ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-10 17:06:17    
ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ເໜີ​​ໃຫ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​​ໄປ​ບໍ​ລິ​ການ​ຢູ່​ພົ້ນ​ທະ​ເລ​ຕື່ມ​ອີກ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 10 ມີນາ ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ດຳ​ເນີນ​ຢູ່​ປັກ​ກິ່ງ ​ໄດ້​ໄຂ​ການ​ປະຊຸມ​ຄົບ​ຄະນະ. ກຳ​ມະ​ການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ໄດ້​ສະ​ເໜີ​ໃຫ້ດຳ​ເນີນ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ ຊາວ​ໜຸ່ມ​ອາສາສະໝັກໄປ​ບໍລິການ​ຢູ່​ພົ້ນທະ​ເລຕື່ມ​ອີກ, ຊຸກ​ຍູ້​ການ​ພົວພັນ​ໄມຕີ​ຈິດ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ຕ່າງປ​ະ​ເທດ.

​ໃນ​ເວລາ​ປະກອບ​ຄວາມ​ເຫັນ, ທ່ານ​ສີ​ເຟິງ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຊີ້​ອອກ​ວ່າ, ​ສົ່ງ​ເສີມ​ຊາວ​ໜຸ່ມອາສາ​ສະໝັກໄປ​ບໍລິການ​ຢູ່​ພົ້ນທະ​ເລ, ສາ​ມາດ​ກ່າຍ​ຂົວ​​ເຊື່ອມ​ໂຍງ​ແລະແລກປ່ຽນ​ກັນ​ລະຫວ່າງ​ປະຊາຊົນ​ຈີນ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ​ແລະ​ລະຫວ່າງ​ວັດທະນະທຳ​​ຊາດ​ຈີນ​ກັບ​ວັດທະນະທຳ​ນານາ​ຊາດ​ໃນ​ໂລກ, ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ໄມຕີ​ຈິດລະຫວ່າງ​ປະຊາຊົນ, ​ແລ້ວ​ບໍລິການ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຊາດ.

​ຕັ້ງ​ແຕ່​ຈີນ​ຈັດ​ເອົາ​ການ​ສົ່ງຊາວ​ໜຸ່ມ​ອາສາສະໝັກ​ໄປ​ບໍລິການ​ຢູ່​ພົ້ນທະ​ເລ​ເຂົ້າ​ໃນ​ວຽກ​ງານ​ຂອງ​ລັດຖະບານ​ຈີນ​ໃນ​ການຊ່ອຍ​ເຫຼືອຕ່າງປະ​ເທດ​ເມື່ອ​ປີ 2005 ​ເປັນຕົ້ນມາ, ຈີນ​ໄດ້​ສົ່ງ​ຊາວ​ໜຸ່ມ​ອາສາ​ສະໝັກ​​ເກືອບ 100 ຄົນໄປຕ່າງປະ​ເທດຕາມໆ​ກັນ, ​ໄປ​ບໍລິການ​ໂດຍບໍ່​ຄິດ​ຄ່າ​ຕອບ​ແທນ​ຢູ່​ເຂດ​ປະສົບ​​ໄພ​ຄື້ນຊູ​ນາ​ມີ​ຂອງປະ​ເທດ​ອາຊີ​ອາຄະ​ເນ​ແລະ​ປ​ະ​ເທດ​ອາ​ຟິຼກ​ກາ​ຈຳນວນ​ໜຶ່ງ​ຄື ລາວ​ແລະ​ໄທ​ເປັນຕົ້ນ.