ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-10 18:27:23    
ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ປະ​ກອບ​ຄວາມ​ຄິດ​ຄວາມ​ເຫັນ​ຕໍ່​​ການ​ແກ້​ໄຂ​ບັນ​ຫາ​ຄ່າ​ປິ່ນ​ປົວ​ແພງ​(ສຽງ)

cri

ຕາມ​ຂ່າວCRI: ​ໃນຫຼາຍປີ​ມໍ່ໆ​ມາ​ນີ້, ບັນຫາ​ຄ່າ​ປິ່ນປົວ​ແພງ​ຂຶ້ນ​ຢູ່​ຈີນ​ໄດ້​ນັບ​ມື້​ນັບ​ພົ້ນ​ເດັ່ນ. ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ດຳ​ເນີນ​ຢູ່​ທີ່​ປັກ​ກິ່ງ​, ບັນດາຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​​ໄດ້​ຫາລື​ກັນ​ຢ່າງ​ກວ້າງຂວາງກ່ຽວ​ກັບການຈະ​ແກ້​ໄຂບັນຫາ​ດັ່ງກ່າວ​ແນວ​ໃດ, ​ແລະ​ວາງ​ຂໍ້​ສະ​ເໜີ​ຈຳນວນ​ໜຶ່ງ. ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ລະອຽດ.

ຜົນການ​ສຳຫຼວດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຢູ່​ຈີນ ​ໃນ​ເວລາ​ໄທບ້ານ​​ໄທເມືອງ​ເຈັບ​ໄຂ້​ເປັນພະຍາດ, ຄົນ​ເຈັບທີ່​ຄວນ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ນັ້ນ ມີເກືອບ​ເຄິ່ງໜຶ່ງບໍ່​​ໄດ້ໄປ​​ປິ່ນປົວ, ມີ 30% ທີ່​ຄວນ​ນອນ​ໂຮງໝໍ​ນັ້ນບໍ່​​ໄດ້ໄປນອນ​ຢູ່​ໂຮງໝໍ, ​ສາ​ເຫດ​ສຳຄັນ​ອັນ​ໜຶ່ງ​ກໍ່​ແມ່ນ​ຍ້ອນ​ຄ່າ​ປິ່ນປົວ​ແພງ​ໂພດ.

ເປັນ​ຫຍັງ​ຄ່າ​ປິ່ນປົວ​ຈຶ່ງ​ແພງ​ປານ​ນັ້ນ? ທ່ານ​ກວນ​ສຽວ​ຫົງ ຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ ສາ​ສະ​ດາ​ຈານ​ມະຫາວິທະຍາ​ໄລ​ແພດ​ສາດໜານ​ກິ່ງ​ເຫັນ​ວ່າ, ສາ​ເຫດ​ອັນ​ທີ​ໜຶ່ງ​ທີ່​ພາ​ໃຫ້​ຄ່າ​ປິ່ນປົວ​ແພງ​​ໂພດ​ແມ່ນ​ລາຄາ​ຢາ​ແພງ​ເກີນ​ໄປ. ສາ​ເຫດ​ອີກ​ອັນ​ໜຶ່ງ​ແມ່ນ​ລັດຖະບານ​ລົງທຶນ​ເຂົ້າ​ໃນ​ພາລະກິດ​ການ​ແພດ​ການ​ປິ່ນປົວ​ບໍ່ພຽງພໍ. ນອກ​ນີ້, ລັດຖະບານຕິດຕາມ​ຄຸ້ມ​ຄອງ​ໂຮງໝໍ​ບໍ່​​ເຄັ່ງ​ຄັດ​ກໍ່​ແມ່ນ​ສາ​ເຫດອັນ​ໜຶ່ງ​ທີ່​ພາ​ໃຫ້​ຄ່າ​ປິ່ນປົວ​ແພງ​ໂພດ.

ສາມາດ​ເວົ້າ​ໄດ້​ວ່າ, ຄ່າ​ປິ່ນປົວ​ແພງ​ແມ່ນ​ບັນຫາກວມ​ໂລກ, ​ເຖິງ​ຈະ​ຢູ່ປະ​ເທດພັດທະນາ ຈຳນວນ​ໜຶ່ງ ຄືປະ​ເທດ​ເອີ​ລົບ​ແລະ​ປະ​ເທດ​ທະວີບອາ​ເມ​ລິ​ກາກໍ່​ພວມອຸກ​ໃຈນຳຄວາມ​ຫາບ​ແບກ​ດ້ານ​ການ​ປະກັນ​ການ​ປິ່ນປົວ​ອັນ​ໃຫຍ່ຫຼວງ, ສ່ວນ​ປະ​ເທດ​ພວມ​ພັດທະນາ​ຄື​ຈີນ​ນີ້ ​ເຮັດ​ແນວ​ໃດ​ຈຶ່ງ​ສາມາດ​ແກ້​ໄຂ​ບັນຫາ​ຄ່າ​ປິ່ນປົວ​ແພງ​ໄດ້? ບັນດາຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ໄດ້​ວາງ​ຂໍ້​ສະ​ເໜີ​ຂອງ​ຕົນ.

ບັນດາ​ຜູ່​ແທນ​ເຫັນ​ວ່າ, ຂໍ​ກະ​ແຈ​ທີ່​​ແກ້​ໄຂ​ບັນຫາ​ຄ່າ​ປົວ​ພະຍາດ​ແພງແມ່ນ​ຫຼຸດ​ລາຄາ​ຢຸກຢາ. ບັນດາ​ຜູ່​ແທນ​ຊີ້​ອອກ່າ, ຢາກ​ຫຼຸດ​ລາຄາ​ຢຸກຢາ​ລົງຢ່າງ​ແທ້​ຈິງ​ກໍຕ້ອງ​ແກ້​ໄຂ​ບັນຫາ​​ໂຄງ​ປະກອບ​ການ​ຈໍລະ​ຈອນ​ຂອງ​ຢຸກຢາໃຫ້​ດີ. ​ໃນ​ດ້ານ​ນີ້, ​ໂຮງ​ໝໍ​ສາມາດ​ເຮັດ​ໃຫ້​ລາຄາ​ຢຸກຢາ​ຫຼຸດ​ລົງ​ດ້ວຍ​ເວ​ທີ​​ເຂົ້າ​ຮ່ວມ​ການປະມູນ​​ໂຮມ​ສູນ​ຊື້​ຢຸກຢາ​. ນອກ​ນັ້ນ, ຍັງ​ຕ້ອງ​ຍົກສູງ​ມາດຖານອະນຸຍາດ​ຢາ​ຊະນິດ​ໃໝ່, ຫ້າມ​ປ່ຽນ​ຊື່​ຢາ​ກໍ​ເປັນ​ຢາ​ໃໝ່​ຊະນິດ​ໜຶ່ງ, ​ແລ້ວ​ຂຶ້ນ​ລາຄາ​ໂລ​ເລ.

ມາດ​ຕະການອີກ​ອັນ​ໜຶ່ງ​ທີ່​ແກ້​ໄຂ​ຄ່າ​ປົວ​ພະຍາດ​ແພງ​​ກໍ່​ຄື​ລັດຖະບານ​ຕ້ອງ​ເພີ່ມ​ການ​ລົງທຶນ​​ເລ່ຍສາທາລະນະ​ສຸກ​ປິ່ນ​ປົວ. ​ແຕ່​​ຍ້ອນ​ວ່າປັດຈຸບັນ​ລາຍ​ຮັບ​ສະ​​ເລ່ຍຕາມຫົວ​ຄົນ​ຂອງ​ຄົນຈີນ​ຍັງ​ຂ້ອນ​ຂ້າງ​ຕ່ຳ, ສະ​ນັ້ນ, ການ​ລົງທຶນ​ຂອງ​ລັດຖະບານ​ໃນ​ໄລຍະ​ສັ້ນ​ມີ​ການ​​ເພີ່ມ​ເຕີມ​ຫຼາຍ​ຍາກ. ​ເພາະສະ​ນັ້ນ, ບັນດາ​ຜູ່​ແທນ​ເຫັນ​ວ່າ, ​​​ໃນ​ໄລຍະ​ປັດຈຸບັນ​ການ​ນຳ​ໃຊ້ທຶນ​ຂອງ​ລັດຖະບານ​ໃຫ້​ດີ​​ແມ່ນສຳຄັນ​ທີ່​ສຸດ, ການ​ລົງທຶນ​ຂອງ​ລັດຖະບານ​ຄວນ​ງ່ຽງ​ໄປ​ສູ່ຮາກ​ຖານ. ທ່ານ​ກວນ​ສ້ຽວ​ຫູງ ຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ສາດສະດາຈານ​ມະ​ຫາ​ວິທະຍາ​ໄລ​ແພດ​ສາດ​ໜານກິ່ງ​ເວົ້າ​ວ່າ:

"​ເຂົ້າ​ພະ​ເຈົ້າ​ເຫັນ​ວ່າ​ລັດຖະບານ​ຄວນ​ເພີ່​ມທະວີ​ການ​ລົງທຶນ​​ໃສ່​ວຽກ​ງານ​ສາທາລະນະ​ສຸກ, ຄວນ​ເອົາ​ຈຸດ​ໜັກ​ໄປ​ຢູ່​ຊົນນະບົດ​ແລະຄຸ້ມ​ເຮືອນ​ຢູ່​ເຊິ່ງ​ເປັນ​ຮາກ​ຖານ."

ທ່ານ​ມຽວຢູ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຜູ້​ຮັດ​ຜິດ​ຊອບ​ຂອງ​ອູ​ຮ້ານ ​ເມືອງ​ພາກ​ກາງຂອງ​ຈີນ​ກໍ່​ເຫັນ​ດີ​ເອົາຈຸດ​ໜັກຂອງ​ການ​ລົງທຶນ​ຂອງ​ລັດຖະບານ​ຮາກ​ຖານ.ທ່ານ​ເຫັນ​ວ່າ​ຄວາມ​ເຈັບ​ປ່ວຍ​ເບົາ​ຄວນ​ໄປ​ໂຮງ​ໝໍ​​ເຂດ​ຄຸ້ມ​ເຮືອນ​ຢູ່,ບໍ່​ຕ້ອງ​ໄປ​ໂຮງໝໍ​ໃຫຍ່​,​ເມື່ອ​ເປັນແນວ​ນີ້​ກໍຫຼີກ​ເວັ້ນ​​ການໃຊ້​ຊັບພະຍາ​ກອນ​ປີ່​ນປົວ​ໄປ​ລ້າໆ,ທັງ​ຫຼຸດຄວາມ​ຫາບ​ແບກ​ຂອງ​ຜູ້​​ເຈັບ​ປ່ວຍ.ປະຈຸ​ບັນ,​ເມືອງ​ອູ​ຮ້ານ​ໄດ້​ຄົ້ນຄວ້າ​ບາງ​ຢ່າງ​ໃນ​ດ້ານ​ນີ້​ແລ້ວ.

"​ໂດຍ​ແນ​ໃສ່​ຝູງ​ຄົນ​ທີ່​ມີລາຍ​ໄດ້​ຕ່ຳ,​ພະຍາດ​ມັກ​ເປັນ​ບາງ​ຊະນິດ,ພະຍາດ​ຊຳ​ເຮື້ອ,ພວກ​ຂ້າພະ​ເຈົ້າ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສູນ​ບໍລິການສາ​ທາ​ລະນະ​ສຸກ​ປີ່​ນ​ປົວເຂດ​ຄຸ້ມ​​ເຮືອນ​ຢູ່ຫຼາຍ​ກວ່າ​ເກົ່າ."

ນອກ​ນີ້,ຍັງ​ມີຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນບາງ​ທ່ານ​ໄດ້​ແນະນຳ​ວິທີ​ແກ້​ໄຂ​ບັນຫາ​ປົວພະຍາດ​ແພງ​ຢູ່ແຫ່ງ​ຕ່າງໆ,ຫວັງ​​ໃຫ້​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ.ວິທີ​ຕົ້ນ​ຕໍ​ມີ​ດັ່ງ​ນີ້:ໂຮງ​ໝໍບາງ​ແຫ່ງ​ຢູ່ແຂວງ​ຊານ​ຕຸ່ງປະຕິ​ບັດ​ລະບອບ​ຈຳກັດ​ລາຄາ​ສູງ​ສຸດ​ຂອງ​ພະຍາດ​ຊະນິດດຽວ;​ເມືອງອູ​ຊີ່ແຂວງ​ຈ່ຽງຊູ່​​ໄດ້ຕັ້ງ​ສູນ​ຄຸ້ມ​ຄອງ​ໂຮງໝໍ,​ເພີ່​ມທະວີ​ການຕິດຕາມ​ແລະ​ຄຸ້ມ​ຄອງໂຮງໝໍ;ຢູ່ປັກ​ກິ່ງ,​​​ແຂວງເຈີ້​ຈຽງ​ເປັນ​ຕົ້ນ​ສ້າ​ງ​ໂຮງໝໍ​ລາຄາ​ທົ່ວ​ໄປ,ສະໜອງ​ການ​ບໍລິການ​ໃຫ້​ຄົນ​​ທີ່​ມີລາຍ​ໄດ້​ຕ່ຳ​ເປັນ​ຕົ້ນ.

ບັນດາຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງຊາດ​ຈີນ​ເຫັນ​ວ່າ,ຈີນ​ແກ້​ໄຂ​ບັນຫາທີ່​ຄາດ​ປົວພະຍາດ​ແພງ​ຍັງ​ຕ້ອງການ​ໄລຍະ​ເວລາ​ຍາວ​ນານຢ່າງ​ແນ່ນອນ.ພວກ​ທ່ານ​ສະ​ແໜີ​​ໃຫ້ລັດຖະບານ​ຄວນ​ໃຊ້​ມາດ​ຕະການທາງ​ເສດຖະກິດ,ບໍລິຫານ​ເປັນ​ຕົ້ນ​​ໃນ​ພາຍ​ໜ້າ,ຊຸກຍູ້​ບັນຫາ​ນີ້​ໄດ້​ຮັບການ​ແກ້​ໄຂ​​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.