|
![](/images/spacer.gif) |
(GMT+08:00)
2006-03-10 18:20:02
|
ຈີນຈະໃຊ້ມາດຕະການຊຸກຍູ້ໃຫ້ວິສາຫະກິດປະດິດສ້າງຢ່າງເປັນເຈົ້າຕົນເອງ
cri
ຕາມຂ່າວCRI,ວັນທີ10ມີນາ,ທ່ານຈ່າງສ້ຽວຊຽງ ຮອງຫົວໜ້າຄະນະກຳມະການພັດທະນາແລະປະຕິຮູບແຫ່ງລັດຈີນກ່າວວ່າ,ລັດຖະບານຈີນຈະໃຊ້ມາດຕະການຊຸກຍູ້ວິສາຫະກິດປະດິດສ້າງຢ່າງເປັນເຈົ້າຕົນເອງເພື່ອສ້າງຈີນໃຫ້ເປັນປະເທດແບບປະດິດສ້າງໃໝ່.
ທ່ານຈ່າງສ້ຽວຊຽງແມ່ນເວົ້າຄວາມດັ່ງກ່າວໃນງານຊຸມນຸມນັກຂ່າວທີ່ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນຈັດຂຶ້ນຢູ່ປັກກິ່ງ.ທ່ານເວົ້າວ່າ,ຈີນຈະບູລະນະສະພາບແວດລ້ອມດ້ານນະໂຍບາຍທີ່ປຸກລະດົມວິສາຫະກິດປະດິດສ້າງຢ່າງເປັນເຈົ້າຕົນເອງ,ເພີ່ມທະວີການລົງທຶນ,ຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງແລະວິສາຫະກິດເລັ່ງລັດການກໍ່ສ້າງພື້ນຖານໂຄງລ່າງວິທະຍາສາດເຕັກນິກທີ່ສຳຄັນ,ຍາດແຍ່ງສ້າງຕັ້ງຫ້ອງທົດລອງວິສະວະກຳລະດັບຊາດ100ແຫ່ງພາຍໃນ5ປີຂ້າງໜ້າ,ແລະຊຸກຍູ້ໃຫ້ວິສາຫະກິດຂະໜາດໃຫຍ່ຫຼາຍຮ້ອຍແຫ່ງສ້າງຕັ້ງສູນເຕັກນິກເພື່ອດຳເນີນການປະດິດສ້າງຢ່າງເປັນເຈົ້າຕົນເອງ.
|
|
|