ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-10 18:31:23    
ຜູ້​ແທນ​ສະພາ​ປະ​ຊາ​ຊົນ ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ກ່າວ​ປະ​ນາມ​ການ​ກະທຳ"​ແຍກ​ໄຕ້​ຫວັນ​ເປັນ​ເອກະ​ລາດ"ຂອງ​ທ່ານ​ເສີນ​ສຸຍ​ປຽນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຜູ້​ແທນ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ແລະ​ກຳມະການ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ຈີນ​ທີ່​ພວມ​ເຂົ້າຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ຢູ່​ປັກ​ກິ່ງ​ໄດ້​ທະຍອຍ​ກັນ​ກ່າວ​ໂຈມ​ຕີ​ການ​ກະທຳ"​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ"ຂອງ​ທ່ານ​ເສີນ​ສຸຍ​ປຽນ​ທີ່​ທ້າ​ທາຍ​​ເກາະ​ຜິດ​ຕໍ່ຫຼັກການ​ຈີນ​ດຽວ.

ທ່ານ​ເສີນ​​ເຈິ້ງ​​ໂຖງ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ເວົ້າ​ວ່າ,ການສະ​ແຫວ​ງຫາ​ສັນຕິພາບ ຄວາມ​ສະຫງົບ​ແລະການ​ພັດທະນາ​ແມ່ນ​ປະຊາ​ມະຕິຕົ້ນຕໍຂອງ​ໄຕ້​ຫວັນ,ສ່ວນ​ທ່ານ​ເສີນສຸຍ​ປຽນ​ພັດ​ຝ່າຝືນ​ກັບປະຊາ​ມະຕິ​ດັ່ງກ່າວ,​ເພື່ອ​ຜົນ​ປະ​ໂຫຍດຂອງ​ຕົນ,​ກໍ່​ການເປັນ​ປໍລະ​ປັກ​ກັນລະຫວ່າງ​ເຜົ່າ​ພັນ​ແລະ​ການປັ່ນ​ປ່ວນ​ໃນສັງຄົມ,ທັງ​ນີ້​​ເປັນການບໍ່​ຮັບຜິດຊອບທີ່​ສຸດ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ.

ທ່ານ​ເຮີ​ຕ້າຊີ່​ນ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ,ທ່ານ​ເສີນ​ສຸຍ​ປຽນ​ເປີດ​ປ່າວ​ຖ້ອຍ​ຄວາມ​"​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ"ຢ່າງ​ບໍ່​ຢຸດ​ຢັ້ງ,ທ້າ​ທາຍ​ກໍ່​ຜິດຕໍ່​ແຜ່ນດິນ​ໃຫຍ່ຊ້ຳ​ແລ້ວ​ຊ້ຳ​ອີກ,​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ເຄັ່ງ​ຕຶງ​ຂຶ້ນ.

ບັນດາ​ຜູ້​ແທນ​ແລະ​ກຳມະ​ການ​ຍັງ​ຊີ້​ອອກ​ວ່າ,ການ​ເຄື່ອນ​ໄຫວ​​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະ​ລາດ​ຂອງ​ທ່ານ​ເສີນ​ສຸຍປຽນ​ຍ່ອມ​ຈະ​ລົ້ມ​ແຫຼວ​ຢ່າງ​ແນ່​ນອນ,ນີ້​ແມ່ນ​​ເລື່ອງທີ່​ຕ້ອງ​ເປັນ​ໄປ​ໃນ​ປະ​ຫວັດ​ສາດ​ແລະສະ​ພາບ​ຄວາມ​ເປັນຈິງ.