ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-09 21:04:23    
ບົດ​ບັນທຶກ​ປະຈຳ​ວັນ​ກ່ຽວ​ກັບ​ກອງ​ປະຊຸມ​ສອງ​ສະພາ​ໃນ​ວັນ​ທີ 9 ມີນາ

cri Author: da
ສອງ​ມື້ກ່ອນ,ຢູ່​ທີ່​ພັກ​ຂອງ​ຄະນະຜູ້​ແທນ​ແຂວງ​ຢຸນນານ,​ເດັກນ້ອຍຝູງໜຶ່ງ​ທີ່​​ນຸ່ງ​ຊຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ,​ໄດ້​ດູດ​ດຶງ​ສາຍຕາຂອງ​ນັກ​ຂ່າວ,ພວກ​ເຂົາ​ເຈົ້າພວມ​ອ້ອມຂ້າງ​ທ່ານ​ໄປ​ເອິ່ນ​ເພີຍ ​ເລຂາ​ຄະນະ​ພັກ​ແຂວງ​ຢຸນນານ,ພາກັນ​ຕັ້ງຄຳ​ຖາມ,​ແລະ​ຈົດ​ໃສ່​ປື້​ມຢ່າງ​ຈິງ​ຈັງ.​ໃນ​ຄໍ​ຂອງ​ເດັກນ້ອຍ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ແຂວນ​ປ້າຍ​ທີ່​ບໍ່​ຄື​ກັນ​ກັບ​ນັກ​ຂ່າວ​ຂອງ​ສື່​ມວນ​ຊົນ,​ໃນຍ່າງ​​ເຂົ້າ​ໃກ້​ເພື່ອ​ເບິ່ງ​ລະອຽດ,ຢູ່​ເທິງ​ໄດ້​ຂຽນ​ວ່າ:ນັກ​ຂ່າວ​ຈີນ​ນ້ອຍ.ບໍ່​ນຶກ​ບໍ່​ຝັນ​ວ່າ,ພວກ​ເຂົາ​ເຈົ້າຍັງ​ແມ່ນ​ໝູ່​ຮ່ວມ​ງານ​​ເຍົາວະ​ຊົນຂອງ​ນັກ​ຂ່າວພວກ​ເຮົາ.

ວາລະສານ"ນັກ​ຂ່າວ​ຈີນ​ນ້ອຍ"​ແມ່ນ​ວາລະສານ​ສັງ​ກັດ​ສະມາຄົມ​ນັກ​ຂ່າວ​ຈີນ.ພວກ​ເຂົາ​ເຈົ້າມີ​ກອງ​ນັກ​ຂ່າວ​ນ້ອຍ​ທີ່​ມາ​​ຕ່ກນັກຮຽນ​ຂອງ​ໂຮງຮຽນ​ປະຖົມ​​ແລະ​ມັດທະຍົມ​ທົ່ວ​ປະ​ເທດຈີນ.​ແຕ່ປີ 2000​ ​ມາ​ນີ້,ນັກ​ຂ່າວ​ຈີນ​ນ້ອຍ​ກໍ​ເລີ່​ມ​ໄປ​ເອົາ​ຂ່າວ​ກອງ​ປະຊຸມ​ສອງ​ສະພາ,ສ່ວນ​ນັກ​ຂ່າວ​ນ້ອຍທີ່​ມາ​ເອົາ​ຂ່າວ​ຢູ່​ປັກ​ກິ່ງ​ເທື່ອ​ນີ້​ແມ່ນ​ເລືອກ​ມາຈາກ​ນັກຮຽນ​ປະຖົມ​ແລະ​ມັດທະຍົມ​ຂອງ​ແຂວງ​ຢຸນນານ​ແລະ​ແຂວງ​ກັ່ນ​ຊູ້,ອາຍຸ​ນ້ອຍ​ສຸດ 9 ປີ,​ໃຫຍ່​ສຸດ​ພຽງ​ແຕ່ 16 ປີ.

​ຜູ້​ແທນ​ຂອງ​ວົງ​ການ​ສຶກສາຂັ້ນຮາກຖານ​ໃນ​ຄະນະຜູ້​ແທນ​ຢຸນນານຄັ້ງນີ້​ບໍ່​ຫຼາຍ,ພວກນັກ​ຂ່າວ​ຈີນ​​ນ້ອຍໄດ້​ຕັ້ງຄຳ​ຖາມ​ກ່ຽວ​ກັບ​ການ​ສຶກສາ​ຫຼາຍ​ບັນຫາ​ໃຫ້​ທ່ານ​ເລຂາ​ຄະນະ​ໄປ​ເອິ່ນ​ເພີຍ.​ຕົວຢ່າງຄື:​ເຮັດ​ແນວ​ໃດ​ຈຶ່ງ​ສາມາດ​ເຮັດ​ໃຫ້​ເດັກນ້ອຍ​ຢູ່​ເຂດ​ພູດ​ອຍທີ່ທຸກ​ຍາກ​ໄດ້​ຮັບ​ການ​ສຶກສາ ​ເປັນ​ຫຍັງ​ພໍ່​ແມ່​ຜູ້​ປົກ​ຄອງ​ຕ້ອງ​ໃຫ້​ເດັກນ້ອຍ​ເຂົ້າຮ່ວມ​ຊຸດ​ບຳລຸງ,ການ​ສຶກສາ​ຂອງ​ຈີນ​ແລະ​ຂອງ​ຕ່າງປະ​ເທດ​ມີ​ຂໍ້​ຕ່າງ​ກັນ​ແນວ​​ໃດ ​ແລະ​ບັນຫາ​ອື່ນໆ.

ນາງ​ຈູ​ສຽວ​ຈວນ ຄູ​ສອນ​ຂອງນັກ​ຂ່າວ​ຈີນ​ນ້ອຍ​ບອກ​ນັກ​ຂ່າວ​ວ່າ,​ເດັກນ້ອຍ​ເຫຼົ່າ​ນີ້​ດີ​​ຫຼາຍ,ທັງ​ຫ້າວຫັນ​ຫຼາຍ​ຢູ່​ບ່ອນ​ພັກ​ຂອງ​ຜູ້​ແທນ​ແລະ​ກຳມະການ​ຂອງ​ກອງ​ປະຊຸມ​ສອງ​ສະພາ.ຄຳ​ຖາມຂອງ​ພວກ​ເຂົາ​ເຈົ້າມີ​ຫຼາຍ​ຢ່າງ​ຫຼາຍ​ແນວ.ຜູ້​ແທນທັງຫຼາຍກໍ​ສົມທົບ​ກັນ​ກັບ​ການ​ສຳພາດ​ຂອງ​ພວກ​ເດັກນ້ອຍ,ມີ​ຄຳ​ຖາມ ​ແນ່ນອນ​ຕ້ອງ​ຕອບ.

ມື້ນັ້ນ,ພວກ​ນັກ​ຂ່າວ​ນ້ອຍ​ໄດ້​ສຳພາດ​ທ່ານ​ໄປ​​ເອິ່ນ​ເພີຍ ​ເລຂາ​ຄະນະ​ພັກ​ແຂວງ​ຢຸນນານ,ທ່ານ​ກ່າວ​ເຟິ່ງ ຮອງ​ເຈົ້າ​ແຂວງ​ຢຸນນານ​ທີ່​ຮັບ​ຜິດ​ຊອບ​ ​ການ​ສຶກສາ,ທ່ານ​ຈ້າວ​ລີ້​ຊູ​ງ ​ເຈົ້າກິ່ນ​ແຂວງ​ຕ້າ​ຫຼີ,ທ່ານ​ຈ່ຽງຜູ​ເຊິ່ງ ​ເລຂາ​ຄະນະ​ພັກ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ,ພ້ອມ​ກັບ​ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ອີກ​ຫຼາຍ​ທ່ານ.ໝາກຜົນ​ທີ່ນັກ​ຂ່າວ​ນ້ອຍ​ໄດ້​ຮັບນັ້ນອາດ​ຈະ​ແມ່ນນັກ​ຂ່າວ​ໃຫຍ່​ພວກ​ຂ້າ​ພະ​ເຈົ້າປຽບທຽບ​ບໍ່ໄດ້.