![]( /mmsource/images/2004/04/21/laba.gif)
ວັນທີ 5 ມີນາ,ທ່ານເວີ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ກ່າວບົດລາຍງານວຽກງານລັດຖະບານໃນກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນ.ວິທະຍຸພວກເຮົາໄດ້ແຈ້ງຂ່າວກ່ຽວກັບບົດລາຍງານຂອງທ່ານເວີ່ນເຈ່ຍປາວຂ້ອນຂ້າງລະອຽດແລະທັນການ.ພາຍຫຼັງລາຍການຂອງພວກເຮົາໄດ້ອອກອາກາດແລ້ວ,ທ່ານພັນຄຳ.ວິພາວັນ ເຈົ້າແຂວງແຂວງຫົວພັນໄດ້ຮັບການສຳພາດຂອງພວກເຮົາ,ໃນເວລາກ່າວເຖິງບົດລາຍງານຂອງທ່ານເວີ່ນເຈ່ຍປາວ,ທ່ານເວົ້າວ່າ,ບົດລາຍງານສະບັບນີ້ແມ່ນບົດລາຍງານທີ່ຖືຄົນເປັນຫຼັກແລະເອົາໃຈໃສ່ນຳຜົນປະໂຫຍດຕິດຕົວຂອງປະຊາຊົນ,ມີຄວາມໝາຍສຳຄັນຕໍ່ການເຮັດໃຫ້ເສດຖະກິດສັງຄົມຂອງຈີນພັດທະນາຢ່າງສືບເນື່ອງແລະໝັ້ນທ່ຽງຕື່ມອີກ.
ທ່ານພັນຄຳເວົ້າວ່າ,ໃນບົດລາຍງານວຽກງານດັ່ງກ່າວ,ນາຍົກລັດຖະມົນຕີຈີນນອກຈາກໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຜົນສຳເລັດທີ່ຈີນໄດ້ຮັບໃນປີ 2005 ແລ້ວ,ຍັງໄດ້ຊີ້ອອກຢ່າງກົງໄປກົງມາກ່ຽວກັບບັນຫາຈຳນວນໜຶ່ງທີ່ເກີດຂຶ້ນໃນການສ້າງສາຂອງຈີນ,ທ່າທີປະຊາທິປະໄຕແລະຕິດແທດຕົວຈິງຂອງລັດຖະບານຈີນເປັນໜ້າຊົມເຊີຍ: (ອັດສຽງຂອງທ່ານພັນຄຳ)
ປີນີ້,ບົດລາຍງານຂອງທ່ານເວີ່ນເຈ່ຍປາວໄດ້ອະທິບາຍ"ຮ່າງແຜນກຳນົດພັດທະນາເສດຖະກິດແລະສັງຄົມແຫ່ງຊາດຈີນ 5 ປີຄັ້ງທີ 11",ໄດ້ສະເໜີແນວຄຶດດຳເນີນງານແລະເປົ້າໝາຍຕົ້ນຕໍຂອງລັດຖະບານຈີນໃນ 5 ປີຂ້າງໜ້າ.ກ່ຽວກັບເລື່ອງນີ້,ທ່ານພັນຄຳເວົ້າວ່າ,ຈີນສະເໜີສ້າງຊົນນະບົດໃໝ່ສັງຄົມນິຍົມ,ຕັດສິນໃຈຫັນຈຸດໜັກການລົງທຶນຈາກການກໍ່ສ້າງພື້ນຖານໂຄງລ່າງໃນເມື່ອກ່ອນໄປສູ່ການສ້າງສາຊົນນະບົດ,ທັງນີ້ໄດ້ສ່ອງແສງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານຈີນທີ່ຈະເຈາະຈົງແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນ: (ອັດສຽງຂອງທ່ານພັນຄຳ) (ຈົບ)
|