ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-09 18:45:26    
ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ປະ​ສົມ​ຈີນ​ອາ​ຊຽນ​ຄັ້ງ​ທີ​7​ຈະ​ຈັດ​ຂຶ້ນ​ຢູ່​ເຂດ​ກວາງ​ຊີ​ຂອງ​ຈີນ

cri
ຕາມ​ຂ່າວສານ​ຊີນຮວາ,​ແຕ່​ວັນ​ທີ15ຮອດ​ວັນ​ທີ16ມີ​ນາ,​ກອງ​ປະຊຸມ​ຄະນະ​ກຳມະ​ການ​ຮ່ວມ​ມື​ປະ​ສົມ​ຈີນ​ອາຊຽນ​ຄັ້ງ​ທີ7ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນີງ​ເຂດ​ກວາງ​ຊີ​ຊົນ​ເຜົ່າ​ຈ້ວງ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ.​ທ່ານ​ຊຸ່ຍ​ທ່ຽນ​ໄຂ ຜູ່​ຊ່ວຍ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຈີນ​ຈະ​ນຳພາ​ຄະນະ​ຜູ່​ແທນ​ຝ່າຍ​ຈີນ​ໄປ​ເຂົ້າ​ຮ່ວມ,​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ກະ​ຊວງ​ການ​ຕ່າງປະ​ເທດ​ຂອງ10ປະ​ເທດ​ອາ​ຊຽນ,​ຫົວ​ໜ້າ​ກົມ​ແລະ​ພະ​ແນກ ທີ່​ຮັບ​ຜິດ​ຊອບ​ແລະ​ເຈົ້າ​ໜ້າ​ທີ່​ກອງ​ເລຂາ​ອາ​ຊຽນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ຄະນະ​ກຳມະ​ການ​ຮ່ວມ​ມື​ປະສົມ​ຈີນ​ອາຊຽນ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ1997,​ແມ່ນ​ກົນ​ໄກປະ​ສານ​ງານ​ທີ່​ສຳຄັນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ອາຊຽນ.​ປີ​ນີ້​ແມ່ນ​ຈີນ​ກັບ​ອາ​ຊຽນ​ສ້າງ​ການ​ພົວພັນ​ສົນ​ທະນາ​ກັນ​ຄົບຮອບ​15ປີ​ແລະ​ປີ​ຮ່ວມ​ມື​ໄມຕີ​ຈິດ​ລະ ຫວ່າງ​ຈີນ​ອາຊຽນ.​ກອງ​ປະຊຸມ​ຄັ້ງ​ນີ້​ຈະ​​ເຈາະ​ຈົງ​ຫາ​ລື​ວຽກ​ງານ​ເຊື່ອມ​ຕໍ່​ຂອງ​ກ​ອງ ປະຊຸມ​ຜູ່​ນຳ​ຈີນ​ອາຊຽນປີ2005​ແລະ​ການ​ເຄື່ອນ​ໄຫວລະ​ລຶກວັນຄົບຮອບ15​ປີ,ຄົ້ນຄວ້າ​ຫາລື​ກາ​ນຊຸກຍູ້​ການ​ຮ່ວມ​ມື​​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດຕ່າງໆ​ລະ ຫວ່າງ​ສອງ​ຝ່າຍ.