ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-09 14:36:17    
ປີ​ນີ້ ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້"ການ​ສ້າງ​ກົດ​ໝາຍ​ຕາມ​ປະຊາ​ມະຕິ"

cri Author: cai
ຕາມ​ຂ່າວCRI:ວັນ​ທີ 9 ມີນາ,ຢູ່​ປັກ​ກິ່ງ,ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ,ປີ​ນີ້,ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​ຊຸກຍູ້​ການ​ສ້າງ​ກົດໝາຍ​ຕາມ​ຫຼັກ​ວິທະຍາສາດ​ແລະ​ມີປະຊາທິປະ​ໄຕ​ຕື່ມ​ອີກ,​ໃນ​ການສ້າງ​ກົດໝາຍ,​ໃຊ້​ທຸກມາດ​ຕະການຟັງ​ຄວາມ​ເຫັນ​ຂອງ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ຢ່າງ​ກວ້າງຂວາງ.

ວັນ​ທີ 9 ມີນາ,ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ໄຂຂຶ້ນ​ຢູ່​ປັກ​ກິ່ງ​ໄດ້​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ຂອງຄະນະ​ປະຈຳ​ທີ່​ລາຍງານກ່າວທີ 9 ມີນາ,ຍ​ຕາມ​ຫຼັກ​ນີ້​​ໂປ່ງ​ໃສ​ກວ່າ​ເກົ່າລໂດຍ​ທ່ານ​ອູ​ປາງ​ໂກ.

ທ່ານ​ອູ​ປາງ​ໂກ​ເວົ້າ​ວ່າ,ປີ​ນີ້,ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ມີ​​ແຜນ​ຈະ​ພິຈາ​ລະນາ 25 ​​ໂຄງ​ການ​ນິຕິບັນຍັດ,ໃນ​ນັ້ນ​ລວມທັງ​ການສ້າງ"ກົດໝາຍ​ວ່າ​ດ້ວຍ​ສິດເຄື່ອງຂອງ""ກົດໝາຍ​ວ່າ​ດ້ວຍ​ການ​ຕິດຕາມ​ກວດກາ""ກົດໝາຍ​ວ່າ​ດ້ວຍ​ການ​ຮັບ​ມື​ເຫດການ​ສຸກ​ເສີນ",​ແລະ​ດັດ​ແກ້"ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາພາກ​ບັງຄັບ"​ເປັນ​ຕົ້ນ.ທ່ານ​ກ່າວ​ເນັ້ນ​ວ່າ,ຈະ​ເລືອກ​ເອົາ​ຮ່າງ​ກົດໝາຍ​ສຳຄັນ​ຫຼື​ບັນຫາ​ສຳຄັນທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດຕິດຕົວຂອງ​ມວນ​ຊົນ,​ໃຊ້​ຮູບ​ການ​ເປີດເຜີຍ​ແຕ່ຕົ້ນ​ຮອດ​ປາຍ ຈັດ​ງານ​ຟັງຄຳ​ໃຫ້ການຫຼື​ງານ​ຊັນນະ​ສູດເປັນ​ຕົ້ນ,ຟັງ​ຄວາມ​ເຫັນ​ຂອງ​ວົງ​ການ​ຕ່າງໆ​ໂດຍ​ສະ​ເພາະ​ແມ່ນ​ຂອງ​ສາມັນ​ຊົນໃນ​ຂັ້ນຮາກ​ຖານ,​ເພື່ອ​ຮັກສາ​ຜົນ​ປະ​ໂຫຍດກົກ​ຮາກ​ຂອງ​ມວນ​ຊົນອັນ​ໄພ​ສານ​ກວ່າ​ໝູ່​ໃຫ້​ດີກ​ວ່າ​ເກົ່າ.