ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-09 18:44:17    
ຊີມອາຫານ​ແຊ​ບຂອງຣັດ​ເຊຍ​ຢູ່​ຮາ​ບິນ​ເມືອງນ້ຳ​ແຂງ(ສຽງ)

cri Author: da

 


ເມືອງຮາບິນ

ເມື່ອ 100 ກວ່າ​ປີ​ກ່ອນ,​​ເນື່ອງ​ຈາກ​ສະຖານະ​ການ​ພາຍ​ໃນ​ປະ​ເທດ​ແລະ​​ໃນໂລກ,ຄົນຣັດ​ເຊຍ​ນັບ​ເປັນ​ໝື່ນ​ຄົນ​ໄດ້​ຜ່ານ​​ແຜ່ນດິນ​ໃຫຍ່​ເອີ​ລົບ​ອາຊີ,ຈາກ​​ແຄມແມ່ນ້ຳ​ໂວ​ນກາມາ​ຮອດ​ແຄມ​ແມ່ນ້ຳຊົ່ງຮ່ວາ,​ຍົກຍ້າຍ​ມາ​ຢູ່​ຮາ​ບິນ ​ເມືອງ​ພາກ​ເໜືອ​ຂອງ​ຈີນ.​ໃນ​ຊູ່​ມື້​ນີ້,​ຢູ່ໃນ​ເມືອງ​ທີ່​ມີ​ຊື່​ລື​ນາມ​ຍ້ອນ​ຫິມມະ​ຕົກ​​ເລື້ອຍໆ​ດັ່ງກ່າວ,ນອກຈາກ​ມີສິ່ງ​ກໍ່ສ້າງ​ແບບ​ຣັດ​ເຊຍ​ແລ້ວ,ຍັງ​ມີຮ້ານ​ອາຫານຣັດ​ເຊຍ​ຫຼາກຫຼາຍໆ​​ໄດ້​ບອກ​ໃຫ້​ຜູ້​ທ່ຽວ​ຮູ້​ວ່າ,​ເມືອງ​ນີ້​ເປັນ​ເມືອງ​ທີ່​ມີ​ເອກະລັກ​ພິ​ເສດ​ແນວ​ໃດ.


ຖະ​ໜົນຈົ່ງ​ຢ່າງ

ຖະ​ໜົນຈົ່ງ​ຢ່າງ ​ທີ່ຢູ່​ເຂດກາງ​ເມືອງຮາ​ບິນ,​ແມ່ນ​ຖະໜົນ​ການ​ຄ້າ​​ໃຫຍ່​ກວ່າ​ເພິ່ນແບບ​​ໃຫ້ຄົນຍ່າງ​ເລາະ​ຢູ່​ກາງ​ເມືອງ​ຮາ​ບິນ,​ແມ່ນ​ຄົນຣັດ​ເຊຍ​ສ້າງ​ຂຶ້ນ​​ເມື່ອ​ຊຸມ​ປີທີ 20 ສະຕະວັດ​ທີ່​ແລ້ວ.​ໃນ​ນັ້ນ,ຮ້ານ​ອາຫານຮວາ​ເມີຍ​ແມ່ນ​ຮ້ານ​ອາຫານຣັດ​ເຊຍ​ທີ່​ເກົ່າ​ແກ່​ກວ່າ​ໝູ່​ໃນເມືອງ​ຮາ​ບິນ,​​ໄທ​ເມືອງ​ຮາ​ບິນເກືອບທຸກ​ຄົນມັກມາ​ກິນ​ເຂົ້າຢູ່​ຮ້ານ​​ນີ້.

​ເມື່ອຍ່າງ​ເຂົ້າຮ້ານ​ອາຫານຮວາ​ເມີຍ,ຈະ​ມີຜູ້​ເຖົ້າຜົມ​ຫງອກຜູ້​ໜຶ່ງ​ທີ່​ໃສ່​ເນີສີດຳພາ​ບໍລິ​ກອນ​ຕ້ອນຮັບ​ແຂກ.ລຸງຊື່ວ່າ"ວັງ​ເວີນ​ຫຼີ",ອາຍຸ 75 ປີ,​ເພິ່ນໄດ້ເຮັດວຽກຢູ່ຮ້ານນີ້ 40 ກວ່າປີແລ້ວ.ຟັງລຸງເລົ່າເລື່ອງເກົ່າກ່ຽວກັບຮ້ານນີ້ໃຫ້ແຂກຝັງ​ເປັນ​ເລື່ອງ​ທີ່​ໜ້າ​ຟັງ​ທີ່​ສຸດ:

"​​ຮ້ານ​ອາຫານຮວາ​ເມີຍແມ່ນຮ້ານອາຫານຣັດ​ເຊຍ​ຮ້ານທຳ​ອິດ​ທີ່​ມາຕັ້ງຢູ່​ຈີນ​,ຕັ້ງ​ຂຶ້ນ​​ເມື່ອ​ປີ 1925 ,​ເຈົ້າຂອງ​ຮ້ານໃນ​ຄາວ​ນັ້ນ​ແມ່ນ​ຊາວ​ຢິວຣັດ​ເຊຍ."

ລຸງ​ວັງ​ເວົ້າວ່າ,ຕໍ່​ມາ ​ໄດ້​ປ່ຽນ​ເຈົ້າຂອງ​ຮ້ານ​ຫຼາຍ​ເທື່ອ,​ເຄີຍ​ມີໄທຣັດ​ເຊຍ ​ໄທ​ເຢຍລະ​ມັນ ​ໄທ​ໂປ​ໂລ​ຍ ​ໄທ​ເຊັກ​ແລະ​ໄທ​ຈີນ​.​ໃນ​ຖານ​ເປັນ​ຮ້ານ​ອາຫານຣັດ​ເຊຍ​ແບບ​ເກົ່າ​ແກ່,ຈົນຮອດ​ປະຈຸ​ບັນ ຮ້ານຮວາ​ເມີຍກໍຍັງ​ຮັກສາ​ຮີດຄອງ​ດັ້ງ​ເດີມ​ຫຼາຍ​ຢ່າງ​ໄວ້​ຜູ່.ລຸງ​ວັງ​ເວີນ​ຫຼີ​ເວົ້າວ່າ:

"ຮ້ານ​ຄ້າ​ໃຫຍ່ ຮ້ານ​ອາຫານ​ໃຫຍ່ຂອງຣັດ​ເຊຍ,ຮ້ານ​ໃດ​ກໍ​ມີ​ຜູ້​ເຖົ້າ​ຮັບ​ຕ້ອນ​​ແຂກຢູ່​ບ່ອນ​ເຂົ້າປະຕູ​ຮ້ານ,​ເຮັດ​ໃຫ້​ຄົນຮູ້​ສຶກສະໜິດສະໜົມ.ມີ​ແຂກຫຼາຍ​ຄົນ​ເວົ້າວ່າ,​ເມື່ອ​ເຫັນ​ຜູ້​ເຖົ້າຕ້ອນຮັບ​ແຂກ​ຢູ່​ນີ້,ກໍ​ຮູ້ສຶກ​ຄື​ວ່າຢູ່​​ເຮືອນໝູ່,ລົມ​ກັນ​ໄດ້ຕາມ​ສະບາຍ."

ກໍ​ເໝືອນ​ກັບ​ຮ້ານອາຫານຣັດ​ເຊຍ​ອື່ນໆ,ຢູ່​ໃນຮ້ານ​ຮວາ​ເມີຍ​ກໍ​ມີ​ໂຄມ​ໄຟ​ແຂວນ​ເທິງ​ເພດານ​ແບບ​ບູຮານ​ ພ້ອມ​ກັບ​ເຄື່ອງ​ເອ້​ຝາ​​ເຮືອນ​ສົມທົບ​ກັນ​ຢ່າງ​ສວຍ​ງາມ.​​ໜ້າໂຕະປູຜ້າ​ສີຂາວ,​ແຂກ​ຜູ້​ນັ່ງ​ກິນ​ອາຫານ​ກໍ​ລົມ​ກັນ​ອຸ່ມໆ.ຖ້າ​ໃນ​ຂະນະ​ນີ້,ຢູ່​ນອກ​ປ່ອງຢ້ຽມ​ມີ​ຫິມມະ​ຕົກຍ່າວໆ,ກໍ​ຈະ​ງາມ​ປານຮູບ​ແຕ້ມສີນ້ຳມັນ​ແບບຣັດ​ເຊຍ​ເອົາ​ໂລດ.

ອາຫານ​ຂອງຮ້ານ​ຮວາ​ເມີຍກໍບໍ່​ແມ່ນ​ແຕ່ງ​ແບບ​ລົດ​ຊາດ​ດັ້ງ​ເດີມ​ອ້ອຍຕ້ອຍ​ຂອງຣັດ​ເຊຍດອກ,ຫາກ​ແມ່ນ​ໄດ້ດັດ​ແປງ​ຕາມລົດ​ຊາດ​ທີ່​ຄົນ​ຈີນ​ມັກ ຄື​ຈາງ​ແດ່​ຈັກ​ໜ່ອຍ.ຍັງ​ມີ​ອາຫານຣັດ​ເຊຍບາງ​ຢ່າງ​ແມ່ນ​ເຮັດ​ແບບ​ຈີນ​ອ້ອຍຕ້ອຍ,ຄື"ປິ້ງປີງທະ​ເລ​ໃສ່​ນົມ​ຂຸ້ນ",ຢູ່​ໃນ​ອາຫານຣັດ​ເຊຍແມ່ນ​ບໍ່​ມີ​.​ແຕ່​ພໍ່ຄົວ​​ໄດ້​ໃຊ້​ນົມ​ຂຸ້ນແບບ​ດັ້ງ​ເດີມ​ຂອງຣັດ​ເຊຍ​ມາ​ປິ້ງໃສ່ປີງທະ​ເລຂອງ​ຈີນ,ມີ​ລົດ​ຊາດ​​ແຊບ​ພິ​ເສດ,​ໄດ້​ຮັບ​ຄວາມ​ນິຍົມ​ຈາກແຂກ​ຜູ້​ມາ​ກິນ​ອາຫານ​ມັກຫຼາຍ.ນອກ​ນີ້,​ຖ້າ​ໄປ​ຮ້ານ​ອາຫານ​ຮວາ​ເມີຍ​ຕ້ອງ​ຊີມ​ອາຫານ​ທີ່​ມີ​ຊື່​ສຽງ​ປະຈຳ​ຮ້ານ​ສອງ​ເຍື່ອງ,ຄື"​ແກ​ງຜັກ​ແດງ​ແລະ​ກຸ້ງ​ອົບ​ໝໍ້​ດິນ".​ແຂກ​​ຍີ່ປຸ່ນ​​ຜູ້​ໜຶ່ງ​ທີ່ມາ​ກິນ​ຢູ່​ຮ້ານ​ຮວາ​ເມີຍ​ເທື່ອ​ທຳ​ອິດເວົ້າວ່າ:

"ອາຫານຣັດ​ເຊຍ​ຂອງ​ຮ້ານ​ນີ້​ແຊບ​ຫຼາຍ,ຂ້າພະ​ເຈົ້າມັກ​ແກງ​ແລະ​ຍຳສະຫຼັດຂອງ​ຮ້ານ​ນີ້,ກຸ້ງ​ອົບ​ກໍ​ແຊບ​ຫຼາຍ​.ຮ້ານ​ກໍ​ງາມ,ສະບາຍຫຼາຍ,ມີ​ລັກສະນະ​ແບບ​ຕົ້ນສະຕະວັດ​ທີ 20.ຂ້າພະ​ເຈົ້າ​ເຫັນ​ວ່າ,ມີ​ເອກະລັກ​​ຂອງຣັດ​ເຊຍ​ທີ່​ສຸດ."

ຍ່າງ​ອອກ​ຈາກ​ຮ້ານ​ຮວາ​ເມີຍ,​ເດີນ​ຕາມ​ຖະໜົນ​ຈົ່ງ​ຢ່າງ​ໄປ​ທາງທິດ​ເໜືອ,ທ່ານ​ກໍຈະ​ເຫັນ​ຕຶກ​ສອງ​ຊັ້ນສີ​ເຫຼືອງຫຼັງ​ໜຶ່ງຢູ່​​ແຈ​ທິດຕາ​ເວັນ​ອອກຂອງ​ຫົນທາງ.ຊັ້ນທີ​ສອງຂອງ​ຕຶກ​ນີ້​ແມ່ນ​ຫ້ອງສະໝຸດ,ຊັ້ນລຸ່ມ​ແມ່ນ​ຮ້ານ​ອາຫານຣັດ​ເຊຍ​ທີ່​ມີ​ເຄືອຕົ້ນໝາກ​ອະ​ງຸ່ນກ້ຽວ​ວຽນ,ຊື່ວ່າ"ຣູ​ເຊຍ1914".

​ເມື່ອ​ທຽບ​ກັບ​ຮ້ານຮວາ​ເມີຍທີ່​ຫຼູຫຼາ​ແລ້ວ​,ຮ້ານຣູ​ເຊຍຄື​ຈັ່ງ​ວ່າ​ເປັນ​ຫ້ອງ​ຮັບ​ແຂກ​ຂອງ​ຄອບຄົວຄົນຣັດ​ເຊຍທຳ​ມະ​ດາ.​ໃນຮ້ານ​​ມີພຽງ​ແຕ່ 7-8 ​ໂຕະ,ຢູ່​ເທິງ​ຝາ​​ມີ​ຮູບ​​ແຕ້ມ​ນ້ຳມັນ​ສີ​ຜູ້ຍິງຣັດ​ເຊຍ.ຢູ່​​ສອງ​ເບື້ອງ​ຂອງ​ຮູບ​ແຕ້ມ​​ແຜ່ນ​ນີ້​ໄດ້​ແຂວນຮູບ​ຄອບຄົວ​ຂອງ​ຊາ​ວຣັດ​ເຊຍຫຼາຍ​ແຜ່ນ.​ເຈົ້າຂອງຮ້ານ​​ແມ່ນຜູ້​ຊາຍ​ຊື່ວ່າ ຫູ​ຫົງ,​ແມ່ນຊ່າງ​ກໍ່ສ້າງທີ່​ອາ​ໄສຢູ່​ຍີ່ປຸ່ນ​,ອາຍຸ 50 ປີ​ກວ່າ​ແລ້ວ,​ແມ່ນ​ລູກ​ຊອດ​ຈີນຣັດ​ເຊຍ.ທ່ານ​ແນະນຳ​ວ່າ,ຜູ້​ຍິງຣັດ​ເຊຍ​​ໃນ​ຮູບ​ແຕ້ມ​ເທິງ​ຝາ​ເຮືອນ​ແມ່ນ​ຍ່າ​ຂອງ​ແມ່​ເພິ່ນ,ສ່ວນ​ຮູບ​ຖ່າຍ​ແລະ​ເຄື່ອງ​​ເອ້ໃນ​ຮ້ານ​,ສ່ວນ​ຫຼາຍ​ແມ່ນມູນມັງ​ຂອງ​ຜູ້ຍິງຣັດ​ເຊຍ​ຜູ້​ໜຶ່ງທີ່​ໄດ້​ດຳລົງ​ຊີວິດ​ຢູ່​ເມືອງ​ຮາ​ບິນ 90 ກວ່າ​ປີ​ແລ້ວ.

ທ່ານ​ຫູ​ຫົງ​ເວົ້າວ່າ,ທ່ານຕັ້ງຮ້ານ​ອາຫານຮ້ານ​ນີ້,​ແມ່ນ​ຢາກ​ເຮັດ​ເປັນ​ຫໍ​ລະ​ລຶກຂອງຄອບຄົວ,​ເພື່ອ​ລະ​ລຶກຊາວຣັດ​ເຊຍ 2 ​ແສນ​ກວ່າ​ຄົນ​ທີ່​​ເຄີຍ​ຕັ້ງພູມລຳ​ເນົາ​ແລະ​ດຳລົງ​ຊີວິດຢູ່​ເມືອງ​ຮາ​ບິນ.ທ່ານ​ເວົ້າວ່າ:

"ຂ້າພະ​ເຈົ້າມັກ​ສິ່ງ​ກໍ່ສ້າງ​ເກົ່​າ​ໆ​ເຫຼົ່າ​ນີ້,ດັ່ງນັ້ນ,ຂ້າພະ​ເຈົ້າຈຶ່ງສ້ອມ​ແປງຕົບ​ແຕ່ງເປັນ​ຮ້ານອາຫານ.​ເພື່ອ​ໃຫ້​ຄົນ​ທັງຫຼາຍທີ່​ມາກິນ​ເຂົ້າຢູ່​ຮ້ານ​ນີ້​ຮູ້​ວ່າ,ໄທຣັດ​ເຊຍ​ໃນ​ເມື່ອ​ກ່ອນ​ແມ່ນ​ດຳລົງ​ຊີວິດ​ຢູ່​ຈີນ​ແນວ​ໃດ."

​ເມື່ອ​ທຽບ​ກັບ​ຮ້ານ​ອາຫານ​ຮວາ​ເມີຍ​ແລ້ວ,ອາຫານ​ຂອງ​ຮ້ານຣູ​ເຊຍຄື​ອາຫານຣັດ​ເຊຍຫຼາຍ​ກວ່າ.ຕາມ​ເວົ້າກັນ​ວ່າ,ອາຫານຂອງ​ຮ້ານ​ນີ້​,ແມ່ນ​ສີມື​ຂອງ​ຄົນ​ໃຊ້​ທີ່​ເປັນຄົນຣັດ​ເຊຍ​ຂອງ​ຄອບຄົວ​ຫູ,ມີ​ລົດ​ຊາດ​ແບບຄອບຄົວຊາວດ​ເຊຍ​ແທ້ໆ.​ມີ​ໝົກຊະນິດ​ໜຶ່ງ​ແຊບ​ຫຼາຍ,​ມີ​ໄສ້ເຮັດ​ດ້ວຍຊີ້ນ​ງົວ​ແລະ​ຊີ້ນ​ໝູ,ຟັກ​ໃສ່​ຜັກບົ່ວ​ໃຫຍ່​ ກາ​ຫຼົດ​​ແລະ​ເຂົ້າຈ້າວ,​ເອົາ​ໃບ​ຜັກ​ຫໍ່​ແລ້ວ​ຕົ້ມ​ໃນ​ນ້ຳ​ກະ​ດູກ​ງົວ​ໃຫ້​ສຸກ,​ໃນ​ເວລາ​ກິນ​ຍັງ​ຕ້ອງ​​ໃສ່​ເຄື່ອງປຸງ​ຫຼາຍ​ຢ່າງ.​ແຂກ​ທີ່​ເຄີຍ​ກິນ​​ໃຜ​ກໍຍ້ອງ​ວ່າ ຫອມ​ຫຼາຍ​ແຊບ​ຫຼາຍ.​


ທີ່​ຈິງ​ແລ້ວ,​ພຽງ​ແຕ່​ຈັ່ງກິນ​ກາ​ເຟ ຕາກ​​ແດດ​ຢູ່​ຮ້ານ​ອາຫານຣູ​ເຊຍ,​​ເປີດ​ອ່ານ​ປຶ້ມ​ບັນທຶກ​ທີ່​ເຈົ້າຂອງ​ຮ້ານ​ຂຽນ​ໄວ້,ກໍ່​ສາມາດ​ຂ້າ​ເວລາ​ຢ່າງ​ສະບາຍ​ສະບາຍໝົດ​ຕອນ​ສວຍ.​ໃນ​ປຶ້ມ​ບັນທຶກ​ໜັງສື​ນ້ອຍ​ຂອງ​ຮ້ານຣູ​ເຊຍ,ມີ​ແຂກ​ຂຽນ​ໄວ້​ວ່າ:"​ໃນ​​ເຮືອນ​ປີ 1914,​ເທິງ​ປະຕູ​ຫ້ອຍ​ໝາກກະ​ດິ່ງ​ໃສ່,ຫຼັງຄາ​ສູງໆ,ປ່ອງຢ້ຽມ​​ໃຫຍ່ໆ,ນາງ​ສາວ​ຮັບ​ແຂກ​ໃສ່​ຜ້າ​ກັນ​ເປື້ອນ,ຄື​ກັບ​ໄດ້​ໄປ​ຫຼິ້ນ​ເຮືອນ​ໝູ່,​ແລະ​ຄື​ກັບ​ນິທານ​ເດັກ."​