ຕາມຂ່າວສານຊິນຮວາ: ໜັງສືພິມເຍີນເຢີ່ນ ສຽງຂອງສູນກາງພັກກອມມູນິດຫວຽດນາມສະບັບວັນທີ 10 ມີນາໄດ້ພິມບົດວິຈານ, ກ່າວປະນາມອາເມລິກາເບິ່ງຂ້າມຄວາມຈິງ, ບິດເບືອນສະພາບສິດທິມະນຸດຂອງຫວຽດນາມ.
ບົດວິຈານທີ່ພາດຫົວເລື່ອງວ່າ "ຖ້ອຍຄຳທີ່ຜິດພາດແລະໄຮ້ເຫດຜົນ" ຊີ້ອອກວ່າ, "ບົດລາຍງານສິດທິມະນຸດປະຈຳປີຂອງຕ່າງປະເທດ" ທີ່ກະຊວງການຕ່າງປະເທດອາເມລິກາປະກາດໃນຫວ່າງບໍ່ດົນນີ້ ໄດ້ຕີລາຄາສະພາບສິດທິມະນຸດຂອງຫວຽດນາມຢ່າງຜິດພາດ ອະຄະຕິແລະບໍ່ສອດຄ່ອງກັບຄວາມຈິງ.
ບົດວິຈານຂຽນວ່າ, ລັດຖະບານຫວຽດນາມໄດ້ປະຕິບັດນະໂຍບາຍທີ່ໂຄລົບ ແລະປົກປັກຮັກສາເສລີພາບໃນການເຊື່ອຖືແລະສາສະໜາຂອງພົນລະເມືອງໂດຍຕະຫຼອດ, ເອົາໃຈໃສ່ແລະສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຂອງບັນດາສາສະໜາແລະການເຊື່ອຖື. ສາສະໜາຕ່າງໆມີເສລີພາບຢ່າງກວ້າງຂວາງຕາມລັດຖະທຳມະນູນແລະກົດໝາຍ.
ບົດວິຈານທວງໃຫ້ກະຊວງການຕ່າງປະເທດອາເມລິກາຮັບຮູ້ບັນຫາສາສະໜາແລະສິດທິມະນຸດຂອງຫວຽດນາມຢ່າງພາວະວິໄສ, ປະກອບສ່ວນເຂົ້າໃນການຂະຫຍາຍການພົວພັນລະຫວ່າງສອງປະເທດບົນພື້ນຖານສະເໝີພາບ ໂຄລົບເຊິ່ງກັນແລະກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.
|