ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-09 14:55:00    
ອົງ​ການ​ຮາ​ມາສ໌​ປະ​ຕິ​ເສດ​ການ​ຮັບ​ເຫັນ​ດີ​ນຳ​ແຜນ​ສັນ​ຕິ​ພາບ

cri
ຕາມ​ຂ່າວ​cri:ວັນ​ທີ8​ມີນາ,​ທ່ານບາ​ດາ​ວີວ ​ໂຄສົກ​ຜູ່​ຢູ່​ສະພານິ​ຕິບັນ​ຍັດ​ຂອງ​ອົງການ​ຮາ​ມາສ໌​ໄດ້​ປະຕິ​ເສດ​ວ່າ​ອົງ​ການ​ຮາ​ມາສ໌​ຮັບ​ເຫັນ​ດີ​ນຳ​ແຜນ​ສັນຕິ​ພາບ​ຕາ​ເວັນ​ອອກ​ກາງ.​ທ່ານ​ເວົ້າ​ວ່າ,ອົງ​ການ​ຮາ​ມາສ໌​ຈະ​ຮັບ​ຮອງ​ປະ​ເທດ​ທີ່​ຍຶດຄອງ​ດິນ​ແດນ​ປາ​ເລັສຕິນ​ນັ້ນບໍ່​ໄດ້,​ທັງ​ບໍ່​ຮັບ​ຮອງ​ສັນ​ຍາ​ທີ່​ຝ່າຍ​ປາ​ເລັສ​ຕິນ​ເຊັນ​ກັບ​ອິສຣາ​ແອນ​ໃນ​ເມື່ອ​ກ່ອນ.

ວັນ​ທີ7​ມີນາ,ຢູ່​ທີ່​ວໍ​ຊິງ​ຕັນ,​ທ່ານ​ລາ​ວຼົຟ ລັດຖະ​ມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ໃຫ້​ສຳ​ພາດຕໍ່​ວົງ​ການ​ໜັງ​ສື​ພິມ​ວ່າ,​ຜູ້​ນຳ​ອົງການ​ຮາ​ມາສ໌​ໄດ້​ສະ​ແດງ​ຕໍ່​ຝ່າຍ​ຣັດ​ເຊຍ​ວ່າ,​ພວກ​ເຂົາ​ເຈົ້າ​ກຽມສະ​ແດງ​ຫຼັກ​ໝັ້ນ​ຢ່າງ​ແຈ່ມ​ແຈ້ງ​ກ່ຽວ​ກັບ ແຜນສັນ​ຕິພາບ​ຕາ​ເວັນ​ອອກ​ກາງ,​ແລະ​ຫວັງ​ຮັບ​ຮອງ​ແຜນ​ການ​ດັ່ງກ່າວ​ນີ້​ຢ່າງບໍ່​ສະ​ຫງວນ​ຈັກ​ເມັດ.

ນອກ​ນີ້​ຂ່າວ​ແຈ້ງວ່າ,​ວັນ​ທີ8​ມີນາ,​ພັກ​ກຳມະ​ກອນ​ອິສຣາ​ແອນ​ປະກາດ​ວ່າ,​ຖ້າພັກ​ດັ່ງ​ກ່າວ​ເອົາ​ຊະ​ນະ​ໃນການ​ເລືອກ​ຕັ້ງລັດ​ຖະສະ​ພາ​ອິສ​ຣາ​ແອນ​ແລະປະ ກອບ​ລັດຖະ​ບານ,​ພັກດັ່ງ​ກ່າວ​ຈະ​ຖອນ​ອອກ​ຈາກ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢີວທີ່​ຜິດ​ກົດ​ໝາຍ​ທັງ​ໝົດ​ຢູ່ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳຈໍ​ແດນ.