ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 21:31:41    
ບົດ​ບັນ​ທຶກ​ປະ​ຈຳ​ວັນ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສອງ​ສະ​ພາ​ໃນ​ວັນ​ທີ 8 ມີ​ນາ

cri Author: da
ມື້​ນີ້​ແມ່ນວັນ​ທີ 8 ມີນາ"​ວັນ​ແມ່ຍິງ​ສາກົນ",​ແຕ່​ຜູ້​ແທນ​ແລະກຳມະການ​ເພດ​ຍິງ​ທີ່​​ເຂົ້າຮ່ວມ​ກອງ​ປະຊຸມ​ສອງ​ສະພາພັດ​ກຳລັງຂຸ້ນຂ້ຽວຫາລືວຽກບ້ານ​ການ​ເມືອງ."​ວັນ​ແມ່ຍິງ​ສາກົນ"ທຸກ​ປີ​ລ້ວນ​ແຕ່​ຊົນ​ກັບ​ເວລາ​ໄຂ​ກອງ​ປະຊຸມ​ສອງ​ສະພາ,ຜູ້​ແທນ​ແລະ​ກຳມະການ​ເພດ​ຍິງ​ເຫຼົ່ານີ້ລ້ວນ​ແຕ່ແມ່ນ​ຜ່ານ​ວັນບຸນ​ຂອງ​ຕົນ​ໃນ​ການ​​ເຮັດວຽກ.

ມື້​ວານ​ນີ້ ​ໃນ​ເວລາ​ໄປ​ສຳພາດ​ທ່ານ​ນາງ​ຊາວ​​ເຊີ້ງ​ເຈ ກຳມະການປະຈຳ​ສະພາ​ປຶກສາ​ການ​ເມືອງ ປະທານ​ສະມາຄົມ​ສາສະໜາ​ຄຼິສຕຽນ​ຈີນ,ນັກ​ຂ່າວ​​ໄດ້​ຊາບ​ເຊິ່ງຍ້ອນ​ພະລັງ​ຊີວິດ​ແລະ​ຄວາມ​ກະຕືລືລົ້ນຂອງ​ຜູ້​ເຖົ້າຜູ້​ນີ້ທີ່​ອາຍຸ 70 ກ​ວ່າປີ​ແລ້ວ.​ໃຕ້​ການ​ນຳພາ​ຂອງ​​ເພິ່ນ,ສາສະໜາ​ຄຼິສຕຽນ​ຂອງ​ຈີນ​ໄດ້​ຄ່ອຍໆ​ພັດທະນາຈາກປາສ​ເຕີ​ຊາຍ​ທັງ​ໝົດ​​ໃນ​ເມື່ອ​ກ່ອນ​ມາ​ເປັນ​ປາສ​ເຕີ​ຍິງ​ກວມ 1 ສ່ວນ 3 ​ໃນ​ປະຈຸ​ບັນ.ພ້ອມ​ກັນນັ້ນ,​ເພິ່ນ​ຍັງ​​ແມ່ນໜຶ່ງ​ໃນ​ກຳມະການ​​ເພດ​ຍິງ​​ສອງ​ທ່ານຂອງກຳມະການ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດຂອງ​ວົງ​ການ​ສາສະໜາລວມ 66 ຄົນ.​ໃນ​ເວລາ​ສຳພາດ,ທ່ານ​ນາງ​ເວົ້າ ​ຕໍ່​ນັກຂ່າ​ວຢ່າງ​ມ່ວນ​ຊື່ນວ່າ:"​ເບິ່ງ​ແມ,ກຳມະການ​ເພດ​ຍິງ​ພວກ​ຂ້າພະ​ເຈົ້າຈັ່ງ​ແມ່ນ​ດີ​ແທ້.​ເຖິງ​ວ່າ​ບໍ່​ສາມາດ​ສະຫຼອງ​ວັນ​ແມ່ຍິງ​​ແຕ່ລະ​ປີ​ໃນ​ເຮືອນຍ້ອນ​ມາ​ເຂົ້າຮ່ວມ​ກອງ​ປະຊຸມ​ສອງ​ສະພາ,​ແຕ່​​ເມື່ອ​ຮອດ​ວັນ​​ແມ່ຍິງ,ກໍ່ມີ​ຄົນ​ມອບ​ດອກ​ໄມ້​ແລະ​ຂອງຂວັນ​,ຕອນ​ບ່າຍ,​ຂ້າພະ​ເຈົ້າຍັງ​ຈະ​ໄປ​ເຂົ້າຮ່ວມ​ງານສັງ​ສັນສະຫຼອງ​ວັນ​ແມ່ຍິງ."

​ຢູ່​ຕາມ​ທາງກັບ​ເມືອ​,ນັກ​ຂ່າວ​ໄດ້​ເຫັນ​ປ້າຍ​ໂຄສະນາ​ແຜ່ນ​ໃຫຍ່​ຢູ່​ຂ້າງ​ຖະໜົນ,​ໄດ້​ຕິດປ້າຍໂຄສະນາ​ແບບ​ສາທາລະນະ​ປະ​ໂຫຍ​ດທີ່​​ເຮັດເພື່ອ​ສະຫຼອງວັນແມ່ຍິງ​ໂດຍ​ຈຳ​ເພາະ,​ເຮັດ​ໃຫ້​ຄົນຮູ້​ສຶກວ່າ​ອຸ່ນ​ໃຈ​ຫຼາຍ.​ໃນ​ຖານ​ເປັນຜູ້​ຍິງ,ຕ້ອງ​ເອົາ​ໃຈ​ໃສ່​ວຽກ​ງານ​ທັງ​ຕ້ອງເບິ່ງ​ແຍງຄອບຄົວ,ບາງ​ເທື່ອ ​ແນ່ນອນ​ຕ້ອງ​ເສຍ​ສະຫຼະ​ຫຼາຍ​ກວ່າ​ຜູ້​ຊາຍ.​ແຕ່​ວ່າ,ທະ​ແນມ​ແຕ່​​ໄດ້​ຮັບ​ຄວາມ​ຮັບຮອງ​ຈາກ​ສັງຄົມ,​ຖືກ​ສັງຄົມ​​ເຄົາລົບ,ພວກ​ຂ້າພະ​ເຈົ້າກໍ​ຈະ​ບຸກໜ້າບືນ​ຕົວ​ບໍ່​ທໍ້ຖອຍ,ຄ້ຳຊູ​ທ້ອງຟ້າ​ເຄິ່ງປ່ຽງ​ຂອງ​ພວກ​ຂ້າພະ​ເຈົ້າ.