ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-09 15:27:05    
ອົງການ​ຊາວ​ຈີນ​ພົ້ນ​ທະ​ເລ​ກ່າວ​ປະນາມ​ການ​ກະທຳ"​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ"ຂອງ​ເສີນ​ສຸຍ​ປຽນ

cri

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ຫຼາຍ​ມື້​ມາ​ນີ້, ອົງການ​ຊາວ​ຈີນ​ພົ້ນ​ທະ​ເລ​ສືບ​ຕໍ່​ຈັດ​ງານ​ສົນທະນາ​ຫຼື​ອອກ​ຖະ​ແຫຼ​ງການ​, ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່ການ​ກະທຳ​"​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ"ຂອງ​ເສີນ​ສຸຍ​ປຽນ​ທີ່ຢຸດຕິ​​ການ​ໝູນ​ເດີນ​ຂອງ"ຄະນະ​ກຳມະການ​ໂຮມ​ຊາດ​ເປັນ​ເອກະ​ພາບ"​ແລະ​ເຊົາ​ປະຕິບັດ"​​ໂຄງການ​ໂຮມ​ຊາດ​ເປັນ​ເອກະ​ພາບ".

​ໃນ​ງານ​ສົນທະນາ​ທີ່​ຈັດ​ໂດຍ​ສະຫະສະມາຄົມ​ນັກ​ທຸລະ​ກິດ​ຈີນ​ຢູ່​ອຽກລັງ​ເໜືອ​ຂອງ​ອັງກິດ, ຜູ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຊີ້​ອອກ​ວ່າ, ການ​ກະທຳ​ຂອງ​ເສີນ​ສຸຍ​ປຽນ​ບໍ່​ຫົວຊານຳ​ອາລົມ​ຈິດ​ແຫ່ງຊາດ​ຂອງ​ຊາວ​ຈີນ​ທັງປວງ, ​ເຈຕະນາ​​ເອົາກົນ​ອຸ​ບາຍ​​ແບ່ງ​ແຍກ​ຂອງ​ພວກ"​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ"ຂືນ​ເຕັ່ງ​ໃສ່ປະຊາຊົນ​ໄຕ້​ຫວັນ23ລ້ານ​ຄົນ, ມັນຈະ​ທຳລາຍ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ປະຊາຊົນ​ໄຕ້​ຫວັນ​ທັງປວງຢ່າງ​ໜັກໜ່ວງ.

ວັນ​ທີ 7 ມີນາ, ອົງການ​ຊາວ​ຈີນ​ສິງກະ​ໂປ​ໄດ້​ຈັດ​ງານ​ສົນທະນາ, ຜູ່​ເຂົ້າ​ຮ່ວມ​ງານ​ສົນທະນາກ່າ​ວວ່າ, ການ​ກະທຳ​ຂອງ​ພວກ​ເສີນ​ສຸຍ​ປຽນ​ບໍ່​​ເປັນ​ຕົວ​ແທນ​ໃຫ້​ແກ່ຄວາມ​ປາຖະ​ໜາ​ຂອງ​ປະຊາຊົນ​ໄຕ້​ຫວັນ, ​ແຕ່​ການ​ກະທຳ​​ທີ່​ລະ​ເມີດ​ຄວາມ​ປາຖະ​ໜາ​ຂອງ​ປະຊາຊົນ​ຈະ​ບໍ່​ມີ​ຜົນ​ດີ​ຢ່າງ​ແນ່ນອນ.