົງເລິກການ ຮ່ວມມືກັບປະເທດພາຄີອາຊຽນອື່ນໆ,ຕັ້ງໜ້າຊຸກຍູ້ການເຊື່ມໂຍງຂອງອາຊຽນ.ສອງຝ່າຍກ່າວເນັ້ນວ່າຈະເພີ່ມທະວີການຮ່ວມມືທີ່ແໜ້ນແຟ້ນລະຫວ່າງປະເທດເຂດລ່ອງແມ່ນ້ຳຂອງ,ເພື່ອຮັບປະກັນປະເທດທີ່ກ່ຽວຂ້ອງ ໂດຍສະເພາະແມ່ນປະເທດເຂດຍ່ານໃຕ້ມີການພັດທະນາຢ່າງສືບເນື່ອງ.
ໂດຍຕອບສະໜອງຄຳເຊີນຂອງທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ,ທ່ານຟານວັນຄາຍ ນາຍົກລັດຖະມົນຕີຫວຽດນາມໄດ້ຢ້ຽມຢາມກຳປູເຈຍຢ່າງເປັນທາງການໃນວັນທີ6ແລະວັນທີ7ມີນາ.
|
|
|