ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-09 19:07:13    
ທິມ​ບານ​ເຕະ​ຈີນ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ແຂ່ງ​ຂັນ​ປະ​ສົມ​ຊີງ​ຊຽມ​ປຽນ​ບານ​ເຕະ​ອາ​ຊີ​ຮອບ​ທຳ​ອິດ

cri
ຕາມ​ຂ່າວສານ​ຊີນຮວາ,​ໃນ​ການ​ແຂ່ງຂັນ​ນັດທຳ​ອິດ​ຮອບ​ທຳ​ອິດ​ຂອງ​ການ​ແຂ່ງ​ຂັນ​ຮອບ​ຕົ້ນ​ຂອງ​ການ​ແຂ່ງ​ຂັນ​ປະສົມ​ຊີງ​ຊຽມປຽນ​ບານ​ເຕະ​ອາຊີ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ8​ມີນາ,​ທິມ​ບານ​ເຕະ​ຈີນ​ສອງ​ທິມຄື ທິມ​ຕ້າ​ລຽນຊື​ເຕີ​ແລະ​ທິມຊຽງ​ໄຮ້​ເຊີ່ນ​ຮວ່າ​ລ້ວນ​ແຕ່​ໄດ້​ຮັບ​ໄຊ​ຊະນະ.

ທິມຕ້າ​ລຽນ​ຊື​ເຕີ​ທີ່​ເປັນ​ທິມ​ແຂກ​ໄດ້​ເອົາ​ຊະນະ​ທິມດາ​ນາງ​ຂອງ​ຫວຽດ​ນາມ​ດ້ວຍ​ຄະ​ແນນ​2:0,ທິມດາ​ນາງ​ແມ່ນ​ທິມ​ເຂັ້ມ​ແຂງ​ໃນ​ວົງ​ການ​ບານ​ເຕະ​ຂອງ​ຫວຽດ​ນາມ,​ປີ​ກາຍ​ນີ້​ທິມ​ດັ່ງ​ກ່າວ​ໄດ້​ເປັນ​ທີ​ສອງ​ໃນ​ການ​ແຂ່ງ​ຂັນ​ປະສົມ​ບານ​ເຕະ​ຫວຽດ​ນາມ.

ທິມຊຽງ​ໄຮ້​ເຊີ່ນ​ຮວ່າ​ທີ່​ເປັນ​ທິມ​ເຈົ້າ​ພາບ​ໄດ້​ເອົາ​ຊະນະ​ທິມ​ດົງ​ທາມ​ຫວຽດ ນາມ​ດ້ວຍ​ຄະ​ແນນ3:1.ການ​ຍິງ​ເຂົ້າ​ປະຕູ​ຂອງ​ທິມດົງ​ທາມ​ແມ່ນ​ລູກ​ໂທດ.

ການ​ແຂ່ງຂັນ​ປະສົມ​ຊີງ​ຊຽມປຽນ​ບານ​ເຕະ​ອາຊີ​ແມ່ນ​ການ​ຊັ່ງຊາ​ກຳລັງ​ລະດັບ​ສູງ​ສຸດໃນ​ການ​ແຂ່ງຂັນ​ຂອງ​ສະ​ໂມ​ສອນ​ບານ​ເຕະ​ອາຊີ,​ລວມມີ​32ທິມ​ໄດ້​ເຂົ້າ​ຮ່ວມ,​ແບ່ງ​ເປັນ​ໄລຍະ​ການ​ແຂ່ງ​ຂັນ​ໃນ​ສາຍ​ແລະ​ໄລຍະ​ການ​ແຂ່ງ​ຂັນ​ຄັດ​ເລືອກ.