|
 |
(GMT+08:00)
2006-03-09 20:51:13
|
ຢູ່ມໍ່ບ້ານພັກປະທານສະພາອົງຄະມົນຕີຂອງໄທເກີດເຫດການລະເບີດ
cri
ຕາມຂ່າວສານຊີນຮວາ,ຕອນບ່າຍປະມານສອງໂມງວັນທີ9ມີນາເວລາທ້ອງຖິ່ນ,ລູກລະເບີດຂະໜາດນ້ອຍລູກໜຶ່ງທີ່ຖືກເຊື່ອມໄວ້ຢູ່ສາລາຕຳຫຼວດຢູ່ໜ້າບ້ານພັກທີ່ບັງກອກຂອງທ່ານເປມ ຕິນສຸລານົນ ປະທານສະພາອົງຄະມົນຕີ ອະດີດນາຍົກລັດຖະມົນຕີໄທໄດ້ລະເບີດຂຶ້ນ.ເສດແກ້ວຍ້ອນການລະເບີດເຮັດໃຫ້ຊາວອັງກິດຜູ່ໜຶ່ງແລະຊາວການາດາຜູ່ໜຶ່ງທີ່ພວມຍ່າງຜ່ານຖືກບາດເຈັບ.ໃນເວລານັ້ນ,ໃນສາລາຕຳຫຼວດບໍ່ມີຄົນເວນຍາມ.ຕາມຂ່າວແຈ້ງວ່າ,ໃນເວລາເກີດການລະເບີດ,ທ່ານເປມ ຕິນສຸລານົນພວມຢູ່ໃນບ້ານພັກ.
ປັດຈຸບັນ,ຍັງບໍ່ທັນມີຄົນປະກາດຮັບຜິດຊອບຕໍ່ເຫດການລະເບີດດັ່ງກ່າວ. ຝ່າຍຕຳຫຼວດໄດ້ເລີ່ມສຳຫຼວດເຫດການດັ່ງກ່າວແລ້ວ.
|
|
|