ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-09 20:41:35    
ຝ່າຍ​ຈີນ​ເຫັນ​ວ່າ​ຍັງ​ມີ​ຊ່ອງ​ຫວ່າງ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໂດຍ​ຜ່ານ​ຈາກ​ການ​ເຈ​ລະ​ຈາ

cri
ຕາມ​ຂ່າວ​CRI,​ວັນ​ທີ9ມີ​ນາ,​ທ່ານ​ຊີນ​ກ່າງ ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຝ່າຍ​ຈີນ​ເຫັນ​ວ່າ,​ໃນ​ສະຖາ​ນະ​ການ​ໃນ​ສະ​ເພາະ​ໜ້າ​ນີ້,​ຍັງ​ມີ​ຊ່ອງ​ຫວ່າງ​ແກ້​ໄຂ​ບັນຫາ​ນິວເຄຼຍ​ອີຣານ​ໂດຍ​ຜ່ານ​ຈາກ​ການ​ເຈລະ​ຈາ.​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຄວນ​ເລັ່ງ​ລັດ​ທຳ​ຄວາມ​ພະຍາ​ຍາມ​ທາງ​ການ​ທູດ,​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະນະ​ສ້າງ​ສັນ​ເພື່ອ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ອີຣານ​ຢ່າງ​ເໝາະ​ສົມ.

ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ທ່ານ​ຊີນ​ກ່າງ​ເວົ້າ​ວ່າ,​ຝ່າຍ​ຈີນ​ຫວັງ​ໃຫ້​ອີ​ຣານ​ສາມາດ​ຮ່ວມ​ມື​ກັບ​ອົງການ​ພະລັງ​ງານ​ປະລະມານູ​ສາກົນ​ຢ່າງ​ເຕັມ​ສ່ວນ,​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີ​ຣານ​ໂດຍ​ຜ່ານ​ຈາກ​ການ​ເຈລະ​ຈາ.​ພ້ອມ​ກັນ​ນັ້ນ,ຝ່າຍ​ຈີນ​ກໍ່​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ສາມາດ​ຮັກສາ​ຄວາມ​ໃຈ​ເຢັນ ຄວາມ​ອົດ​ກັ້ນ​ແລະ​ຄວາມ​ອົດທົນ,​ສືບ​ຕໍ່​ອອກ​ແຮງ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໂດຍ​ຜ່ານ​ຈາກ​ການ​ເຈ​ລະ​ຈາ.​ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ທຳ​ຄວາມ​ພະຍາຍາມ​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ອີຣານ​ໂດຍ​ສັນຕິ.